ຂປລ
ຂປລ. ງານພົບປະສ້າງສາຍພົວພັນຮ່ວມມືຍຸດທະສາດ ສ ເກົາຫລີ-ລາວ 2024 ຈັດຂຶ້ນໃນວັນທີ 14 ພຶດສະພາ 2024 ຢູ່ສະຖານທູດ ສ ເກົາຫລີ ປະຈຳລາວ ຈັດໂດຍອົງການ KOTRA ວຽງຈັນ ດ້ວຍການຮ່ວມມືລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຊິ່ງງານດັ່ງກ່າວ, ເປັນບາດກ້າວສຳຄັນ ໃນການຮັດແໜ້ນ ສາຍພົວພັນທາງທຸລະກິດ ລະຫວ່າງ ສ ເກົາຫລີ ແລະ ສປປ ລາວ

ຂປລ. ງານພົບປະສ້າງສາຍພົວພັນຮ່ວມມືຍຸດທະສາດ ສ ເກົາຫລີ-ລາວ 2024 ຈັດຂຶ້ນໃນວັນທີ 14 ພຶດສະພາ 2024 ຢູ່ສະຖານທູດ ສ ເກົາຫລີ ປະຈຳລາວ ຈັດໂດຍອົງການ KOTRA ວຽງຈັນ ດ້ວຍການຮ່ວມມືລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຊິ່ງງານດັ່ງກ່າວ, ເປັນບາດກ້າວສຳຄັນ ໃນການຮັດແໜ້ນ ສາຍພົວພັນທາງທຸລະກິດ ລະຫວ່າງ ສ ເກົາຫລີ ແລະ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫລີ ປະຈຳ ສປປ ລາວ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີບັນດານັກທຸລະກິດເກົາຫລີ ແລະ ບໍລິສັດຊັ້ນນໍາຂອງລາວ ຫລາຍກວ່າ 40 ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ງານດັ່ງກ່າວ, ໄດ້ຮັບການສະໜັບສະໜຸນ ຈາກບໍລິສັດເກົາຫລີ ທີ່ດໍາເນີນທຸລະກິດ ຈາກຫລາຍຂະແໜງ ການ ໃນປະເທດລາວ, ປະກອບສ່ວນມີ ບໍລິສັດ KOWEPO-LAO International, (KLIC), Saman, KECC, BNK, KB Kolao Leasing, DGB, Solutek, Goodbyecar, CJ Logistics, ບໍລິສັດ Lako, Jelacon, Index Living Mall Laos, BTC, ບໍລິສັດ HJ Lao, Jeongwon, ສູນ HRD Korea EPS ປະເທດລາວ ແລະ Greengoods ໂດຍຜູ້ເຂົ້າຮ່ວມໄດ້ສົນທະນາເປີດກວ້າງ, ແລກປ່ຽນປະສົບການຂອງພວກເຂົາ ແລະ ຄົ້ນຄວ້າໂອກາດການຮ່ວມມືໃນອະນາຄົດ ເຊິ່ງການແລກປ່ຽນຄວາມຄິດເຫັນ ແລະ ຍຸດທະສາດຄັ້ງນີ້, ແນໃສ່ການ ສາຍພົວພັນທາງທຸລະກິດ ແລະ ຈຸດພົ້ນເດັ່ນແມ່ນການສ້າງການພົວພັນຄູ່ຮ່ວມມືໃໝ່ໃນ ສປປ ລາວ.
ໃນພິທີ ທ່ານ ນາງ ໄກ່ຄຳ ຂຸນວິສິດ ຊ່ຽວຊານອາວຸໂສ ດ້ານການພັດທະນາເສດຖະກິດ ແລະ ໂຄງການ ຈາກອົງການ KOTRA ວຽງຈັນ ໄດ້ໃຫ້ຮູ້ວ່າ: ການລົງທຶນຂອງ ສ ເກົາຫຼີ ຢູ່ ສປປ ລາວ ໄດ້ບັນລຸເຖິງ 900 ລ້ານໂດລາສະຫະລັດ ໃນຈໍານວນ 288 ໂຄງການ ແລະ ມີບໍລິສັດຈົດທະບຽນວິສາຫະກິດ 643 ບໍລິສັດ. ພ້ອມນີ້, ຍັງໄດ້ຍົກ ໃຫ້ເຫັນ 6 ຂະແໜງການທີ່ນັກລົງທຶນ ສ ເກົາຫລີ ມີຄວາມສົນໃຈຄື: ໂຄງການທີ່ນໍາໃຊ້ເຕັກໂນໂລຊີ ທີ່ສາມາດຊື້ຂາຍຄາບອນ(ITMO Transfer); ຊັບພະຍາກອນມະນຸດ ໃນຂະແໜງໄອທີ ໂດຍສຸມໃສ່ການຝຶກອົບຮົມ ນັກສຶກສາໄອ ທີລາວ ແລະ ສ້າງໂອກາດການຈ້າງງານ ທາງດ້ານດີຈິຕອນ ແລະ ການພັດທະນາຊອບແວ; ສິນຄ້າບໍລິໂພກ ໂດຍສະເພາະຜະລິດຕະພັນຄວາມງາມ ແລະ ສິນຄ້າອຸປະໂພກ-ບໍລິໂພກຂອງເກົາຫລີ; ອຸດສາຫະກໍາທີ່ອີງໃສ່ເຕັກໂນໂລຊີ; ອຸປະກອນການແພດ ແລະ ຂະແໜງບໍ່ແຮ່, ເນັ້ນໃສ່ການຮັກສາລະບົບຕ່ອງໂສ້ ການສະໜອງໃຫ້ແກ່ ອຸດສາຫະກຳຂອງ ສ ເກົາຫລີ ໂດຍຜ່ານການລົງທຶນໃນແຮ່ທາດໃນລາວ.
