ຂປລ
ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນຳພາຂອງອົງຄະນະພັກ ເມືອງມຸນລະປາໂມກ ສະໄໝທີ VIII ເຮັດໃຫ້ເສດຖະກິດຂອງເມືອງ ສືບຕໍ່ຂະຫຍາຍຕົວສະເລ່ຍ 6,3% ຕໍ່ປີ.
*ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນຳພາຂອງອົງຄະນະພັກ ເມືອງມຸນລະປາໂມກ ສະໄໝທີ VIII ເຮັດໃຫ້ເສດຖະກິດຂອງເມືອງ ສືບຕໍ່ຂະຫຍາຍຕົວສະເລ່ຍ 6,3% ຕໍ່ປີ (ແຜນ 7,7% ຕໍ່ປີ), ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 4.751 ຕ້ືກີບ ທຽບໃສ່ແຜນລື່ນແຜນ 60%(ແຜນ2.969ຕື້ກີບ), ທຽບໃສ່ໄລຍະດຽວເພີ່ມຂຶ້ນ1,4 ເທົ່າ ສະເລ່ຍໄດ້ 21.461,637 ກີບຕໍ່ຄົນ ເທົ່າກັບ 1.073 ໂດລາສະຫະລັດ (ແຜນ15.753.878 ກີບ ຫລື ເທົາ ກັບ 1.943 ໂດລາສະຫະລັດ.
ທ່ານ ວັນນະສັກ ຊາດຕະກູນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆມຸນລະປາໂມກ ລາຍງານໃນກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງ ມຸນລະປາໂມກ ເມື່ອມໍ່ໆນີ້ວ່າ: ສຳລັບການພັດທະນາຂົງເຂດເສດຖະກິດມີການຂະຫຍາຍຕົວ, ດ້ານກະສິກຳ-ປ່າໄມ້, ການຜະລິດເຂົ້າປະຕິບັດໄດ້ 228.820 ໂຕນ ທຽບໃສ່ແຜນປະຕິບັດໄດ້ 99% (ແຜນ 230.614 ໂຕນ) ສະເລ່ຍເຂົ້າເປືອກໃສ່ປະຊາກອນໄດ້ຮັບ 1.096 ກິໂລກຣາມຕໍ່ຄົນຕໍ່ປີ, ມີເຂົ້າເຫລືອກິນ 132.550 ໂຕນ, ປູກພືດລະດູແລ້ງ ແລະ ລະດູຝົນ ປະຕິບັດໄດ້ 142.600,44 ໂຕນ, ທຽບໃສ່ແຜນລື່ນ 1,93%; ປູກພືດສະບຽງອາຫານ ປະຕິບັດໄດ້ 42.484,70 ໂຕນ, ທຽບໃສ່ແຜນລື່ນ 1,57% (ແຜນ 41.826,54 ໂຕນ); ປູກພືດເປັນສິນຄ້າປະຕິບັດໄດ້ 100.115,74 ໂຕນ, ທຽບໃສ່ແຜນ ລື່ນ 2,08% (ແຜນ 98.071,95 ໂຕນ); ການບໍລິໂພກຊີ້ນ-ປາອາຫານສະເລ່ຍໃສ່ພົນລະເມືອງ ໄດ້ 64,8 ກິໂລຕໍ່ຄົນຕໍ່ປີ. ພ້ອມນີ້, ການລ້ຽງສັດກໍໄດ້ຮັບການຊຸກຍູ້ສົ່ງເສີມຂະຫຍາຍຕົວເພີ່ມຂຶ້ນ, ກຸ່ມລ້ຽງງົວມີ 1 ກຸ່ມ, ສ້າງລາຍຮັບສະເລ່ຍໄດ້ 53 ລ້ານກີບຕໍ່ຄອບຄົວຕໍ່ປີ, ການລ້ຽງງົວແບບຄອບຄົວ ມີ 9 ຄອບຄົວ, ສ້າງລາຍຮັບສະເລ່ຍ 77 ລ້ານກີບຕໍ່ຄອບຄົວຕໍ່ປີ. ປັດຈຸບັນມີຄວາຍ 4.431 ໂຕ, ງົວ 16.113 ໂຕ, ໝູ 13.113 ໂຕ, ແບ້ 4.070ໂຕ, ສັດປີກ 261.302 ໂຕ; ການປະມົງ: ຜົນຜະລິດປາໄດ້ທັງໝົດ 24.070 ໂຕນ ທຽບໃສ່ ແຜນປະຕິບັດໄດ້ 84,42% (ແຜນ 28.511 ໂຕນ); ຊົນລະປະທານນໍາໃຊ້ໄດ້ 6 ແຫ່ງ ສະໜອງນໍ້າ ໄດ້ 1.028,80 ເຮັກຕາ ທຽບໃສ່ແຜນປະຕິບັດໄດ້ 56,30% (ແຜນ 1.305 ເຮັກຕາ).
