ຂປລ
ທ່ານນາງ ອີເວດ ຕູເປີຣ ລັດຖະມົນຕີ ປ້ອງກັນປະເທດ ຂອງອັງກິດ ເປີດເຜີຍວ່າ: ລັດຖະບານ ອັງກິດ ຈະກຳນົດໃຫ້ ການຄອບຄອງ, ການສ້າງ ແລະ ການແຈກຢາຍ ເຄື່ອງມື ເອໄອ ທີ່ ອອກແບບມາ ເພື່ອສ້າງຮູບພາບ ລ່ວງລະເມີດ ທາງເພດເດັກ ເປັນສິ່ງຜິດກົດໝາຍ ໂດຍມີໂທດ ຈຳຄຸກສູງສຸດ 5 ປີ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ລອນດອນ ປະເທດ ອັງກິດ ເມື່ອບໍ່ດົນມານີ້, ທ່ານນາງ ອີເວດ ຕູເປີຣ ລັດຖະມົນຕີ ປ້ອງກັນປະເທດ ຂອງອັງກິດ ເປີດເຜີຍວ່າ: ລັດຖະບານ ອັງກິດ ຈະກຳນົດໃຫ້ ການຄອບຄອງ, ການສ້າງ ແລະ ການແຈກຢາຍ ເຄື່ອງມື ເອໄອ ທີ່ ອອກແບບມາ ເພື່ອສ້າງຮູບພາບ ລ່ວງລະເມີດ ທາງເພດເດັກ ເປັນສິ່ງຜິດກົດໝາຍ ໂດຍມີໂທດ ຈຳຄຸກສູງສຸດ 5 ປີ. ກົດໝາຍ ສະບັບໃໝ່ ຖືກອອກແບບມາ ເພື່ອປົກປ້ອງເດັກນ້ອຍທາງອອນລາຍ ຕາມການພັດທະນາຂອງເຕັກໂນໂລຊີ ໂດຍສິ່ງສຳຄັນຄື ພວກເຮົາ ຕ້ອງຈັດການກັບ ການລ່ວງລະເມີດທາງເດັກ ທັງໃນໂລກອອນລາຍ ແລະ ໃນໂລກຄວາມເປັນຈິງ. ນອກນັ້ນ, ລັດຖະບານອັງກິດ ຍັງລະບຸ ໃນຖະແຫລງການວ່າ ເດັກນ້ອຍ ຈະໄດ້ຮັບການປົກປ້ອງຄຸ້ມຄອງຈາກການຄຸກຄາມທີ່ເພີ່ມຂຶ້ນຂອງຜູ້ສ້າງຮູບພາຍເອໄອ ແລະ ການລ່ວງລະເມີດທາງເພດອອນລາຍ ເນື່ອງຈາກອັງກິດ ຈະກາຍເປັນປະເທດທຳອິດໃນໂລກ ທີ່ກຳນົດຄວາມຜິດຖານລ່ວງລະເມີດທາງເພດ ດ້ວຍເອໄອ./.
KPL