ຫວຽດນາມ ກຽມພ້ອມເດີນຂະບວນ ສວນສະໜາມສະເຫຼີມ ສະຫຼອງ 70 ປີແຫ່ງວັນໄຊຊະນະ ດຽນບຽນຝູ

30/04/2024 07:05
Email Print 203
ຂປລ ຢູ່ສະໜາມຫຼວງ ແຂວງດ້ຽນບຽນ ປະກອບດ້ວຍ 51 ກຸ່ມ ກຽມເຂົ້າຮ່ວມ ການເດີນ ສວນສະໜາມ ໃນພິທີ ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດຽນບຽນຝູ (7/5/1954-7/5/2024) ໂດຍມີ ການສົມທົບຮ່ວມມືກັນ ເພື່ອຝຶກຊ້ອມ ເປັນຄັ້ງທຳອິດ.

ຂປລ.ອ້າງຕາມ ຂ່າວວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 28 ເມສາ, ຢູ່ສະໜາມຫຼວງ ແຂວງດ້ຽນບຽນ ປະກອບດ້ວຍ  51  ກຸ່ມ ກຽມເຂົ້າຮ່ວມ ການເດີນ ສວນສະໜາມ ໃນພິທີ ສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະ ດຽນບຽນຝູ (7/5/1954-7/5/2024) ໂດຍມີ ການສົມທົບຮ່ວມມືກັນ ເພື່ອຝຶກຊ້ອມ ເປັນຄັ້ງທຳອິດ. ການຝືກຊ້ອມ ເລີ່ມດ້ວຍພິທີ ເຄົາລົບທຸງ. ຈາກນັ້ນ ແມ່ນ ກຸ່ມເຮືອບິນ ເຮລີກົບແຕ້ ໄດ້ແຂວນທຸງພັກ, ທຸງຊາດ ແລະ ບັນດາກຸ່ມຕ່າງໆ ໄດ້ເດີນຂະບວນ ສວນສະໜາມ ແລະ ອື່ນໆ. ການຝືກຊ້ອມຄັ້ງທຳອິດ ໄດ້ແກ່ຍາວເປັນເວລາ 90 ນາທີ.

ພິທີເດີນຂະບວນ, ສວນສະໜາມ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດຽນບຽນຝູ ຈະຈັດຂຶ້ນໃນຕອນເຊົ້າວັນທີ 7 ພືດສະພາ 2024 ພາຍຫຼັງ ພິທີໂຮມຊຸມນຸມ ຢ່າງສົມກຽດ, ລວມມີ 4 ກຳລັງ: ກຳລັງທະຫານປືນໃຫຍ່, ກຳລັງກອງທັບ ອາກາດ, ກຳລັງເດີນຂະບວນ ສວນສະໜາມ ແລະ ກຳລັງຢືນ ຢູ່ ສະໜາມກ່ວາ 12.000 ຄົນ./

KPL

ຂ່າວອື່ນໆ

ads
ads

Top