ຮອງນາຍົກລັດຖະມົນຕີ ເນັ້ນເຖິງຄວາມສໍາຄັນການນໍາໃຊ້ ນະວັດຕະກຳດີຈິຕອນ ເລັ່ງລັດການປະຕິບັດວາລະ 2030

24/04/2024 10:28
Email Print 292
ຂປລ ຂປລ. ໃນວັນທີ 23 ເມສາ 2024 ນີ້, ທີ່ບາງກອກ ປະເທດໄທ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ​ລັດຖະມົນຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ຜູ້ແທນທາງການ ຂອງ ສປປ ລາວ ສືບຕໍ່ເຂົ້າຮ່ວມ ແລະ ກ່າວຄຳເຫັນຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການນໍາໃຊ້ນະວັດຕະກຳ ດີຈິຕອນທີ່ທັນສະໄໝ ເພື່ອເລັ່ງລັດການຈັດຕັ້ງປະຕິບັດວາລະ 2030

ຂປລ. ໃນວັນທີ 23 ເມສາ 2024 ນີ້, ທີ່ບາງກອກ ປະເທດໄທ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ​ລັດຖະມົນຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ຜູ້ແທນທາງການ ຂອງ ສປປ ລາວ ສືບຕໍ່ເຂົ້າຮ່ວມ ແລະ ກ່າວຄຳເຫັນຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການນໍາໃຊ້ນະວັດຕະກຳ ດີຈິຕອນທີ່ທັນສະໄໝ ເພື່ອເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ໂດຍສະເພາະ ການສົ່ງເສີມການຜະລິດ, ການຄ້າ, ການເງິນ, ການສຶກສາ, ການບໍລິການ ແລະ ອື່ນໆ. ເຖິງວ່າຈະມີຫລາຍປະເທດ ສາມາດນຳໃຊ້ນະວັດຕະກຳດ້ານດີຈິຕອນ ໄດ້ຢ່າງມີປະສິດທິຜົນ, ແຕ່ເຫັນວ່າຍັງມີຄວາມແຕກໂຕນ ແລະ ຄວາມບໍ່ສະເໝີພາບ ໃນການພັດທະນາ ນະວັດຕະກຳດ້ານດີຈິຕອນ ເຮັດໃຫ້ບາງປະເທດ ຍັງຜະເຊີນກັບຄວາມທ້າທາຍ ໃນການພັດທະນາພື້ນຖານ ໂຄງລ່າງດ້ານເຕັກໂນໂລຊີ ແລະ ການສ້າງຄວາມສາມາດ ດ້ານນະວັດຕະກຳ ດີຈິຕອນ.

 ພ້ອມ​ນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວເຖິງຄວາມພະຍາຍາມ ຂອງລັດຖະບານ ໃນການຫັນເປັນທັນສະໄໝ ກໍຄື ການຈັດຕັ້ງປະຕິບັດວິໄສທັດ ການພັດທະນາເສດຖະກິດ ດີຈິຕອນແຫ່ງຊາດ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດີຈິຕອນ ແຫ່ງຊາດ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດີຈິຕອນ 5 ປີ (2021-2025) ແນໃສ່ຮັດແຄບຄວາມແຕກໂຕນ ດ້ານການພັດທະນາເຕັກໂນໂລຊີ ພ້ອມທັງເລັ່ງລັດການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ສະໜັບສະໜູນໃຫ້ ສປປ ລາວ ສາມາດຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍ ພັດທະນາ ພາຍໃນປີ 2026.

