ສະພາສູງສ.ອາເມລິກາ ຮັບຮອງຮ່າງກົດໝາຍ ຫ້າມການນຳໃຊ້ຕິກຕ໊ອກ

24/04/2024 17:39
Email Print 259
ຂປລ ປະເທດ ສ.ອາເມລິກາ ເມື່ອວັນທີ 24 ເມສາວ່າ: ສະພາສູງ ສ.ອາເມລິກາ ມີມະຕິ ໃນກອງປະຊຸມ ດ້ວຍສຽງ ສ່ວນຫລາຍ 79 ຕໍ່ 18 ສຽງ ຮັບຮອງ ກົດໝາຍ “ກົດໝາຍປົກປ້ອງ ຊາວອາເມລິກາ ຈາກ ແອຟ ພລິເຄຊັນ ທີ່ ຄວບຄຸມໂດຍ ຜູ້ບໍ່ຫວັງດີ ຈາກ ປະເທດຕ່າງໆ”

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 24 ເມສາວ່າ: ສະພາສູງ ສ.ອາເມລິກາ ມີມະຕິ ໃນກອງປະຊຸມ ດ້ວຍສຽງ ສ່ວນຫລາຍ 79 ຕໍ່ 18 ສຽງ ຮັບຮອງ ກົດໝາຍ ກົດໝາຍປົກປ້ອງ ຊາວອາເມລິກາ ຈາກ ແອຟ ພລິເຄຊັນ ທີ່ ຄວບຄຸມໂດຍ ຜູ້ບໍ່ຫວັງດີ ຈາກ ປະເທດຕ່າງໆ” ຫລັງຈາກ ສະພາຜູ້ແທນປະຊາຊົນ ມີມະຕິສຽງສ່ວນຫລາຍ 360 ຕໍ່ 58 ສຽງ ໃນກອງປະຊຸມ ວາລະພິເສດ.

ຫລັງຈາກນີ້ ເຫລືອພຽງ ຂັ້ນຕອນໃຫ້ທ່ານ ໂຈໄບເດນ ປະທານາທິບໍດີ ສ.ອາເມລິກາ ລົງນາມ ເພື່ອໃຫ້ກົດ    ໝາຍ ມີຂໍ້ບັງຄັບໃຊ້ ຢ່າງເປັນທາງການ. ໂດຍກົດໝາຍ ລະບຸຢ່າງຊັດເຈນວ່າ ບໍລິສັດ ໄບດແດນຊ ຊຶ່ງມີ ສຳນັກງານໃຫຍ່ຢູ່ນະຄອນຫລວງ ປັກກິ່ງ ປະເທດ ຈີນ ຕ້ອງຢຸດຕິ ການຄອບຄອງ ກຳມະສິດທິເໜືອ ຕິກຕ໊ອກ ໃນໄລຍະເວລາ 9 ເດືອນ ນັບຕັ້ງແຕ່ ກົດໝາຍ ມີຜົນບັງຄັບໃຊ້. ຢ່າງໃດກໍ່ຕາມ ອາດມີການ ຂະຫຍາຍເວລາ ໃຫ້ແກ່ ຕິກຕ໊ອກອີກ 3 ເດືອນ ຖ້າຫາກ ຂະບວນການ ຊື້ຂາຍ ຍັງບໍ່ສຳເລັດ , ແຕ່ໃນກໍລະນີ ບໍ່ມີການ ດຳເນີນການພາຍໃນ ໄລຍະເວລາ ທີ່ ກຳນົດໄວ້ ແອຟພລີເຄຊັນ ດັ່ງກ່າວ ຈະບໍ່ສາມາດ ເຂົ້າເຖິງໄດ້ ໃນສ.ອາເມລິກາ ອີກຕໍ່ໄປ. ໂດຍເນື້ອໃນ ຂອງ ກົດໝາຍ ລະບຸວ່າ ເຫດຜົນທາງ ຄວາມໝັ້ນຄົງວ່າ ຈີນ ສາມາດເຂົ້າເຖິງ ຂໍ້ມູນສ່ວນບຸກຄົນ ຂອງ ປະຊາຊົນ ໃນ ສ.ອາເມລິກາ ໂດຍຜ່ານຕິກຕ໊ອກ. /.

KPL

ຂ່າວອື່ນໆ

ads
ads

Top