ອາຊຽນ-ຈີນ ເປັນຄູ່ຄ້າລາຍໃຫຍ່ຮ່ວມກັນ 4 ປີລຽນຕິດ

08/05/2024 10:22
Email Print 658
ຂປລ ການພົວພັນຮ່ວມມືລະຫວ່າງອາຊຽນ-ຈີນ ເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງດ້ວຍບາດກ້າວສໍາຄັນ ແລະ ໜັກແໜ້ນໂດຍຜ່ານຂອບການຮ່ວມມືດ້ານການລົງທຶນ, ການຄ້າ, ຄົມມະນາຄົມ, ທ່ອງທ່ຽວ, ການສຶກສາ ແລະ ອື່ນໆ.

   *ການພົວພັນຮ່ວມມືລະຫວ່າງອາຊຽນ-ຈີນ ເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງດ້ວຍບາດກ້າວສໍາຄັນ ແລະ ໜັກແໜ້ນໂດຍຜ່ານຂອບການຮ່ວມມືດ້ານການລົງທຶນ, ການຄ້າ, ຄົມມະນາຄົມ, ທ່ອງທ່ຽວ, ການສຶກສາ ແລະ ອື່ນໆ. ລະຫວ່າງວັນທີ 1–2 ກຸມພາ 2024, ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າ ຮ່ວມພິທີເປີດປີແຫ່ງການໄປມາຫາສູ່ ລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ເຊິ່ງໃນພິທີດັ່ງກ່າວໄດ້ມີບັນດາກິດຈະກໍາປິ່ນອ້ອມທີ່ນະຄອນຝູໂຈວ, ແຂວງ ຝູຈ້ຽນ, ສປ ຈີນ, ຈຸດປະສົງຂອງການເປີດປີແຫ່ງການໄປມາຫາສູ່ລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ແມ່ນເພື່ອສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆເປັນຕົ້ນແມ່ນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ກິລາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ພ້ອມທັງເປັນການ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເຊິ່ງທັງສອງຝ່າຍໄດ້ຕົກລົງສ້າງຕັ້ງຂຶ້ນ ນັບແຕ່ປີ 2021 ເປັນຕົ້ນມາ.

   ໃນພິທີເປີດຄັ້ງ, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ຮັບກຽດຂຶ້ນກ່າວຄຳເຫັນ ແລະ ອ່ານສານຊົມເຊີຍພິທີເປີດປີແຫ່ງການໄປມາຫາສູ່ ລະຫວ່າງປະຊາຊົນອາຊຽນ ແລະ ຈີນ ຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.  ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີ ລາຄາສູງ ແລະ ຊົມເຊີຍຕໍ່ການກໍານົດເອົາປີ 2024 ເປັນປີແຫ່ງການແລກປ່ຽນການໄປມາຫາສູ່ຂອງປະຊາຊົນ ອາຊຽນ ແລະ ຈີນ ເພາະມີຄວາມໝາຍສໍາຄັນ ໃນການເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືອາຊຽນ-ຈີນ ແລະ ເປັນການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ. ທ່ານຍັງກ່າວຕື່ມວ່າ ການຈັດພິທີເປີດ ແລະ ບັນດາກິດຈະກໍາປິ່ນອ້ອມ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການຮ່ວມມືດ້ານວັດທະນະທຳ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ແລະ ການຮ່ວມມືດ້ານຕ່າງໆ ໃຫ້ຫລາຍຂຶ້ນກວ່າເກົ່າ ພ້ອມທັງເປັນການຟື້ນຟູເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວ ພາຍຫລັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄ ວິດ-19.

   ນອກຈາກນີ້, ໃນປີ 2024 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ສປປ ລາວ ກໍໄດ້ກໍານົດເອົາປີ 2024 ເປັນ “ປີທ່ອງທ່ຽວລາວ” ເຊິ່ງຈະເປັນການປະກອບສ່ວນສົ່ງເສີມການໄປມາຫາສູ່ກັນລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ. ເຖິງແນວໃດກໍດີຕາມແຫລ່ງ ຊິນຮົວຍັງໄດ້ລາຍງານເມື່ອບໍ່ດົນມານີ້: ດ້ວຍການຈັດຕັ້ງປະຕິບັດການພົວພັນຄູ່ຮ່ວມມືດ້ານເສດຖະກິດຮອບດ້ານໃນພາກພື້ນ ແລະ ການກໍ່ສ້າງເຂດການຄ້າເສລີຈີນ- ອາຊຽນເຫັນວ່າການຄ້າສອງຝ່າຍລະຫວ່າງຈີນກັບອາຊຽນໄດ້ສືບຕ່ໍເຕີບໂຕຢ່າງຕ່ໍເນ່ືອງໃນປີ 2023, ບັນລຸ 886,17 ຕື້ໂດລາສະຫະລັດ, ອາຊຽນໄດ້ຮັກສາຖານະເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນ ເປັນເວລາ 4 ປີລຽນຕິດ, ຂະນະທີ່ຈີນຍັງຄົງເປັນຄູ່ການຄ້າໃຫຍ່ທີ່ສຸດຂອງອາຊຽນເປັນເວລາ 14 ປີລຽນ ຕິດ. ສໍາລັບການລົງທຶນສອງສົ້ນ ລະຫວ່າງຈີນ ກັບອາຊຽນ ໄດ້ບັນເຖິງ 380 ຕື້ໂດລາສະຫະລັດ, ມີວິສາຫະກິດການລົງທຶນໂດຍກົງຂອງຈີນຫລາຍກວ່າ 6.500 ບໍລິສັດທ່ີສ້າງຕັ້ງຂຶ້ນໃນອາຊຽນ ໃນນັ້ນ, ເສດຖະກິດດິຈິຕອນ, ການພັດທະນາສີຂຽວ ແລະ ອຸດສາຫະກໍາພະລັງງານໃຫມ່ແມ່ນພົ້ນເດັ່ນຂຶ້ນກາຍເປັນຈຸດສຸມການລົງທຶນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top