ສຳລັບ ການຮ່ວມມືລະດັບພາກພື້ນ, ສປປ ລາວໄດ້ສະໜັບສະໜູນ ແຜນແມ່ບົດດີຈິຕອນອາຊຽນ ປີ2025 ທີ່ເລັ່ງລັດໃຫ້ແກ່ການເຊື່ອມໂຍງ ດີ​ຈິ​ຕອນທົ່ວພາກພື້ນ ແລະ ສຳລັບການເປັນປະທານ ໝູນວຽນອາຊຽນ ໃນປີ 2024 ກໍໄດ້ກໍານົດເອົາ 9 ບຸລິມະສິດ ​ເຊິ່ງລວມທັງການຂ້າມຜ່ານ ໄປສູ່ອະນາຄົດດີ​ຈິ​ຕອນ ແນໃສ່ສົ່ງເສີມໃຫ້ອາຊຽນ ກ້າວໄປສູ່ເສດຖະກິດດີ​ຈິ​ຕອນ ໃນແຖວໜ້າ ແລະ ສ້າງການເຊື່ອມຈອດທົ່ວອາຊຽນແລະ ທົ່ວໂລກໃຫ້ນັບມື້ນັບເລິກເຊິ່ງຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີຍັງໄດ້ຮຽກ ຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການຊ່ວຍເຫລືອບັນດາປະເທດ ທີ່ມີສະພາບເງື່ອນໄຂພິເສດ, ພ້ອມທັງໄດ້​ຢືນຢັນ​ຄືນຄວາມໝາຍ​ໝັ້ນ​ຂອງ ສປປ ລາວ ​ໃນການ​ຮ່ວມ​ມື​ໃນລະດັບພາກພື້ນ ແລະ ສາກົນ ເພື່ອພ້ອມກັນນຳ​ໃຊ້​ທ່າແຮງດ້ານ​ນະວັດຕະກຳ​ດີ​ຈິ​ຕອນ ​ເພື່ອ​ການພັດທະນາແບບຍືນຍົງ ແລະ ພ້ອມກັນກ້າວໄປ.

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ກໍໄດ້ປະກອບຄຳເຫັນໃນວາລະທີ 3 ກ່ຽວກັບການຮ່ວມມືສໍາລັບ ປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລ (LLDCs) ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (SIDs) ກ່ຽວກັບການນຳໃຊ້ດີ​ຈິ​ຕອນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມໃນບັນດາປະເທດ ທີ່ມີສະພາບເງື່ອນໄຂພິເສດດັ່ງກ່າວ ເຊິ່ງ ສປປ ລາວ ເປັນທັງປະເທດບໍ່ມີຊາຍແດນຕິດທະເລ ແລະ ປະເທດດ້ອຍພັດທະນາ.

ກອງປະຊຸມດັ່ງກ່າວ, ເປັນໂອກາດສຳຄັນໃນການປຶກສາຫາລື ກ່ຽວກັບການຮັດແໜ້ນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອໝູນໃຊ້ນະວັດຕະກຳດີຈິຕອນ ເຂົ້າໃນການເລັ່ງລັດ ການຈັດຕັ້ງ ປະຕິບັດວາລະ 2030 ເພື່ອເປົ້າໝາຍການພັດທະນາແບບຍືນຍົງ, ຮັດແຄບຄວາມແຕກໂຕນ ແລະ ຄວາມບໍ່ສະເໝີພາບດ້ານດີຈິຕອນ, ລະດົມຂົນຂວາຍຊັບພະຍາກອນ ແລະ ທຶນຮອນ ກໍຄື ເຕັກນິກວິຊາການ ຢ່າງມີປະສິດທິຜົນ.

          ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ພົບປະກັບ ທ່ານ ນາງ ອາມີດາ ຊໍເຊຍ ອາລີສຈາບານາ (Armida Salsiah ALISJAHBANA), ເລຂາບໍລິຫານງານຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມ ປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ແລະ ທ່ານ ໄຄຣັດ ຊາຣີເບ (Kairat SARYBAY) ເລຂາທິການໃຫຍ່, ກອງປະຊຸມວ່າດ້ວຍ ການປຶກສາຫາລື ແລະ ການສ້າງມາດຕະການໄວ້ເນື້ອເຊື່ອໃຈກັນໃນອາຊີ ເພື່ອປຶກສາຫາລືກ່ຽວກັບ ບັນຫາທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top