ຫວຽດເຈັດ ວາງເປົ້າຈະຮັບຜູ້ໂດຍສານໃຫ້ໄດ້ 27 ລ້ານຄົນ ແລະ ຈ່າຍເງິນປັນຜົນ 25% ໃນປີ 2024 ຈະສ້າງລາຍຮັບໃຫ້ໄດ້ຫລາຍກວ່າ 701 ລ້ານໂດລາ ໃນໄຕມາດທີ 1

08/05/2024 08:48
Email Print 2364
ຂປລ ຂປລ.ວັນທີ 07 ພຶດສະພາ 2024 ບໍລິສັດຫຸ້ນສ່ວນການບິນຫວຽດເຈັດ (Vietjet) ຫລື HoSE: VJC ໄດ້ໄຂກອງປະຊຸມໃຫຍ່ຜູ້ຖືຫຸ້ນ (GMS) ປະຈຳປີ 2024 ແລະ ຮັບຮອງເອົາແຜນດໍາເນີນທຸລະກິດປະຈໍາປີ 2024. ໂດຍມີເປົ້າໝາຍຮັກສາຄວາມເປັນສາຍການບິນອັນດັບໜຶ່ງພາຍໃນປະເທດ ແລະ ຂະຫຍາຍຕາໜ່າງການບິນສາກົນຕື່ມອີກ.

ຂປລ.ວັນທີ 07 ພຶດສະພາ 2024 ບໍລິສັດຫຸ້ນສ່ວນການບິນຫວຽດເຈັດ (Vietjet) ຫລື HoSE: VJC ໄດ້ໄຂກອງປະຊຸມໃຫຍ່ຜູ້ຖືຫຸ້ນ (GMS) ປະຈຳປີ 2024 ແລະ ຮັບຮອງເອົາແຜນດໍາເນີນທຸລະກິດປະຈໍາປີ 2024. ໂດຍມີເປົ້າໝາຍຮັກສາຄວາມເປັນສາຍການບິນອັນດັບໜຶ່ງພາຍໃນປະເທດ ແລະ ຂະຫຍາຍຕາໜ່າງການບິນສາກົນຕື່ມອີກ. Vietjet ຍັງ​ໄດ້​ລາຍ​ງານ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ພົ້ນ​ເດັ່ນ​ໃນ​ໄຕ​ມາດ​ທີ 1 ປະຈໍາປີ 2024, ​ເພື່ອປູ​ທາງ​ໄປສູ່​ຄວາມ​ສຳ​ເລັດ​ໃນປີຕໍ່ໆໄປ.ໃນນັ້ນ,ໄດ້ຄາດ​ຄະ​ເນ​ລາຍ​ຮັບ​ການ​ຂົນ​ສົ່ງ​ທາງ​ອາກາດ ​ແລະ ລາຍ​ຮັບ​ລວມ​ໃຫ້​ໄດ້ຫລາຍກວ່າ 59 ພັນຕື້​ດົງ (ປະມານ 2,32 ຕື້ໂດລາ ) ​ແລະ 65,5 ພັນຕື້ດົງ (ປະມານ 2,57 ຕື້ໂດລາ ) ຕາມ​ລຳດັບ, ​ເພີ່ມ​ຂຶ້ນ 10% ​ແລະ 12,4% ທຽບໃສ່ປີທີ່ຜ່ານມາ. ຄາດ​ວ່າ Vietjet ຈະ​ສາມາດໃຫ້ບໍລິການ​ໄດ້ກວ່າ 142.000 ຖ້ຽວບິນ​ ຮັບຜູ້ໂດຍສານໄດ້​ຫລາຍ​ກວ່າ 27,4 ລ້ານ​ຄົນ. ສະພາຜູ້ບໍລິຫານຂອງ Vietjet ຍັງອະນຸມັດແຜນການກະຈາຍຜົນກຳໄລປີ 2024 ໃນນັ້ນແມ່ນເງິນປັນຜົນ ແລະ ເງິນປັນຜົນລ່ວງໜ້າຈະຖືກຈ່າຍເປັນເງິນສົດ ແລະ ຫຸ້ນໃນອັດຕາສ່ວນສູງສຸດເຖິງ 25%. Vietjet ​ໃນຖານະຜູ້ນຳດ້ານການບິນໃນ​ພາກ​ພື້ນ ຈະ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ຕະ​ຫລາດພາຍ​ໃນ​ປະ​ເທດ ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ເຄືອ​ຂ່າຍ​ການ​ບິນ​ໄປ​ປະ​ເທດ​ຕ່າງໆ​ຢູ່​ອາ​ຊີ​ໃຕ້, ອາ​ຊີ​ກາງ, ອົດ​ສຕຣາ​ລີ, ເອີ​ລົບ ແລະ ອື່ນໆ.

