ລັດຖະບານລາວ ປະດັບຫລຽນໄຊ ໃຫ້ ກົງສຸນກິດຕິມະສັກຂອງ ລາວ ປະຈຳ ລີບັງ

22/05/2024 16:14
Email Print 1576
ຂປລ ຂປລ. ໃນວັນທີ 21 ພຶດສະພາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະ ຕາງໜ້າ ໃຫ້ລັດຖະບານລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທ່ານ ຊັກ ຢູເຊັບ ໂຮກາແຢມ (Mr. Jacques YOUSESEF HOKAYEM) ກົງສຸນກິດຕິມະສັກ ຂອງ ສປປ ລາວ ປະຈຳ ລີບັງ



ຂປລ. ໃນວັນທີ
21 ພຶດສະພາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະ ຕາງໜ້າ ໃຫ້ລັດຖະບານລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທ່ານ ຊັກ ຢູເຊັບ ໂຮກາແຢມ (Mr. Jacques YOUSESEF HOKAYEM) ກົງສຸນກິດຕິມະສັກ ຂອງ ສປປ ລາວ ປະຈຳ ລີບັງ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ລີບັງ ໃນໂອກາດທີ່ໄດ້ເດີນທາງມາເຄື່ອນໄຫວ ແລະ ຢ້ຽມຢາມ ສປປ ລາວ.



ໂອກາດດັ່ງກ່າວ
, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ທ່ານ ຊັກ ຢູເຊັບ ໂຮກາແຢມ ທີ່ມີຄວາມເອົາໃຈໃສ່ບຸກບືນ, ເສຍສະລະ ໃນການປະຕິບັດໜ້າທີ່ເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ໃນໄລຍະເວລາ 15 ປີ ຜ່ານມາ ໂດຍບໍ່ຫວັງຜົນຕອບແທນໃດໆ ເຊິ່ງໄດ້ອຸທິດເຫື່ອແຮງຂອງຕົນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານກົງສຸນ, ການປະ ກອບສ່ວນຂົນຂວາຍດຶງດູດນັກລົງທຶນ ແລະ ໂຄສະນາໃຫ້ນັກທ່ອງທ່ຽວ ຈາກປະເທດລີບັງ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ. ນອກນັ້ນ, ຍັງໄດ້ໃຫ້ການຊ່ວຍເຫລືອ ປະກອບສ່ວນທຶນຮອນ ແລະ ອຳນວຍຄວາມສະດວກໃຫ້ແຫ່ ຄະນະຜູ້ແທນລາວ ທີ່ ໄປປະຕິບັດພາລະກິດ ຢູ່ ປະເທດ ລີບັງ.

ໃນໂອກາດດຽວກັນ, ທ່ານ ຊັກ ຢູເຊັບ ໂຮກາແຢມ ກໍໄດ້ສະແດງຄວາມພາກພູມໃຈ ແລະ ຂອບອົກຂອບໃຈຢ່າງສູງມາຍັງ ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ຕາງໜ້າ ໃຫ້ລັດຖະບານ ສປປ ລາວ ປະດັບຫລຽນໄຊມິດຕະພາບ ອັນຊົງກຽດນີ້. ພ້ອມກັນນີ້, ທ່ານກໍໄດ້ຢືນຢັນທີ່ຈະສືບຕໍ່ເອົາໃຈໃສ່ ເຮັດໜ້າທີ່ເປັນກົງສຸນກິດຕິມະສັກ ເພື່ອເສີມຂະຫຍາຍການພົວພັນຮ່ວມມືທາງເສດຖະກິດ, ການທ່ອງ ທ່ຽວ ແລະ ວັດທະນະທຳ ເພື່ອຊຸກຍູ້, ສົ່ງເສີມ ສາຍພົວພັນມິດຕະພາບຂອງສອງປະເທດ ລະຫວ່າງ ສປປ ລາວ ແລະ ລີບັງ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top