ມຽນມາ ຕັ້ງເປົ້າປູກເຂົ້າ ເກືອບ 6 ລ້ານເຮັກຕາ

24/04/2024 17:39
Email Print 189
ຂປລ ມຽນມາ ໄດ້ວາງແຜນ ປູກເຂົ້າ ນາປີ ໃນສົກປີ ງົບປະມານ 2024-2025 ໃຫ້ບັນລຸເຖິງ 5.920.000 ລ້ານເຮັກຕາ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 23 ເມສາ, ສຳນັກງານກະສິກຳ ມຽນມາ ເປີດເຜີຍວ່າ:​ ມຽນມາ ໄດ້ວາງແຜນ ປູກເຂົ້າ ນາປີ ໃນສົກປີ ງົບປະມານ 2024-2025 ໃຫ້ບັນລຸເຖິງ 5.920.000 ລ້ານເຮັກຕາ. ນີ້ຖືເປັນຕົວເລກເພີ່ມຂື້ນ ເມື່ອທຽບໃສ່ ສົກປີງົບປະມານຜ່ານ. ຍ້ອນວ່າ ໄດ້ຮັບການ ສະໜັບສະໜູນ ຈາກກອງທຶນ ສົ່ງເສີມ ເສດຖະກິດ ຂອງລັດ. ທັງນີ້ ມຽນມາ ປູກເຂົ້ານາປີ ໃນລະດູມໍລະສຸມ ໃນສົກປີ ງົບປະມານ 2022-2023ເພີ່ມຂຶ້ນ,​ ໂດຍທົ່ວໄປ ການປູກເຂົ້ານາປີ ຂອງ ມຽນມາ ຈະຢູ່ໃນ ລະຫວ່າງເດືອນ ພືດສະພາ-ເດືອນຕຸລາ. ໃນຂະນະດຽວກັນ ມຽນມາ ພວມວາງແຜນ ປູກເຂົ້າ ໃນລະດູຮ້ອນ ຂອງ ສົກປີ ງົບປະມານ 2024-2025 ອີກ ຖັດຈາກ ລະດູ ມໍລະສຸມ./.

 

KPL

ຂ່າວອື່ນໆ

ads
ads

Top