ເຕັກນິກການລ້່ຽງກົບ

05/02/2025 10:14
Email Print 6355
ຂປລ ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    *ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ. ສະນັ້ນ ຖ້າເຮົາບໍ່ມີການລ້ຽງໃນຕໍ່ໜ້າ ກົບກໍຈະຂາດຕະຫລາດຫາຊື້ກິນຍາກ. ການລ້ຽງກົບນອກຈາກຈະເປັນອາຫານໃຫ້ແກ່ຄອບຄົວແລ້ວ, ຍັງເປັນສິນຄ້າຂາຍສ້າງລາຍໄດ້ໃຫ້ແກ່ຄອບຄົວ ຫລື ເປັນອາຊີບເສີມກໍໄດ້. ດ່ັງນັ້ນຄໍລຳສຶກສາຫາຄວາມຮູ້ມື້ນີ້ ຈະນຳສະເໜີເຕັກນິກການລ້ຽງກົບມາແລກປ່ຽນນຳທ່ານຜູ້ອ່ານ.

    ສະຖານທີ່ໆເໝາະສົມລ້ຽງກົບ: ໃກ້ແຫລ່ງນ້ຳທີ່ສະອາດສຳລັບການປ່ຽນຖ່າຍນ້ຳ; ໃກ້ເຮືອນເພື່ອສະດວກໃນການເບິ່ງແຍງຮັກສາ, ຫ່າງຈາກຊຸມຊົນທີ່ມີສຽງເນືອງນັນ ຫລື ສຽງລົດແລ່ນໄປມາເລ້ື້ອຍໆ, ກົບຈະລີ້ຢູ່ຕະຫລອດ ແລະ ບໍ່ກິນອາຫານດີ; ເປັນບ່ອນຮາບພຽງສາມາດສ້າງບ່ອນລ້ຽງໄດ້; ມີແຫລ່ງອາຫານພຽງພໍ ແລະ ອຸນຫະພູມທີ່ເໝາະສົມປະມານ 24-32 ອົງສາເຊ.

    ບ່ອນລ້ຽງ: ແມ່ນອີງຕາມສະພາບຂອງຜູ້ລ້ຽງ ແລະ ພ້ືນທ່ີທີ່ເໝາະສົມ ເຊັ່ນ: ລ້ຽງໃສ່ອ່າງຊີມັງ, ລ້ຽງໃສ່ກະຊັງ, ລ້ຽງໃສ່ໜອງ, ລ້ຽງໃສ່ກະໂປະໝາກພ້າວ, ລ້ຽງໃສ່ຕີນລົດ...ແຕ່ບໍ່ຄວນໃຫ້ມີສິ່ງກັ້ງບັງແສງແດດເຊັ່ນ: ຮົ່ມໄມ້ ໂດຍສະເພາະຕົ້ນໄມ້ທີ່ເປັນນ້ຳມັນ ຫລື ຕົ້ນຂາມ...

    ລ້ຽງໃສ່ອ່າງຊີມັງ: ອ່າງຂະໜາດ 2-8 ຕາແມັດ, ສູງ 1-1,2 ແມັດ, ພື້ນອ່າງຕ້ອງພຽງ, ລຽບດີ ແລະ ລາດອ່າງຫາບ່ອນລະບາຍນ້ຳພໍເລັກນ້ອຍ, ພື້ນ ແລະ ຝາທາງໃນຕ້ອງຂັດໃຫ້ລະອຽດດີ, ມີລະບົບນ້ຳເຂົ້າອອກ, ເທິງອ່າງເອົາຕາໜ່າງຫ່າງປົກເພື່ອປ້ອງກັນສັດຕູກົບໃນອ່າງຊີມັງ ສາມາດລ້ຽງໄດ້ອັດຕາສ່ວນ 50-100 ໂຕ/ ຕາແມັດ.

    ລ້ຽງໃສ່ອ່າງກະຊັງ: ກະຊັງຂະໜາດ 2x2 ແມັດຂຶ້ນໄປ, ຄວນເລິກປະມານ 1-1,5 ແມັດ, ກາງກະຊັງໃສ່ໜອງໃຫ້ເຄັ່ງດີ ແລະ ບ່ອນແຈມູມກະຊັງຄວນຫຍິບລັດໄວ້ບໍ່ໃຫ້ກົບອອກ, ເອົາສະໂນສອດໃສ່ພື້ນກະຊັງ ຫລື ສານແຕະໃສ່ໃຫ້ກົບຂຶ້ນງອຍ, ໜອງທີ່ກາງກະຊັງ ລ້ຽງກົບຄວນປ່ອຍປາປາກ, ປາໄນ, ປານິນ ເພື່ອກິນຂີ້ກົບທີ່ຄ້າງໃນພື້ນກະຊັງ. ການລ້ຽງກົບໃນກະຊັງສາມາດລ້ຽງໄດ້  50-70 ໂຕ/ ຕາແມັດ.

