ກຳປູເຈຍ ມີລາຍໄດ້ ຈາກການທ່ອງທ່ຽວ ບັນລຸ 3,6 ຕື້ໂດລາ ສະຫະລັດ

04/02/2025 21:33
ຂປລ ກະຊວງ ການທ່ອງທ່ຽວ ຂອງ ກຳປູເຈຍ ລາຍງານວ່າ ປີ 2024, ລາຍໄດ້ ຈາກການທ່ອງທ່ຽວ ຂອງ ກຳປູເຈຍ ບັນລຸ 3,63 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 17,8% , ກຳປູເຈຍ ຮອງຮັບ ນັກທ່ອງທ່ຽວ ຊາວຕ່າງປະເທດ ລວມມີ 6,7 ລ້ານເທື່ອຄົນ ເພີ່ມຂຶ້ນ 22,9% ເມື່ອທຽບປີຕໍ່ປີ

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ , ວັນທີ 3 ມັງກອນ, ກະຊວງ​ ການທ່ອງທ່ຽວ ຂອງ ກຳປູ​ເຈຍ ລາຍ​ງານ​ວ່າ ປີ 2024,  ລາຍ​ໄດ້ ​ຈາກ​ການທ່ອງທ່ຽວ ຂອງ​ ກຳປູ​ເຈຍ ​ບັນລຸ 3,63 ຕື້​ໂດ​ລາ​ ສະຫະລັດ, ​ເພີ່ມ​ຂຶ້ນ 17,8% , ​ກຳປູ​ເຈຍ ຮອງ​ຮັບ​ ນັກ​ທ່ອງ​ທ່ຽວ ຊາວ​ຕ່າງປະ​ເທດ​ ລວມມີ 6,7 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 22,9% ​ເມື່ອ​ທຽບ​ປີ​ຕໍ່​ປີ, ​ໂດຍສະເພາະ ​ຕະຫລາດ​ ນັກ​ທ່ອງ​ທ່ຽວ ຕົ້ນ​ທາງ 5 ອັນ​ດັບ ທຳ​ອິດ ​ຂອງ​ ກໍາປູເຈຍ ຄື:  ​ໄທ, ຫວຽດນາມ, ສປຈີນ , ສປປ ລາວ ​ແລະ ສ.ອາ​ເມ​ລິ​ກາ.

ຂະແໜງ​ການທ່ອງທ່ຽວ ມີ​ສ່ວນ​ສົ່ງ​ເສີມ ​ລວມຍອດ ​ຜະລິດ​ຕະພັນ ພາຍ​ໃນ ​ປະ​ເທດ (GDP) ຂອງ​ກຳປູ​ເຈຍ ​ລວມມີ ປະມານ 9,4%, ​ເພີ່ມ​ຂຶ້ນ7,5% ເມື່ອທຽບໃສ່ ​​ປີ 2023 , ​​ການທ່ອງທ່ຽວ ຖື​ເປັນ​ ໜຶ່ງ​ໃນ​ສີ່​ເສົາ​ຄໍ້າຫລັກ ໃນການ​ຊຸກຍູ້ ​ເສດຖະກິດ ຂອງ​ກຳປູ​ເຈຍ. /

KPL

ຂ່າວອື່ນໆ

ads
ads

Top