ເປີດມູນນິທິ ສຸດາພອນ ເພື່ອຊ່ວຍເຫລືອສັງຄົມ

16/05/2024 16:40
Email Print 792
ຂປລ ຂປລ. ມູນນິທິສຸດາພອນ ເພື່ອຊ່ວຍເຫລືອສັງຄົມ ໄດ້ເປີດໃຫ້ບໍລິການຊ່ວຍເຫລືອສັງຄົມ ຢ່າງເປັນທາງການ ໃນວັນທີ 16 ພຶດສະພາ 2024 ໂດຍມີ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ, ມີຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ມູນນິທິສຸດາພອນ ເພື່ອຊ່ວຍເຫລືອສັງຄົມ ໄດ້ເປີດໃຫ້ບໍລິການຊ່ວຍເຫລືອສັງຄົມ ຢ່າງເປັນທາງການ ໃນວັນທີ 16 ພຶດສະພາ 2024 ໂດຍມີ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ, ມີຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານນາງ ສຸດາພອນ ວົງຫານ ປະທານມູນນິທິສຸດາພອນ ເພື່ອຊ່ວຍເຫລືອສັງຄົມ ໄດ້ໃຫ້ຮູ້ວ່າ: ມູນນິທິສຸດາພອນ ເພື່ອຊ່ວຍເຫລືອສັງຄົມ ແມ່ນອົງການຈັດຕັ້ງສັງຄົມ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດ ແລະ ສາກົນ ໂດຍສະເພາະ ຈະຊຸກຍູ້ສົ່ງເສີມ ຂະແໜງສຶກສາທິການ ແລະ ກິລາ, ຂະແໜງກະສິກຳ ແລະ ປ່ໄມ້, ຂະແໜງ ໂຍທາທິການ ແລະ ຂົນສົ່ງ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງແມ່ຍິງ ແລະ ຊາວໜຸ່ມ. ມູນນິທິສຸດາພອນ ເພື່ອຊ່ວຍເຫລືອສັງຄົມ ສ້າງຂຶ້ນເພື່ອປະກອບສ່ວນເຂົ້າໃນ ແນວທາງ ນະໂຍບາຍຂອງພັກ-ລັດຖະບານ ໃນວຽກງານສຶກສາ, ກະສິກຳ, ພັດທະນາຊົນນະບົດ, ແມ່ຍິງ ແລະ ເດັກ, ແຮງງານ ແລະ ສະຫວັດດີການສັງຄົມ; ຊ່ວຍເຫລືອສັງຄົມ ທີ່ໄດ້ຮັບຜົນກະທົບມາຈາກ ພະຍາດລະບາດຕ່າງໆ ແລະ ໄພທຳມະຊາດ ເຊັ່ນ: ໄພໝາວ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ໄພຂາດອາຫານ ແລະ ອື່ນໆ. ພ້ອມທັງ, ຊ່ວຍເຫລືອທາງດ້ານທຶນການສຶກສາ, ເຄື່ອງນຸ່ງຫົ່ມ, ອາຫານ, ປຶ້ມແບບຮຽນ, ໂຕະ, ຕັ່ງ, ຕຽງນອນ, ອຸປະກອນການສຶກສາ ໃຫ້ເດັກນ້ອຍທີ່ດ້ອຍໂອກາດ, ເດັກກຳພ້າ ແລະ ເດັກທີ່ຄອບຄົວ ທຸກຍາກຂາດເຂີນ ຢູ່ເຂດຫ່າງໄກສອກຫລີກ, ເດັກຂາດທີ່ເພີ່ງພາອາໄສ, ເດັກຂາດຜູ້ດູແລ ຫລື ອາໄສຢູ່ນຳຄອບຄົວທີ່ທຸກຍາກ, ຜູ້ພິການທາງດ້ານຮ່າງກາຍ, ມັນສະໝອງ, ບໍ່ສາມາດກຸ່ມຕົນເອງໄດ້ ທີ່ຂາດຜູ້ດຸແລ, ອາໄສຢູ່ນຳຄອບຄົວທຸກຍາກ, ຜູ້ອາຍຸສູງ ທີ່ປ່ຽວພອຍ ແລະ ທຸກຍາກ, ອາໄສຢູ່ນຳຄອບຄົວທຸກຍາກ, ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ທຸກຍາກ ຫລື ຕິດແປດພະຍາດ ທີ່ອັນຕະລາຍຕໍ່ສຸຂະພາບ ແລະ ຊີວິດ, ລວມເຖິງ ຄົນດ້ອຍໂອກາດໃນສັງຄົມ, ຊ່ວຍເຫລືອຄົນພິການ ແລະ ອື່ນໆ. ນອກຈາກນັ້ນ, ຍັງໄດ້ຊອກຫາທຶນການສຶກສາ, ນັກຮຽນທີ່ທຸກຍາກ, ຫ່າງໄກສອກຫລີກ, ເຂດຊົນນະບົດ ແລະ ເຂດຊຸມຊົນທຸກຍາກອື່ນໆ.