    ລ້ຽງໃສ່ໜອງ: ເຮັດໜອງຂະໜາດ 4x4 ແມັດ, ເລິກ 30 ຊັງຕີແມັດ, ລ້ອມຮອບໜອງດ້ວຍແພແຍ່ງ, ສັງກະສີເກົ່າ ຫລື ແຕະໄມ້ທີ່ສານຖີ່, ໃນໜອງໃສ່ຜັກຕົບ, ຜັກບົ້ງ, ຖ້າໜອງຫາກບໍ່ສາມາດຮັກສານ້ຳໄດ້ກໍ່ໃຊ້ຜ້າຢາງໜາປູພື້ນ.

   ການເບິ່ງແຍງຮັກສາກົບລ້ຽງ ໃນສະພາບອາກາດປົກກະຕິ: ນອກຈາກຈະເອົາໃຈໃສ່ໃນເລື່ອງອາຫານ, ການຮັກສາອະນາໄມອ່າງແລ້ວຕ້ອງຄຳນຶງເຖິງຄວາມສະອາດ ໂດຍສະເພາະໃນອ່າງຊີມັງ ຫລື ໃນແທ່ງສ້າງຕ້ອງມີການອະນາໄມປ່ຽນຖ່າຍນ້ຳບາງຄັ້ງ, ຖ້າບ່ອນອາໄສກົບສະອາດຈະເຮັດໃຫ້ກົບຈະເລີນເຕີບໂຕໄວຊ່ວຍຫລຸດອັດຕາການເປັນພະຍາດ, ກົບເປັນສັດທີ່ຕື່ີນຕົກໃຈງ່າຍ ເມື່ອເກີດການຕົກແລ້ວຕ້ອງຄຳນຶງເຖິງຄວາມສະອາດ ໂດຍສະເພາະໃນອ່າງຊີມັງ ຫລື ໃນແທ່ງສ້າງຕ້ອງມີການອະນາໄມປ່ຽນຖ່າຍນ້ຳບາງຄັ້ງ, ຖ້າ ບ່ອນອາໄສກົບສະອາດຈະເຮັດໃຫ້ກົບຈະເລີນເຕີບໂຕໄວຊ່ວຍຫລຸດອັດຕາການເປັນພະຍາດ, ກົບເປັນສັດທີ່ຕື່ີນຕົກໃຈງ່າຍ ເມື່ອເກີດການຕົກໃຈກົບຈະຊ໋ອກ ແລະ ຕາຍໄດ້. ສະນັ້ນເວລາອະນາໄມອ່າງຄວນລະມັດລະວັງບໍ່ໃຫ້ກົບຕົກໃຈຫລາຍ.

    ການເບິ່ງແຍງກົບໃນອາກາດເຢັນ: ອາກາດເຢັນແມ່ນມີຜົນກະທົບຫລາຍຕໍ່ກົບລ້ຽງ ເນ່ຶອງຈາກກົບບໍ່ສາມາດປັບອຸນຫະພູມຮ່າງກາຍໃຫ້ປົກກະຕິໄດ້, ຖ້າຫາກກົບບໍ່ມີສຸຂະພາບແຂງແຮງ ແລະ ບໍ່ມີວັດຖຸຊ່ວຍປ້ອງກັນຮ່າງກາຍໃຫ້ອົບອຸ່ນ ຈະບໍ່ສາມາດຜ່ານໄລຍະ ອາກາດໜາວເຢັນໄດ້, ສະນັ້ນ ໃນໄລຍະອາກາດໜາວຕ້ອງມີວັດຖຸຊ່ວຍໃຫ້ກົບໄດ້ລີ້ຊ້ອນໂຕ ແລະ ຮັກສາອຸນຫະພູມໃຫ້ອົບອຸ່ນ ເຊັ່ນ: ດອກໄຟ, ເຟືອງ, ດິນໂພນປວກ, ກະເບື້ອງ, ດິນບ໋ອກ ແລະ  ອື່ນໆ ທີ່ສຳຄັນອ່າງທີ່ລ້ຽງຄວນປັບໃຫ້ເປັນເຄິ່ງບົກເຄິ່ງນ້ຳ ແລະ ບໍ່ຄວນໃຫ້ນ້ຳໃນອ່າງແຫ້ງເດັດຂາດ ເນື່ອງຈາກເມື່ອຜົວໜັງກົບແຫ້ງຈະເຮັດໃຫ້ກົບອ່ອນແອ ແລະ ຕາຍໄດ້. 

    ສຳລັບການໃຫ້ອາຫານຄວນໃຫ້ໃນປະລິມານໜ້ອຍ ເນ່ຶອງຈາກອາກາດໜາວສ່ວນໃຫຍ່ກົບຈະບໍ່ຄ່ອຍກິນອາຫານ ເພື່ອເປັນການຮັກສາອຸນຫະພູມຮ່າງກາຍຫລາຍກວ່າ ຫລື ເອີ້ນວ່າ: ກົບຈຳສິນ.

ຮຽບຮຽງໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top