ທ່ານ ນາງ ໄກ່ຄຳ ຂຸນວິສິດ ຍັງໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງ KOTRA ນັບແຕ່ປີ 2022 ໃນຖານະອົງການສະເພາະທີ່ກະຊວງການຄ້າ, ອຸດສາຫະກຳ, ພະລັງງານຂອງ ສ ເກົາຫລີ ໄດ້ຮັບການແຕ່ງຕັ້ງ ເພື່ອດຳເນີນໂຄງການລົງທຶນຢູ່ຕ່າງ ປະເທດ ໃນບັນດາກິດຈະກຳຫລຸດຜ່ອນອາຍແກັສເຮືອນແກ້ວ. ອົງການ KOTRA ໄດ້ຈັດສັນງົບປະມານ 5 ລ້ານໂດລາສະຫະລັດ ໃນປີ 2023 ເພື່ອສະໜັບສະໜູນບັນດາບໍລິສັດ ຂອງ ສ ເກົາຫລີ ແລະ ໃນປີ 2024 ຈໍານວນ 25 ລ້ານ ໂດລາສະຫະລັດ ເພື່ອຊຸກຍູ້ການລົງທຶນໂຄງການ GHG ໃນການລິເລີ່ມຫລຸດຜ່ອນການປ່ອຍອາຍແກັສເຮືອນແກ້ວ.
ໂອກາດນີ້, ທ່ານ ຈອງ ຢອງຊູ ໄດ້ຄຳເຫັນໃນພິທີ ໂດຍເນັ້ນໜັກເຖິງຄວາມສຳຄັນ ຂອງການຄ້າ ແລະ ການລົງທຶນຂອງສອງປະເທດວ່າ: “ງານຄັ້ງນີ້ ແມ່ນເວທີປາໄສ ເພື່ອຮັດແໜ້ນສາຍພົວພັນ ດ້ານເສດຖະກິດຂອງພວກເຮົາ ໃຫ້ເລິກເຊິ່ງ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ນັກທຸລະກິດ ສ ເກົາຫລີ ແລະ ສປປລາວ ທີ່ຈະ ນໍາໄປສູ່ການຮ່ວມມືທີ່ຈະເລີນຮຸ່ງເຮືອງ.” ພ້ອມນີ້, ທ່ານ ອຸເດດ ສຸວັນນະວົງ ກໍໄດ້ກ່າວວ່າ: “ການພົວພັນຄູ່ຮ່ວມມື ຍຸດທະສາດ ສ ເກົາຫລີ-ລາວ 2024 ແມ່ນການຢືນຢັນເຖິງການເພີ່ມທະວີ ການພົວພັນລະຫວ່າງສອງປະເທດ ໂດຍ ການຮ່ວມມືກັນ ພວກເຮົາສາມາດເປີດໂອກາດໃໝ່ ແລະ ຊຸກຍູ້ການເຕີບໂຕດ້ານເສດຖະກິດ ຂອງທັງສອງປະເທດ”.
ໃນຕອນທ້າຍ, ທ່ານນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ສະແດງຄວາມຄິດເຫັນກ່ຽວກັບ ອະນາຄົດຂອງການພົວພັນທາງທຸລະກິດ ເກົາຫລີ-ລາວ ວ່າ: ງານຄັ້ງນີ້, ໄດ້ເປີດໂອກາດອັນລ້ຳຄ່າໃຫ້ແກ່ ຊຸມຊົນນັກທຸລະກິດ ໃນການເຊື່ອມໂຍງ ແລະ ຮ່ວມມືກັນ, ພວກເຮົາຫວັງວ່າຈະໄດ້ເຫັນຜົນໃນທາງບວກ ຂອງການພົວພັນເຫລົ່ານີ້.
ພ້ອມກັນນີ້, ທ່ານ ປັກ ຈຸນກິວ ຜູ້ອໍານວຍການໃຫຍ່ KOTRA ວຽງຈັນ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການສະໜັບສະໜູນ ແລະ ການມີສ່ວນຮ່ວມຢ່າງຕໍ່ເນື່ອງ ວ່າ: KOTRA Vientiane ອຸທິດຕົນເພື່ອອໍານວຍຄວາມສະດວກ ແລະ ຮັກສາສາຍພົວພັນທາງທຸລະກິດ ລະຫວ່າງ ປະເທດຂອງພວກເຮົາ, ພວກເຮົາມຸ່ງໝັ້ນທີ່ຈະສະໜອງຊັບພະຍາກອນທີ່ຈໍາເປັນ ແລະ ສະໜັບສະໜູນ ຮັບຮອງການຮ່ວມມືທີ່ປະສົບ ຜົນສໍາເລັດ.
KPL