  ພ້ອມນີ້, ມູນນິທິສຸດາພອນ ເພື່ອຊ່ວຍເຫລືອສັງຄົມ ຍັງຈະຊຸກຍູ້, ສົ່ງເສີມ ແລະ ຝຶກອົບຮົມທາງດ້ານກະ ສິກຳເພື່ອເຮັດໃຫ້ປະຊາຊົນ, ສັງຄົມ, ເດັກນ້ອຍຜູ້ດ້ອຍໂອກາດເປັນຕົ້ນ ວິທີການປູກຝັງ-ລ້ຽງສັດ, ສົ່ງເສີມພັດທະ ນາເດັກ ແລະ ໄວໜຸ່ມ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນນະທຳ, ມີວິໄສທັດ ທີ່ກວ້າງໄກ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສາມາດເປັນຕົວແທນເດັກ ແລະ ໄວໜຸ່ມລາວ ໃນເວທີເດັກ ແລະ ໄວໜຸ່ມໃນລະດັບຊາດ, ລະດັບພາກພື້ນ ແລະ ສາກົນ; ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ, ເດັກ, ຊົນເຜົ່າ. ນອກຈາກນັ້ນ, ປັບປຸງ, ສ້ອມແປງ ແລະ ກໍ່ສ້າງໂຮງຮຽນ, ຫ້ອງທົດລອງການຮຽນ, ບ່ອນອອກກຳລັງກາຍ, ສະໂມສອນໂຮງຮຽນ, ສະໜາມກິລາ, ດຶ່ງໄຟຟ້າ, ນໍ້າ, ຫໍສະໝຸດ, ຫ້ອງນໍ້າ, ສ່ວນທາລະນະ ແລະ ອື່ນໆ ໃຫ້ແກ່ບ້ານ, ເມືອງ, ເຂດຊຸມຊົນ, ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ.

ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ ກໍໄດ້ສະແດງຄວາມຊົມເຊີຍ ມາຍັງຄະນະບໍລິຫານມູນນິທິ ທີ່ໄດ້ມີຈຸດປະສົງໜັກແໜ້ນ ໃນການສ້າງຕັ້ງມູນນິທິດັ່ງກ່າວ, ພ້ອມທັງເນັ້ນໃຫ້ ເຄື່ອນໄຫວຕາມກົດລະບຽບຂອງຕົນ ແລະ ລະບຽບກົດໝາຍ ຂອງລັດ, ໂຄສະນາເຜີຍແຜ່ໃຫ້ກວ້າງຂວາງ, ທົ່ວເຖິງໃນສັງຄົມກ່ຽວກັບຈຸດປະສົງຂອງຕົນ, ລະດົມທຶນ, ຊັບສິນຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ຮັບເອົາການສະໜັບສະໜູນ, ຊ່ວຍເຫລືອ, ການບໍລິຈາກທຶນ, ຊັບສິນຈາກບຸກຄົນ ແລະ ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ, ໃຫ້ການສະໜັບສະໜູນ ດ້ານວັດທະນະທຳ, ການສຶກສາ, ສິ່ງແວດລ້ອມ, ສາທາລະນະສຸກ, ກິລາກາຍະກຳ, ວິທະຍາສາດ, ການກຸສົນ, ມະນຸດສະທຳ ຫລື ສາທາລະນະປະໂຫຍດອື່ນໆ ຕາມກົດລະບຽບຂອງຕົນ, ພ້ອມທັງ ໃຫ້ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ພາຍໃຕ້ລະບຽບກົດໝາຍ.

ພ້ອມນີ້, ທ່ານ ນິສິດ ແກ້ວປັນຍາ ຍັງຫ້າມໃຫ້ມູນນິທິ ສວຍໃຊ້ສິດເສລີພາບໃນການສ້າງຕັ້ງມູນນິທິ ຫລື ໃນນາມມູນນິທິ ເພື່ອເຄື່ອນໄຫວຂັດກັບ ລັດຖະທຳມະນູນ ແລະ ລະບຽບກົດໝາຍ; ຫ້າມເຄື່ອນໄຫວທີ່ຈະເປັນອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສິດເສລີ ພາບຂອງບຸກຄົນອື່ນ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ທ້ອງຖິ່ນ ແລະ ເຜົ່າຕ່າງໆ; ຫ້າມເຄື່ອນໄຫວທີ່ນຳໄປສູ່ ການແບ່ງແຍກຄວາມສາມັກຄີພາຍໃນຊາດ, ພາຍໃນທ້ອງຖິ່ນ ແລະ ອື່ນໆ.

ຂ່າວ-ພາບ:ທະນູທອງ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top