ວຽກງານສາມສ້າງ ຂະແໜງ ຍທຂ ມີຜົນສຳເລັດຫລາຍດ້ານ

29/04/2024 09:44
Email Print 555
ຂປລ ລັດຖະບານ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຖືວຽກງານສາມສ້າງເປັນວຽກປົກກະຕິ ແລະ ເປັນບຸລິມະສິດໃນການປະ ຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ແຕ່ປີ 2019-2023 ຊຶ່ງໄລຍະຜ່ານມາການຈັດຕ້ັງປະຕິບັດວຽກງານດ່ັງກ່າວມີຜົນສຳເລັດຫລາຍດ້ານ.

    *ລັດຖະບານ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຖືວຽກ ງານສາມສ້າງເປັນວຽກປົກກະຕິ ແລະ ເປັນບຸລິມະສິດໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ແຕ່ປີ 2019-2023 ຊຶ່ງໄລຍະຜ່ານມາການຈັດຕ້ັງປະຕິບັດວຽກງານດ່ັງກ່າວມີຜົນສຳເລັດຫລາຍດ້ານ.


    ທ່ານ ສະເຫລີມສັກ ໄຊຍະມຸງຄຸນ ຫົວໜ້າຫ້ອງການກະຊວງ ຍທຂ ໄດ້ ລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງຂອງຂະແໜງ ຍທຂ ແຕ່ ປີ 2019-2023 ຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດປະຈຳປີ 2023 ເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະຜ່ານ ມາການຈັດຕັ້ງປະຕິບັດວຽກງານສາມສ້າງຂອງຂະແໜງ ຍທຂ ມີຜົນສຳເລັດຫລາຍດ້ານ ເປັນຕົ້ນວຽກຂົວທາງໄດ້ສໍາເລັດໂດຍພື້ນຖານການຄົ້ນຄວ້າສ້າງແຜນຍຸດທະສາດຮອດປີ 2030, ວິໃສທັດຮອດປີ 2035 ແລະ ແຜນພັດທະນາ 5 ປີ 2021-2025 ຂອງຂະ ແໜງຂົວທາງຊຶ່ງກຳລັງຢູ່ໃນຂັ້ນຕອນກະກຽມນໍາສະເໜີຮ່າງວິໄສທັດດັ່ງກ່າວຜ່ານຄະນະນໍາກະຊວງ ຍທຂ ພິຈາລະນາ; ໄດ້ສໍາເລັດການສ້າງດໍາລັດວ່າດ້ວຍເຂດສະຫງວນຂອງທາງຫລວງ ແລະ ໄດ້ຮັບຮອງຈາກລັດຖະບານສະບັບເລກທີ 185/ລບ, ລົງວັນທີ 20 ມິຖຸນາ 2022; ສໍາເລັດເອກະສານການແບ່ງຄວາມຮັບຜິດຊອບ, ໜ້າວຽກໃນການຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນຮ່ວມກັບພະແນກ ຍທຂ ແຂວງໄຊສົມບູນ ຕາມດຳລັດຂອງລັດຖະບານ ສະບັບເລກທີ 414/ລບ; ກໍາລັງດໍາເນີນການຄົ້ນຄວ້າການແບ່ງຄວາມຮັບຜິດຊອບ ການຄຸ້ມຄອງວຽກບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດໃຫ້ພະແນກ ຍທຂ ແຂວງ ແລະ ນະຄອນຫລວງວຽງຈັນ (ນວ) ຕາມແຈ້ງການຂອງກະຊວງ ຍທຂ ສະບັບເລກທີ 86/ຍທຂ, ລົງວັນ ທີ 19 ກຸມພາ 2024; ສໍາເລັດການປັບປຸງປຶ້ມຄູ່ມືການສ້ອມແປງຕາມລະຫັດໜ້າວຽກສ້ອມແປງສະບັບປັບປຸງປີ 2020 (ຮັບຮອງປີ 2021); ສໍາເລັດການຄົ້ນຄວ້າ, ຮັບຮອງ ແລະ ເຜີຍແຜ່ການນໍາໃຊ້ໂຄງສ້າງສູດຄິດໄລ່ລາຄາຫົວໜ່ວຍກິດຈະການກໍ່ສ້າງ ແລະ ສ້ອມແປງຂົວ-ທາງສະບັບປີ 2023; ຮັບຮອງເອົາຂໍ້ຕົກລົງ, ເຜີຍແຜ່ລະບຽບ ແລະ ມາດຕະການໃນການປ້ອງກັນຄວາມປອດໄພໃນເວລາກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງທາງຫລວງ; ສໍາເລັດການປັບປຸງຄູ່ມືການກວດກາ ແລະ ກຳນົດປະເພດຄວາມເສຍຫາຍຂອງຂົວ; ສຳເລັດການປັບປຸງຄູ່ມືການກຳນົດວິທີການສ້ອມແປງຂົວ ແລະ ການເສີມແຮງໃນການຮັບນໍ້າໜັກຂອງຂົວ; ຮັບຮອງເອົາຂໍ້ຕົກລົງ 2 ສະບັບຄື: 1) ຂໍ້ຕົກລົງວ່າດ້ວຍການອະນຸຍາດນໍ້າໜັກລວມສູງສຸດຂອງລົດບັນທຸກ, 2) ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານ ປະຈຳສະຖານີຕິດຊິງນໍ້າໜັກລົດບັນທຸກ; ສໍາເລັດດໍາລັດວ່າດ້ວຍຂອບເຂດສະຫງວນທາງຫລວງ ແລະ ກຳລັງຄົ້ນສ້າງຮ່າງຂໍ້ຕົກລົງວ່າດ້ວຍເຂດສະຫງວນຢູ່ໜ້າດິນຂອງວົງວຽນ ແລະ ທາງຫລວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ.

     ສໍາລັບວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງທ້ອງຖິ່ນ ໂດຍນໍາໃຊ້ຊັອບແວ ແລະ ເຄື່ອງມືທີ່ທັນສະໄໝ RMS/ProMMS, VIMS, IRAMS ແລະ ອ່ືນໆ; ສໍາເລັດ ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານວິຊາການພະແນກ ຍທຂ ແຂວງ ແລະ ຫ້ອງການ ຍທຂ ເມືອງຢູ່ 6 ແຂວງໃນການສ້າງແຜນວຽກບູລະນະຮັກສາ ແລະ ສ້ອມແປງທາງຫລວງທ້ອງຖິ່ນ ໂດຍນໍາໃຊ້ລະບົບຄຸ້ມຄອງທາງຫລວງທ້ອງຖິ່ນ (ProMMS) ມີການວິເຄາະຂໍ້ມູນ ແລະ ຄັດເລືອກວິທີການສ້ອມແປງທາງຫລວງທ້ອງຖິ່ນຈໍານວນ 6 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 240 ເທື່ອຄົນ.

ໂດຍ: ວັນເພັງ

KPL

ຂ່າວອື່ນໆ

ads
ads

Top