ເອດີບີ ຄາດປີນີ້ນັກທ່ອງທ່ຽວ ຈະເຂົ້າມາລາວ ເຖິງ 4 ລ້ານກວ່າຄົນ

24/04/2024 09:36
Email Print 445
ຂປລ ທະນາຄານພັດທະນາອາຊີຫລື Asian Development Bank (ADB) ໄດ້ລາຍງານວ່າເສດຖະກິດ ສປປ ລາວ ຈະເຕີບໂຕໃນລະດັບປານກາງ ໃນປີ 2024 ນີ້.

     *ທະນາຄານພັດທະນາອາຊີຫລື Asian Development Bank (ADB) ໄດ້ລາຍງານວ່າເສດຖະກິດ ສປປ ລາວ ຈະເຕີບໂຕໃນລະດັບປານກາງ ໃນປີ 2024 ນີ້ ໂດຍໄດ້ຮັບແຮງສະໜັບສະໜູນຈາກພາຍນອກ ເຊັ່ນ: ການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ ທ່າມກາງຄວາມກົດດັນຈາກພາວະເງິນເຟ ແລະ ພັນທະທີ່ຕ້ອງຊຳລະໜີ້ໃຫ້ກັບຕ່າງປະເທດ ແລະ ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ເຖິງ 4,2 ລ້ານຄົນໃນປີ 2024. ບົດລາຍງານເສດຖະກິດປະຈຳເດືອນເມສາ 2024 ຂອງ ADB ລະບຸວ່າ GDP ຂອງ ສປປ ລາວ ໃນປີ 2024-2025 ຈະມີການຂະຫຍາຍຕົວປະມານ 4% ໂດຍໄດ້ຮັບແຮງສະໜັບສະໜູນຈາກຫລາຍປັດໄຈປິ່ນອ້ອມເກີດຈາກຄວາມຕ້ອງການພາຍນອກ ໃນຂະແໜງບໍລິການ ເຊັ່ນ: ການທ່ອງທ່ຽວທີ່ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາເຖິງ 4,2 ລ້ານຄົນ ໃນປີ 2024 ແລະ ຍັງຈະໄດ້ຜົນປະໂຫຍດຈາກການພັດທະນາພື້ນຖານໂຄ່ງລາງໃນການເດີນທາງທ່ີງ່າຍຂ້ຶນ.

   

     ນອກນ້ີ, ຍັງຈະໄດ້ຮັບການລົງທຶນຈາກຕ່າງປະເທດຫລາຍຂຶ້ນ ໂດຍສະເພາະໃນໂຄງການພະລັງງານສະອາດຕ່າງໆ ເຊິ່ງຈະເປັນແຮງສະໜັບສະໜູນສຳຄັນໃນການຊຸກຍູ້ການຂະຫຍາຍຕົວຂອງອຸດສາຫະກຳຂອງ ສປປ ລາວ. ແຕ່ຢ່າງໃດກໍຕາມ, ທ່າມກາງການຂະຫຍາຍຕົວທາງເສດຖະກິດ ຂອງ ສປປ ລາວ ທະນາຄານພັດທະນາອາຊີ ກໍຍັງລະບຸວ່າອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເງິນກີບທີ່ອ່ອນຄ່າ ແລະ ໜີ້ສິນສາທາລະນະຍັງຄົງເປັນສິ່ງທ້າທາຍສໍາຄັນສໍາລັບການພັດທະນາຂອງ ສປປ ລາວ.ຜູ້ອຳນວຍການ ADB ປະຈຳ ສປປ ລາວ, ທ່ານ ໂຊໂນະມິ ທານະກະ (Sonomi Tanaka) ກ່າວວ່າ:  “ຄວາມກົດດັນຈາກໜີ້ສິນທີ່ບໍ່ຍືນຍົງ ແລະ ອັດຕາເງິນເຟີ້ສູງ, ອາດເຮັດໃຫ້ຈັງຫວະການຟື້ນຕົວເສດຖະກິດ ໂດຍລວມຂອງປະເທດຫລຸດລົງ”, ຄວາມກົດດັນຂອງອັດຕາເງິນເຟ້ີຄາດວ່າຈະຍັງຄົງຢູ່ຍ້ອນວ່າບັນດາທຸລະກິດ ແລະ ຜູ້ປະກອບການໄດ້ຂຶ້ນລາຄາບາງບໍລິການ, ສິນຄ້າບາງຈໍາພວກເພື່ອຊົດເຊີຍຄ່າໃຊ້ຈ່າຍທີ່ສູງຂຶ້ນ ຜົນມາຈາກການອ່ອນຄ່າຂອງເງິນກີບ ແລະ ການເພີ່ມຄ່າຈ້າງ. 


     ລາຄາຄາດວ່າຈະເພີ່ມຂຶ້ນ ໂດຍສະເລ່ຍ 20% ໃນປີ 2024, ຄ່ອຍໆຫລຸດລົງເປັນ 7% ໃນປີ 2025.ອີງຕາມຂໍ້ມູນຈາກສູນສະຖິຕິແຫ່ງຊາດ, ອັດຕາເງິນເຟີ້ໃນລາວຢູ່ ທີ່ 24,9% ໃນເດືອນມີນາ ເຊິ່ງເພີ່ມຂຶ້ນ 1,3% ຈາກເດືອນກຸມພາ ແລະ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.ອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ເຮັດໃຫ້ລາຄາອາຫານ, ການບໍລິການໂຮງແຮມ ແລະ ຮ້ານອາຫານເພີ່ມສູງກວ່າລາຍຮັບຂອງແຮງງານເຮັດໃຫ້ກຳລັງຊື້ພາຍໃນປະເທດນັ້ນຫລຸດລົງ.ການຫລຸດລົງຂອງກໍາລັງການຊື້ຂອງຄົວເຮືອນມີຜົນສະທ້ອນຢ່າງຫລວງຫລາຍຕໍ່ອະນາຄົດຂອງເສດຖະກິດລາວ. ADB ກ່າວວ່ານັກຮຽນຈະອອກໂຮງຮຽນຫລາຍຂຶ້ນ ແລະ ການເຄື່ອນຍ້າຍແຮງງານອາດຈະເພີ່ມຂຶ້ນເມື່ອຄົນຊອກຫາໂອກາດການຈ້າງງານຢູ່ບ່ອນອື່ນ. ແຕ່ເຖິງແນວໃດກໍດີ ສປປ ລາວ ກໍໄດ້ຕັ້ງ ເປົ້າໝາຍໄວ້ວ່າການເປີດປີທ່ອງທ່ຽວລາວ, ການເປັນປະທານອາຊຽນປີ 2024 ແລະ ການເຮັດກິດຈະກໍາໂຄສະນາຕ່າງໆຈະຊ່ວຍຍູ້ແຮງເຮັດໃຫ້ວຽກງານທ່ອງທ່ຽວດີຂຶ້ນຕາມລໍາດັບ ແລະ ຄາດວ່າປີນີ້ຈະສາມາດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top