ຂປລ
ທ່ານ ອໍຈັສ ເບດເຕນອບ ນາຍົກ ລັດຖະມົນຕີ ກາຊັກສະຖານ ປະກາດ ການຜະລິດ ນໍ້າມັນຈາກຊັ້ນ ຫີນດິນດານ ຈະເລີ່ມຕົ້ນ ເປັນຄັ້ງທຳອິດ ໃນ ທ້າຍປີນີ້.
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ອັດສະຕານາ ປະເທດ ກາຊັກສະຖານ ເມື່ອບໍ່ດົນມານີ້, ທ່ານ ອໍຈັສ ເບດເຕນອບ ນາຍົກ ລັດຖະມົນຕີ ກາຊັກສະຖານ ປະກາດ ການຜະລິດ ນໍ້າມັນຈາກຊັ້ນຫີນດິນດານ ຈະເລີ່ມຕົ້ນ ເປັນຄັ້ງທຳອິດ ໃນ ທ້າຍປີນີ້.
ໃນຂະນະທີ່ ທ່ານ ຄາສຊິມ ໂຈມາຣ-ໂທຄາເຢບ ປະທານາທິບໍດີ ກາຊັກສະຖານ ອະທິບາຍວ່າ ປະເທດນີ້ ຈຳເປັນຕ້ອງໃຊ້ປະໂຫຍດ ຈາກແຫລ່ງນໍ້າມັນ ທີ່ມີ ຄວາມຊັບຊ້ອນ ທາງດ້ານເຕັກໂນໂລຊີ ລວມເຖິງ ແຫລ່ງນໍ້າມັນສຳຮອງ ຊັ້ນຫີນ ດິນດານ ຈຳນວນຫລາຍ . ໂດຍຄວາມຈຳເປັນ ຂອງ ການຜະລິດນໍ້າມັນ ຈາກ ຊັ້ນຫີນດິນດານ ເນື່ອງຈາກ ເສດຖະກິດ ຂອງ ປະເທດ ຍັງເຕີບໂຕບໍ່ພຽງພໍ. ເມື່ອປີກາຍ ລວມຍອດຜະລິດ ຕະພັນພາຍ ໃນປະເທດ (ຈີດີພີ) ຂະຫຍາຍຕົວພຽງແຕ່ 4,8% , ໃນຂະນະທີ່ ເງິນ ເທງເກ ຊຶ່ງເປັນ ສະກຸນເງິນ ທ້ອງຖິ່ນ ພວມອ່ອນຄ່າ ເມື່ອທຽບກັບເງິນ ໂດລາສະຫະລັດ.
ຜູ້ນຳ ກາຊັກສະຖານ ຮຽກຮ້ອງໃຫ້ມີການ ລົງທຶນຈາກ ຕ່າງປະເທດຫລາຍຂຶ້ນ ໃນພາກສ່ວນພະລັງງານ ແລະ ໂລຫະຫາຍາກ ລວມເຖິງ ການ ຮ່າງຂໍ້ຕົກລົງ ແບ່ງປັນຜົນຜະລິດ ທີ່ມີຢູ່ໃໝ່ ໂດຍມີເງື່ອນໄຂ ທີ່ເອື້ອອຳນວຍ ຕໍ່ປະເທດ ກາຊັກສະຖານ ຫລາຍຂຶ້ນ.
KPL