​ໃນ​ໄຕ​ມາດ​ທຳອິດ ປີ 2024 ລາຍ​ຮັບ​ຈາກການ​ຂົນ​ສົ່ງ​ທາງ​ອາກາດ​ຂອງ Vietjet ບັນລຸ 17,76 ພັນຕື້​ດົງ (ປະມານ 701 ລ້ານໂດລາ ) ​ໃນ​ຂະນະ​ທີ່​ກຳ​ໄລ​ຫລັງ​ເສຍ​ພາສີ​ແມ່ນ 520 ຕື້​ດົງ (ປະມານ 20,5 ລ້ານໂດລາ ) ​ເພີ່ມ​ຂຶ້ນ 38% ​ແລະ 209% ​ຈາກ​ປີ​ທີ່ຜ່ານມາ. ລາຍຮັບລວມຂອງສາຍການບິນ ແລະ ກໍາໄລຫລັງເສຍພາສີແມ່ນ 17,79 ພັນຕື້ດົງ (ປະມານ 702,4 ລ້ານໂດລາ ) ແລະ 539 ຕື້ດົງ (ປະມານ 21,3 ລ້ານໂດລາ ) ຕາມລໍາດັບ, ເພີ່ມຂຶ້ນ 38% ແລະ 212% ທຽບໃສ່ປີທີ່ຜ່ານມາ ຕາມລໍາດັບ.

​ໃນ​ໄລຍະ 3 ​ເດືອນໃນ​ຕົ້ນ​ປີນີ້, Vietjet ​ໄດ້​ດຳ​ເນີນ​ຖ້ຽວ​ບິນ​ເກືອບ 34.500 ຖ້ຽວ​ຢ່າງ​ປອດ​ໄພ ດ້ວຍ​ຜູ້​ໂດຍສານ 6,3 ລ້ານ​ຄົນ​. ອັດຕາສ່ວນບັນທຸກຜູ້ໂດຍສານ ສະເລ່ຍຂອງສາຍການບິນບັນລຸ 87% ແລະ ຄວາມໜ້າເຊື່ອຖືດ້ານວິຊາການ

ສູງເຖິງ 99.6%. ສືບຕໍ່ປະຕິບັດ​ຍຸດ​ທະ​ສາດ​ເພື່ອ​ຜັນ​ຂະຫຍາຍ​ໄປ​ສູ່​ສາກົນ, ການ​ຂົນ​ສົ່ງ​ຜູ້​ໂດຍສານ​ສາກົນ​ຂອງ Vietjet ​ໃນ​ໄຕ​ມາດ​ທຳອິດໄດ້​ຮັບ​ການ​ເຕີບ​ໂຕ​ຫລາຍ​ກວ່າ 53% ​ແລະ 61% ​ເມື່ອ​ທຽບ​ໃສ່​ປີທີ່ຜ່ານມາ​ຕາມ​ລຳດັບ.

ສາຍ​ການ​ບິນ​ໄດ້​ເປີດ​ຖ້ຽວບິນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃໝ່ 15 ເສັ້ນ​ທາງ​ໃນ​ໄລ​ຍະເວລາ 3 ເດືອນ, ເຮັດໃຫ້​ເສັ້ນ​ທາງ​ການ​ບິນ​ທັງ​ໝົດ​ຂຶ້ນ​ເປັນ 140 ເສັ້ນ​ທາງ. ໃນ​ບັນ​ດາ​ສາຍ​ການ​ບິນ​ສາ​ກົນ​​ທີ່​ໄດ້​​ເລີ່ມໃຫ້ບໍລິການແມ່ນ Phu Quoc – Taipei, Ho Chi Minh City – Chengdu/Xi’an ແລະ ນະຄອນຫລວງວຽງຈັນ. ນອກນີ້ຍັງມີ Hanoi-Hiroshima ແລະ Sydney/Melbourne. ໂດຍສະເພາະການຂະຫຍາຍເສັ້ນທາງໃໝ່ໃນປີນີ້ ທີ່ເຊື່ອມຕໍ່ ນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃນລາຄາທີ່ເໝາະສົມທີ່ສຸດ ດ້ວຍການບໍລິການທີ່ທ່ານຕ້ອງປະທັບໃຈ. ​ເຮັດ​ໃຫ້​ທຸກໆ​ຈຸດໝາຍ​ປາຍທາງ​ໃກ້ຊິດ​ກັບນັກ​ທ່ອງ​ທ່ຽວ​ ດ້ວຍ​​ເສັ້ນທາງການບິນ​ຂອງ Vietjet.

ມາຮອດວັນທີ 31 ມີນາ 2024, ມູນຄ່າຊັບສິນທັງໝົດຂອງ Vietjet ບັນລຸ ກວ່າ 85,82 ພັນຕື້ດົງ (ປະມານ 3.38 ຕື້ໂດລາ ). ອັດຕາສ່ວນໜີ້ສິນຕໍ່ຫຸ້ນຂອງບໍລິສັດຢູ່ທີ່ 1,9 ໃນຂະນະທີ່ອັດຕາສ່ວນສະພາບຄ່ອງຢູ່ທີ່ 1,3ເຊິ່ງທັງສອງແມ່ນຢູ່ໃນຂອບເຂດທີ່ດີຂອງອຸດສາຫະກໍາການບິນ.

.ນອກຈາກ​​ເຊື່ອມ​ຕໍ່​ຫວຽດ​ນາມ​ກັບ​ໂລກ​ຜ່ານ​ເຄືອ​ຂ່າຍ​ການ​ບິນ​ຂອງ​ຕົນ, ຍັງ​ໄດ້​ນຳ​ຕົນ​ເອງ​ເຂົ້າ​ໃກ້​ເວ​ທີ​ໂລກ​ຜ່ານ​ບັນ​ດາ​ໂຄງ​ການ​ຄົ້ນ​ຄ້​ວາ ​ແລະ ​ການ​ລົງ​ທຶນ​ເຕັກ​ໂນ​ໂລ​ຊີ​ສາ​ກົນອີກດ້ວຍ.

 

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top