ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ

24/04/2024 12:16
Email Print 299
ຂປລ ຂປລ. ຕອນບ່າຍວັນທີ 23 ເມສາ 2024, ທີ່ ນະຄອນຫລວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາ​ແຫ່ງ​ຊາດ ແຫ່ງຣາຊະ​ອານາຈັກ​ກຳ​ປູ​ເຈຍ ໃນໂອກາດເດີນທາງຢ້ຽມຢາມ ທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.



ຂປລ. ຕອນບ່າຍວັນທີ 23 ເມສາ 2024, ທີ່ ນະຄອນຫລວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາ​ແຫ່ງ​ຊາດ ແຫ່ງຣາຊະ​ອານາຈັກ​ກຳ​ປູ​ເຈຍ ໃນໂອກາດເດີນທາງຢ້ຽມຢາມ ທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວຂອງ ທ່ານປະທານສະພາແຫ່ງ ຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ມາຍັງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແລະ ບັນດາການນໍາຂອງສະພາແຫ່ງຊາດກໍາປູເຈຍ ທີ່ເປັນເພື່ອນມິດທີ່ສະໜິດສະໜົມ ຂອງປະຊາຊົນລາວບັນດາ ເຜົ່າ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ພັກປະຊາຊົນກໍາປູເຈຍ ໄດ້ຮັບໄຊຊະນະຢ່າງໃຫຍ່ຫລວງ ໃນການເລືອກຕັ້ງ ສະພາສູງສະໄໝທີ 5 ໃນວັນທີ 25 ກຸມພາ 2024 ທີ່ຜ່ານມາ, ຊຶ່ງພັກປະຊາຊົນກໍາປູເຈຍ ຍາດໄດ້ 55 ບ່ອນນັ່ງໃນ ຈໍານວນ 58 ບ່ອນນັ່ງຢູ່ສະພາສູງ,  ອັນນີ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນ ກໍາປູເຈຍ ທີ່ມີຕໍ່ພັກປະຊາຊົນ ຕະຫລອດໄລຍະທີ່ຜ່ານມາ. ໃນຂະນະດຽວກັນ, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມດັ່ງກ່າວ, ພ້ອມທັງສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ນໍາພາຄະນະຜູ້ນໍາຂັ້ນສູງ ຂອງ ສປປ ລາວ ເດີນທາງມາ ຢ້ຽມຢາມລັດ ຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້.

ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ  ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ອົງການນິຕິບັນຍັດ ຂອງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ເຂັ້ມແຂງ ສະແດງອອກຄື: ອົງການນິຕິບັນຍັດທັງສອງ ໄດ້ມີການແລກປ່ຽນການ ຢ້ຽມຢາມ ແລະ ໄປມາຫາສູ່ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ຊຶ່ງໃນທ້າຍປີ 2023, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ກໍາປູເຈຍ ກໍໄດ້ເດີນທາງໄປຢ້ຽມຢາມທາງການ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ຄັ້ງທີ 1, ຊຶ່ງເປັນ ກອງປະຊຸມທີ່ມີຄວາມໝາຍສໍາຄັນຄັ້ງປະຫວັດສາດ ສໍາລັບສະພາແຫ່ງຊາດ ຂອງສາມປະເທດ ກໍາປູເຈຍ, ລາວ ແລະ ຫວຽດນາມ ເພື່ອຊຸກຍູ້ສົ່ງເສີມການຮ່ວມມື ໃນເຂດສາມຫລ່ຽມພັດທະນາ (CLV) ແລະ ເປັນການສົ່ງເສີມ ການຮ່ວມມືຮອບດ້ານ ລະຫວ່າງ ກໍາປູເຈຍ-ລາວ-ຫວຽດນາມ, ພ້ອມທັງເປັນ ການຍົກສູງບົດບາດ ແລະ ການຮ່ວມ ມື ລະຫວ່າງ ອົງການນິຕິບັນຍັດຂອງສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ (CLV) ໃຫ້ສົມຄູ່ກັບກົນໄກ ຮ່ວມມືເບື້ອງລັດຖະບານ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top