ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ

24/04/2024 12:23
Email Print 294
ຂປລ ຂປລ. ໃນຕອນບ່າຍວັນທີ 23 ເມສາ 2024, ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມ​ເດັດ ມະຫາ ​ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາຈັກ​ກຳ​ປູ​ເຈຍ ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ຂປລ. ໃນຕອນບ່າຍວັນທີ 23 ເມສາ 2024, ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ  ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

 ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງ ຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັບ ສົມ​ເດັດ ມະຫາ ​ບໍວໍ ທິບໍດີ ຮຸນ ມາແນດ ອີກຄັ້ງໜຶ່ງ, ຊຶ່ງຖືເປັນການພົບ ກັນ ຄັ້ງທີ 3 ແລະ ຕີລາຄາສູງຕໍ່ຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສົມ​ເດັດ ມະຫາ ​ບໍວໍ ທິບໍດີ ຮຸນ ມາແນດ ໃນທ້າຍເດືອນມີນາ 2024 ຜ່ານມາ, ຖືວ່າເປັນການປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍ ການພົວພັນຮ່ວມມືສອງຝ່າຍ ລາວ ແລະ ກໍາປູເຈຍ, ພ້ອມທັງສະແດງຄວາມຢືນຢັນຄືນ ເຖິງທັດສະນະຫລັກໝັ້ນ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ລັດຖະບານກຳປູເຈຍ ເພື່ອສົ່ງເສີມການພົວພັນຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ.

ໃນຂະນະດຽວກັນ, ສົມ​ເດັດ ມະຫາ ​ບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມລັດຖະກິດ ຣາຊະອານາຈັກກໍາປູເຈຍ ຂອງ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໃນຄັ້ງນີ້, ຊຶ່ງມີຄວາມໝາຍສໍາຄັນໃນການປະກອບ ສ່ວນເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກ ເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

 ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ການພົວພັນສອງປະເທດ ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງໃນຫລາຍລະດັບ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໃນລະດັບຕ່າງໆ, ອັນໄດ້ເປັນການປະກອບສ່ວນ ເຂົ້າໃນການສົ່ງເສີມສາຍພົວພັນ ເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນໃກ້ຊິດ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ ໃນປັດຈຸບັນ. ພິດເສດ, ສອງຝ່າຍ ໄດ້ສະແດງຄວາມຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ ຂອງ​ລັດຖະບານສອງປະເທດ ທີ່ໄດ້ມີການລົງນາມໃນເອກະສານ ທີ່ສໍາຄັນຮ່ວມກັນ ໃນໂອກາດທີ່ ສົມ​ເດັດ ມະຫາ ​ບໍວໍ ທິບໍດີ ຮຸນ ມາແນດ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການໃນທ້າຍເດືອນມີນາ 2024 ທີ່ຜ່ານມາ ຄື: ສານສັດຕະຍາບັນ ສົນທິສັນຍາວ່າດ້ວຍ ການກໍານົດຊາຍ ແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ;  ບົດບັນທຶກການແລກປ່ຽນສານສັດຕະ ຍາບັນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ແລະ  ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ວ່າດ້ວຍ ການຮ່ວມມືດ້ານພະລັງ ງານໄຟຟ້າ ໄລຍະທີ 2, ທັງໄດ້ສະແດງຄວາມເຫັນດີ ເປັນເອກະພາບທີ່ຈະຮ່ວມກັນ ຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍ ສືບຕໍ່ຈັດຕັ້ງປະຕິບັດຜົນການຕົກລົງຮ່ວມກັນ ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາໃຫ້ເປັນຮູບ ປະທໍາ ໂດຍສະເພາະ ແມ່ນການແກ້ໄຂບັນດາ ຈຸດຄົງຄ້າງຂອງເສັ້ນຊາຍແດນ ລາວ-ກໍາປູເຈຍ ທີ່ຍັງເຫລືອ 14% ໃຫ້ສໍາເລັດໂດຍໄວ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ພ້ອມນີ້, ສອງຝ່າຍ ກໍຈະສືບຕໍ່ໃຫ້ການພົວພັນຮ່ວມມືກັນໃນດ້ານຕ່າງໆ ເປັນຕົ້ນ ດ້ານພະລັງງານ, ການເຊື່ອມໂຍງເຊື່ອມຈອດທາງດ້ານ ຄົມມະນາຄົມ, ການຕໍ່ຕ້ານ ອາຊະຍາກໍາຂ້າມຊາດ ແລະ ອື່ນໆ.

ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໂດຍສະເພາະ ໃນການເປັນ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້, ທັງສະແດງຄວາມຫວັງວ່າ ສປປ ລາວ ຈະໄດ້ຕ້ອນຮັບ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນອະນາຄົດອັນໃກ້ນີ້.


ຂ່າວ
: ກົມການຂ່າວ, ກະຊວງການຕ່າງປະເທດ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top