ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດກອງປະຊຸມເຊື່ອມຊຶມເອກະສານ ແຜນແມ່ບົດປ້ອງກັນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45
ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດກອງປະຊຸມເຊື່ອມຊຶມເອກະສານ ແຜນແມ່ບົດປ້ອງກັນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ແລະ ລັດຖະມົນຕີບັນດາກະຊວງທີ່ນະຄອນຫລວງວຽງຈັນ ໃນວັນທີ 16 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ພັທ ພອນສະຫວັດ ພະໄຊສົມບັດ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າ, ຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າກຸ່ມບ້ານ, ສະມາຊິກພັກ, ນາຍ ແລະ ພົນຕໍາຫລວດເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 19/ປກສ ລົງວັນທີ 22 ມີນາ 2024 ວ່າດ້ວຍການຫັນກຳລັງ ເຂົ້າປ້ອງກັນກອງປະຊຸມສຸດຍອດອາຊຽນ, ຜ່ານຂໍ້ຕົກລົງຂອງຄະນະຮັບຜິດຊອບວຽກແຕ່ລະດ້ານ ໃນການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ແລະ ຜ່ານແຜນແມ່ບົດປ້ອງກັນກອງປະຊຸມສຸດຍອດ ອາຊຽນຂອງກອງບັນຊາການ ປກສ ເມືອງໄຊຍະບູລີ, ຜ່ານແຈ້ງການຂອງກົມໃຫຍ່ການເມືອງ ສະບັບເລກທີ 1430/ກຍປສ ວ່າດ້ວຍມາດຖານເງື່ອນໄຂ ຂອງນາຍ ແລະ ພົນຕໍາຫລວດ ໄປຮຽນສຶກສາຢູ່ພາຍໃນ ແລະ ຕ່າງປະເທດ, ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍມາດຖານ, ເງື່ອນໄຂນາຍ ແລະ ພົນຕໍາຫລວດໄປບໍາລຸງຢູ່ພາຍໃນ ແລະ ຕ່າງປະເທດ.
ໂອກາດນີ້, ທ່ານ ພັທ ພອນສະຫວັດ ພະໄຊສົມບັດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ຕະຫລອດຮອດນາຍ ແລະ ພົນຕໍາຫລວດທົ່ວກຳລັງປ້ອງກັນຄວາມສະຫງົບ ເມືອງໄຊຍະບູລີ ຈົ່ງພ້ອມກັນເຮັດໜ້າທີ່ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຢ່າງຕັ້ງໜ້າ, ເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງຕົນ ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນບໍ່ໃຫ້ເກີດເຫດການວຸ້ນວາຍໃດໆເກີດຂຶ້ນ ໃນໄລຍະກະກຽມກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້ ພ້ອມທັງສ້າງແຜນປະຈຳການຕະຫລອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບໃຫ້ມີຄວາມສະຫງົບປອດໄພ 100%.
ຂ່າວ-ພາບ: ສົມພົງ ສີສະຫວັດ
KPL