ສໍາລັບການຈັດເກັບລາຍຮັບເຂົ້າງົບປະມານໄດ້ 65,99 ຕື້ກີບ ທຽບໃສ່ແຜນລື່ນ 17,44% (ແຜນ 56,19 ຕື້ກີບ) ໃນນັ້ນ, ແຂວງດຸນດ່ຽງ 36,42 ຕື້ກີບ; ເມືອງຫາເອງ 29,57 ຕື້ກີບ (ແຜນ 19,77 ຕື້ກີບ) ທຽບໃສ່ແຜນລື່ນ 49,57% ໃນນັ້ນ, ຮັບຈາກສ່ວຍສາອາກອນ 19,98 ຕື້ກີບ ຮັບຈາກຊັບສິນ 9,59 ຕື້ກີບ ເກີນແຜນ 9,8 ຕື້ກີບ ດຸນດ່ຽງໃຫ້ ແຂວງ, ປະຕິບັດລາຍຈ່າຍໄດ້ 57,43 ຕ້ືກີບ, ທຽບໃສ່ແຜນລື່ນ 3%; ວຽກງານອຸດສາຫະກຳ ແລະ ການຄ້າ ລວມຍອດຜະລິດຕະພັນອຸດສາຫະກຳ-ຫັດຖະກຳປະຕິບັດ ໄດ້ 193,81 ຕື້ກີບ, ທຽບໃສ່ແຜນລື່ນ 15%. ທົ່ວເມືອງມີໂຮງງານອຸດສາຫະກຳ-ຫັດຖະກຳ 105 ຫົວໜ່ວຍ, ທຽບໃສແຜນປະຕິບັດໄດ້ 46% ໃນນັ້ນ, ອຸດສາຫະກຳ 40 ຫົວໜ່ວຍ, ອຸດສາຫະກຳປຸງແຕ່ງແບບຄອບຄົວ 19 ຫົວໜ່ວຍ, ອຸດສາຫະກຳບໍລິການ 46 ຫົວໜ່ວຍ, ຂຶ້ນທະບຽນຫົວໜ່ວຍວິສາຫະກິດຂະໜາດນ້ອຍ ໄດ້ 724 ຫົວໜ່ວຍທຽບໃສ່ແຜນປະຕິບັດໄດ້ 91%; ຈໍລະຈອນສິນຄ້າສົ່ງອອກ 93,81 ຕື້ກີບ, ທຽບໃສ່ແຜນລື່ນ 2 ເທົ່າ; ຈໍລະຈອນສິນຄ້ານໍາເຂົ້າ 107 ຕື້ກີບ, ທຽບໃສ່ແຜນລ່ືນ 3 ເທ່ົາ; ກຸ່ມຜະລິດອຸດສາຫະກຳປຸງແຕ່ງ ມີ 2 ກຸ່ມ ຄື: ຜະລິດເສັ້ນເຝີ-ແຜ່ນແໜມ ບ້ານສະພັງ ແລະ ກຸ່ມຜະລິດເຫລົ້າຂາວປອດສານເຄມີບ້ານປາໂມກ-ບ້ານເວີນແຄນ ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ; ກຸ່ມຜະລິດຫັດຖະກຳຈັກສານມີ 4 ກຸ່ມສ້າງຕັ້ງໃໝ່ໄດ້ 2 ກຸ່ມຄື: ກຸ່ມຫັດຖະກຳໄມ້ປ່ອງ ບ້ານທ່າແຮ່ພ້ອມນີ້ຍັງໄດ້ຮັບຮອງເອົາກຸ່ມຫັດຖະກຳສາດຜືບ້ານເດ່ືອເຕ້ຍ ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ.
(ແຫລ່ງຂ່າວຈາກ ແຂວງຈຳປາສັກ)
KPL