5866

mk[mk,Ij k'dq f\kp ;j kfh ;pvq 'dkowvptdko xt-k-q o lt[a [xa [x5 ' 4n ;Pddkog,n v'{co;7y f gxa olt|k,Iq [ .odko8+ l6h xq dxh v'co;mk'ot3p[kp0v'ra d{]a f ,v[{Ia [|h kmuj g]0k7tot[= ]y sko'ko ra dc0;'{Ia dlkdkog9Q kc0;'[+ cdh ; lts]5 [;Pdx5 d]tfq ,0q o0;kp dko[= ]y 9kdg]n vfc[[lt\a d.9 g-nj v,-b ,,t8y dkolh k'glf4tdy f gvdt]kf gxa og9Q k8q ogv' w]pt.\j sk]n {mk[mk,7;k,gxa owxwfh dko9a f dv'xt-5 ,g;mu ljn ,;o-q ovk-Po 7A 'mu 8 ]a f;y lkstdy fw22h k]k; 0= 7;k,gsa o.99kdla '7q , ,v[{Ia [|h kmuj g]0kra dc0;' Ia dlkdkog9Q kc0;'[= ]y 7ew- ,v[{Ia [|h kmu j g]0kra dc0;'{Ia dlkdkog9Q kc0;'9exkla d gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 09.05.2024 ປີທີ 23 ສະບັບທີ 5.925 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ພິທີມອບ-ຮັບໜ້າທີ່ລະ ຫວ່າງ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ທ່ານ ທອງຈັນ ມະນີໄຊ ກໍາມະ ການສູນກາງພັກ ເລຂາຄະນະບໍລິ ຫານງານພັກແຂວງ, ຮັກສາການ ເຈົ້າແຂວງບໍ່ແກ້ວ(ຜູ້ໃໝ່)ຈັດຂຶ້ນໃນ ວັນທີ 8 ພຶດສະພາ 2024 ທີ່ ແຂວງ ບໍ່ແກ້ວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະນໍາສູນກາງ, ພະ ນັກງານການນໍາຂອງແຂວງ, ຫົວ ຂປລ. ກອງປະຊຸມປຶກສາຫາລື ທາບທາມຄວາມເປັນໄປໄດ້ໃນການ ຈັດກອງປະຊຸມເວທີສື່ມວນຊົນອາ ຊຽນຄັ້ງທີ8ທີ່ນະຄອນຫລວງວຽງ ຈັນ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໂດຍການເປັນປະທານ ຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີ ບັນດາຫົວໜ້າສື່ຕ່າງໆ ແລະ ພາກ ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີລົງນາມ ມອບ-ຮັບໜ້າທີ່ ລະຫວ່າງສະຫາຍ ກອງແກ້ວ ໄຊສົງຄາມ ເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າແຂວງ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ເຊື່ອມຊຶມມະຕິຂອງ ຂປລ. ກອງປະຊຸມທາບທາມ ຮ່າງກົດໝາຍວ່າດ້ວຍອົງການໄອ ຍະການປະຊາຊົນ ສະບັບປັບປຸງຈັດ ຂຶ້ນລະຫວ່າງວັນທີ 8-9 ພຶດສະພາ 2024 ທີ່ນະຄອນປາກເຊ ແຂວງ ຈໍາປາສັກ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ, ມີຜູ້ຕາງໜ້າຈາກສະ ພາປະຊາຊົນທ້ອງຖິ່ນ, ອົງການໄອ ຍະການປະຊາຊົນ ແລະ ສານປະຊາ ຊົນແຂວງ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ ກອງປະຊຸມຄັ້ງນີ້, ເພື່ອເປັນການ ຈັດຕັ້ງຜັນຂະຫຍາຍມະຕິຂອງຄະ ນະບໍລິຫານງານສູນກາງພັກວ່າ ສະໜາມຮົບດຽນບຽນຟູ, ສປປ ລາວ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ສຶກ ສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ, ສະມາຊິກພັກ, ປະຊາ ຊົນບັນດາເຜົ່າໃຫ້ມີຄວາມເຊື່ອໝັ້ນ ຕໍ່ບາດກ້າວເດີນຂອງປະເທດຕາມ ທິດສັງຄົມນິຍົມ, ຕໍ່ການນຳພາທີ່ຖືກ ຕ້ອງຂອງພັກ ແລະ ການຄຸ້ມຄອງ ຂອງລັດ. ພ້ອມນີ້, ຄະນະພັກທຸກ ຂັ້ນ ຈົ່ງຖືເອົາການເຮັດວຽກການ ເມືອງ-ແນວຄິດເປັນສະໜາມຮົບໃນ ການຕໍ່ສູ້ປົກປ້ອງແນວທາງ, ແຜນ ນະໂຍບາຍຂອງພັກ-ລັດ ເພາະວ່າ: ວຽກງານການເມືອງ-ແນວຄິດເປັນ ໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນ ປະຈຳແລະສອດຫ້ອຍໄປໃນທຸກຂົງ ສະຫາຍ ນາງ ປານີ ຢາທໍ່ຕູ້ ຂປລ. ໃນໂອກາດ ເຂົ້າຮ່ວມພິທີ ໂຮມຊຸມນຸມສະເຫລີມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູໃນ ວັນທີ7ພຶດສະພາ2024ນີ້,ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມ ການເມືອງສູນກາງພັກ ໄດ້ມີຄຳເຫັນ ໃນພິທີ ໂດຍສະຫາຍໄດ້ມີຄຳເຫັນ ບາງເນື້ອໃນສຳຄັນວ່າ: ເພື່ອສືບຕໍ່ ມູນເຊື້ອພິລະອາດຫານຂອງນັກຮົບ ປະຕິວັດ ທີ່ໄດ້ຕໍ່ສູ້ຕ້ານຈັກກະພັດຢູ່ ຂປລ. ກອງປະຊຸມສະຫລຸບວຽກ ງານການປຸກລະດົມຂົນຂວາຍ ແລະ ຈັດຫາຜູ້ບໍລິຈາກເລືອດແບບສະ ໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບ ແທນ ປີ 2023 ແລະ ວາງທິດ ທາງແຜນການແບບມີສ່ວນຮ່ວມປີ 2024 ຮ່ວມກັບບັນດາກະຊວງແລະ ອົງການລັດອ້ອມຂ້າງສູນກາງຈັດ ຂຶ້ນໃນວັນທີ 7 ພຶດສະພາ 2024 ທີ່ ສະຖາບັນເລືອດແຫ່ງຊາດໂດຍການ ເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນຫົວໜ້າສະຖາບັນເລືອດ ແຫ່ງຊາດ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອສະຫລຸບ ຖອດຖອນບົດຮຽນການເຄື່ອນໄຫວ ບໍລິຄຳໄຊ(ຜູ້ເກົ່າ) ແລະ ສະຫາຍ ສອນທະນູ ທຳມະວົງ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ຮັກສາການເຈົ້າ ສະຫາຍ ຄໍາພັນ ເຜີຍຍະວົງ ກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ປະກາດການຈັດຕັ້ງໃນວັນທີ 8 ພຶດ ສະພາ2024ໂດຍການເປັນປະທານ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ປະທານສະພາທິດສະດີ ສູນກາງພັກ, ມີບັນດາຄະນະພັກຄະນະນໍາ ພ້ອມດ້ວຍຫົວໜ້າກົມຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ປຸກລະດົມຂົນຂວາຍ ແລະ ການຈັດ ຫາຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນຮ່ວມ ກັບບັນດາກະຊວງ ແລະອົງການລັດ ອ້ອມຂ້າງສູນກາງ ເຊິ່ງໃນປີຜ່ານ ມາ ສາມາດການຮັບບໍລິຈາກເລືອດ ຂອງບັນດາກະຊວງ 17 ຄັ້ງ, ມີຜູ້ ເຂົ້າຮ່ວມ 1.063 ເທື່ອຄົນ, ຜູ້ບໍລິ ຈາກເລືອດໄດ້1.031 ເທື່ອຄົນທຽບ ໃສ່ແຜນການປະຕິບັດໄດ້ 94% (ຄາດໝາຍສູ້ຊົນ 1098 ຖົງ). ສຳ ລັບການຮັບບໍລິຈາກເລືອດຂອງບັນ ດາອົງການລັດຈຳນວນ 9 ຄັ້ງ, ມີຜູ້ ເຂົ້າຮ່ວມ 2.000 ເທື່ອຄົນ, ຜູ້ບໍລິ ຈາກເລືອດໄດ້1.339ເທື່ອຄົນ,ທຽບ ຂປລ. ພິທີມອບ-ຮັບໜ້າທີ່ລະ ຫວ່າງ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ເຈົ້າ ແຂວງຈຳປາສັກ (ຜູ້ເກົ່າ) ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາ ມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກແຂວງ, ຮັກສາ ການເຈົ້າແຂວງຈຳປາສັກ (ຜູ້ໃໝ່) ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກ ຂີພິຍານຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ ສູນກາງພັກ, ຮອງປະທານປະທານ, ມີສະຫາຍຮອງຫົວໜ້າຄະນະຈັດ ຕັ້ງສູນກາງພັກ, ຄະນະບໍລິຫານງານ ພັກແຂວງ, ເລຂາພັກເມືອງ ແລະ ພະນັກງານການນຳຫລັກແຫລ່ງ ແຂວງຈຳປາສັກ ເຂົ້າຮ່ວມ. ໃນພິທີ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງ ພັກ, ຮອງຫົວໜ້າຄະນະຈັດຕັ້ງສູນ ກາງພັກ ໄດ້ຜ່ານຄຳສັ່ງຂອງກົມ ການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງຈຳປາສັກ ໄປ ຮັບໜ້າທີ່ໃໝ່ ຢູ່ກະຊວງພາຍໃນ; ຄໍາສັ່ງຂອງກົມການເມືອງສູນກາງ ພັກ ວ່າດ້ວຍການຍົກຍ້າຍສະຫາຍ ອາລຸນໄຊ ສູນນະລາດ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄປຮັບໜ້າທີ່ ໃໝ່ຢູ່ແຂວງຈຳປາສັກ ແລະ ຜ່ານ ໜ້າ, ຮອງຫົວໜ້າພະແນກການ, ອົງ ການ, ລັດວິສາຫະກິດ, ສະພາປະຊາ ຊົນແລະບັນດາເຈົ້າເມືອງເຂົ້າຮ່ວມ. ໃນພິທີ, ທ່ານ ທອງຈັນ ໂຂງ ພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມ ການເມືອງສູນກາງພັກວ່າດ້ວຍ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/05/2024 xtgmf]k; ມອບ-ຮັບໜ້າທີ່...ແຂວງບໍ່ແກ້ວ... ສະຫລຸບວຽກປຸກລະດົມ... ຖືວຽກງານການເມືອງ... ມອບ-ຮັບໜ້າທີ່...ແຂວງບໍລິຄຳໄຊ... ເຊື່ອມຊຶມມະຕິ... ເຂດວຽກງານຂອງພັກ-ລັດ, ຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງ ການຈັດຕັ້ງສັງຄົມ, ເປັນປັດໄຈຮັບ ປະກັນທຸກໄຊຊະນະຂອງການປະ ຕິວັດ, ທັງຕ້ອງໃຫ້ປະຊາຊົນໂດຍສະ ເພາະໄວໜຸ່ມຮັບຮູ້ວ່າຍ້ອນມີການ ເສຍສະຫລະ ທີ່ຍິ່ງໃຫຍ່ຂອງນັກຮົບ ປະຕິວັດຂອງສອງປະເທດ ລາວຫວຽດນາມ ໃນເມື່ອກ່ອນ, ພວກ ເຮົາຈິ່ງມີສັນຕິພາບໃນວັນນີ້. ພ້ອມນີ້, ຕ້ອງຕັ້ງໜ້າປະກອບ ສ່ວນເຂົ້າໃນການສ້າງເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງດ້ວຍ ການຍົກສູງສະຕິຊາດ, ເສີມຂະ ຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງ ຄົນໃນຊາດ, ເພື່ອຂຸດຄົ້ນທ່າແຮງບົ່ມ ຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງ ພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະ ສິດທິຜົນ ເພື່ອການພັດທະນາແບບ ຍືນຍົງ, ສ້າງຄວາມຢູ່ດີກິນດີໃຫ້ ປະຊາຊົນພາຍໃນຊາດ, ເຮັດໃຫ້ປະ ເທດຊາດ ມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດ-ສັງຄົມມີການພັດ ທະນາ, ນຳເອົາປະເທດຊາດຫລຸດ ພົ້ນອອກຈາກສະພາວະດ້ອຍພັດ ທະນາໃນຊຸມປີຕໍ່ໜ້າ; ສືບຕໍ່ຮັກສາ ມູນເຊື້ອຄວາມສາມັກຄີເປັນປຶກ ແຜ່ນ, ຮັກສາມູນເຊື້ອການຕໍ່ສູ້ອົງ ອາດກ້າແກ່ນເດັດຂາດມີໄຊຂອງ ກອງທັບເຮົາ, ສືບຕໍ່ປົກປັກຮັກສາ ມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີເບບພິເສດ ທີ່ເປັນມູນ ເຊື້ອ ແລະ ການຮ່ວມມືຍຸດທະສາດ ຮອບດ້ານ ລາວ-ຫວຽດນາມ ທີ່ປະ ທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍ່, ປະ ທານ ໄກສອນພົມວິການ, ປະທານ ສຸພານຸວົງ ໄດ້ສ້າງຂຶ້ນ ແລະ ຖະນຸຖະ ໜອມ, ສືບທອດ ໂດຍການນຳຮຸ່ນ ຕ່າງໆໃຫ້ມີຄວາມໜັກແໜ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ໃນສະພາບສາກົນ, ພາກພື້ນ ສືບຕໍ່ມີຄວາມສັບສົນຜັນແປຢ່າງ ສະຫລັບຊັບຊ້ອນນີ້, ພວກເຮົາຈະ ຕ້ອງໄດ້ສືບຕໍ່ປະຕິບັດແນວທາງ ການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມ ມືຕາມຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບຕ່າງຝ່າຍຕ່າງມີຜົນ ປະໂຫຍດ; ເສີມຂະຫຍາຍຈິດໃຈປະ ຕິວັດ, ຈິດໃຈເພິ່ງຕົນເອງ, ກຸ້ມຕົນ ເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ເດັດດ່ຽວຕີຖອຍສະພາບ ການເສື່ອມຖອຍດ້ານແນວຄິດການ ເມືອງ, ຄຸນສົມບັດ, ແບບແຜນການ ດໍາລົງຊິວິດທີ່ບໍ່ປອດໃສຂອງພະນັກ ງານ, ສະມາຊິກພັກ ແລະ ໃນທົ່ວສັງ ຄົມ, ຕ້ານພະຍາດອາດຍາສິດ, ສໍ້ ລາດບັງຫລວງ ແລະ ປະກົດການ ຫຍໍ້ທໍ້ຕ່າງໆ; ເສີມຂະຫຍາຍມູນເຊື້ອ ແຫ່ງໄຊຊະນະຂອງບັ້ນຮົບດຽນ ບຽນຟູ ເພື່ອເພີ່ມທະ ວີຄວາມສາມັກ ຄີພິເສດ ລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນ ສອງຊາດລາວຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດ, ສົມກັບການເສຍສະ ຫລະອັນໃຫຍ່ຫລວງຂອງນັກປະ ຕິວັດຂອງ 2 ຊາດ, ສືບຕໍ່ສຶກສາ ອົບຮົມປະຊາຊົນ ແລະ ໄວໜຸ່ມຂອງ 2 ປະເທດ ເຫັນໄດ້ຄວາມຮັບຜິດ ຊອບຂອງຕົນ ໃນການສືບຕໍ່ປົກປັກ ຮັກສາສາຍພົວພັນທີ່ຫາຍາກນີ້ໃຫ້ ໝັ້ນຄົງທະນົງແກ່ນຕະຫລອດໄປ. ຂ່າວ: ກິດຕາ ການຍົກຍ້າຍພະນັກງານການນໍາ ຂັ້ນສູງໄປຮັບໜ້າທີ່ໃໝ່ໂດຍ ໄດ້ຍົກ ຍ້າຍທ່ານ ບົວຄົງ ນາມມະວົງ ກໍາ ມະການສູນກາງພັກ, ເລຂາພັກ ແຂວງເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ໄປຮັບໜ້າທີ່ຢູ່ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ແລະ ຜ່ານ ມະຕິຕົກລົງຂອງກົມການເມືອງວ່າ ດ້ວຍການແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກ ແຂວງ, ຮັກສາການເຈົ້າແຂວງ ບໍ່ແກ້ວ (ຜູ້ໃໝ່). ໂອກາດນີ້, ທ່ານ ບົວຄົງ ນາມ ມະວົງ ໄດ້ຜ່ານບົດສະຫລຸບຫຍໍ້ ໃນການນຳພາ-ຊີ້ນຳວຽກງານຕະ ຫລອດໄລຍະທີ່ທ່ານດຳລົງຕຳແໜ່ງ ເປັນເຈົ້າແຂວງ 6 ປີທີ່ຜ່ານມາ, ພ້ອມທັງກ່າວມອບໜ້າທີ່ໃຫ້ເລຂາ ຄະນະ ບໍລິຫານງານພັກແຂວງ, ຮັກ ສາ ການເຈົ້າແຂວງຜູ້ໃໝ່. ຈາກນັ້ນ, ທ່ານ ທອງຈັນ ມະນີໄຊ ກໍໄດ້ກ່າວ ຮັບໜ້າທີ່, ພ້ອມທັງໃຫ້ຄຳໝັ້ນສັນຍາ ວ່າຈະສືບຕໍ່ຈັດຕັ້ງປະຕິບັດທິດທາງ ແລະ ຄາດໝາຍສູ້ຊົນທີ່ທ່ານເຈົ້າ ແຂວງຜູ້ເກົ່າວາງໄວ້ໄລຍະຜ່ານ ມາໃນການຮັກສາທ່ວງທ່າການຈະ ເລີນເຕີບໂຕທາງດ້ານເສດຖະກິດສັງຄົມຂອງແຂວງ, ການແກ້ໄຂປາ ກົດການຫຍໍ້ທໍ້ໃນສັງຄົມຕິດພັນກັບ ວຽກງານສາມສ້າງຢ່າງໜັກແໜ້ນ, ລວມທັງການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ພ້ອມນັ້ນ, ກໍໄດ້ມີ ພິທີເຊັນບົດບັນທຶກ ມອບ-ຮັບໜ້າທີ່ ຢ່າງເປັນທາງການ. ໃນໂອກາດດຽວກັນ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຄະນະບໍລິ ຫານງານພັກແຂວງບໍ່ແກ້ວ ທີ່ເຮັດ ສໍາເລັດຕາມໜ້າທີ່ຕາມການມອບ ໝາຍຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມຂອງລັດໃນໄລຍະ ຜ່ານມາ.ພ້ອມນີ້,ທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນພາວະວິໄສໃນ ການສັບຊ້ອນພະນັກງານການນຳ ຂັ້ນສູງໃນຄັ້ງນີ້ ໂດຍອີງໃສ່ຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານໃນໄລຍະໃໝ່. ນອກຈາກ ນັ້ນ, ທ່ານກໍໄດ້ຮຽກຮ້ອງໃຫ້ເລຂາ ຄະນະບໍລິຫານງານພັກແຂວງ, ຮັກ ສາການເຈົ້າແຂວງຜູ້ໃໝ່ຕ້ອງມີວິ ໄສທັດໃນການເບິ່ງບັນຫາ, ເພີ່ມທະວີ ຄວາມສາມັກຄີເປັນເອກະພາບໃນ ການນຳພາໝູ່ຄະນະ, ເສີມຂະຫຍາຍ ຈຸດດີ, ແກ້ໄຂຈຸດອ່ອນໃນການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ- ສັງ ຄົມ, ປັບປຸງແບບແຜນນຳພາ, ແບບ ແຜນດຳລົງຊີວິດ, ເປັນແບບຢ່າງແກ່ ມະຫາຊົນ, ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີ ຂອງແຂວງ ເພື່ອນຳພາ ແລະ ປຸກລະ ດົມກຳລັງແຮງຂອງສັງຄົມພ້ອມກັນ ສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ຈະເລີນກ່າວໜ້າຂຶ້ນກວ່າເກົ່າ. ຂ່າວ: ຄໍາເພັງ ສີສະຫວ່າງ ໃສ່ແຜນການປະຕິບັດໄດ້ 157% ລື່ນຄາດໝາຍ (ຄາດໝາຍສູ້ຊົນ 848 ຖົງ). ສ່ວນທິດທາງແຜນການປີ 2024 ຈະສູ້ຊົນອອກຮັບບໍລິຈາກ ເລືອດຢູ່ບັນດາກະຊວງ-ອົງການ ລັດອ້ອມຂ້າງສູນກາງຕາມແຜນ ການທີ່ວາງໄວ້ຮ່ວມກັນ; ເພີ່ມທະວີ ຄວາມເອົາໃຈໃສ່ໃນການປະສານ ງານຮ່ວມກັບຜູ້ຕາງໜ້າຈາກກະ ຊວງ ແລະ ອົງການຈັດຕັ້ງລັດໃນ ວຽກງານປຸກລະດົມບໍລິຈາກເລືອດ; ປູກຈິດສຳນຶກໃຫ້ແກ່ພະນັກງານລັດຖະກອນທຸກພາກສ່ວນເຫັນໄດ້ ຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນຂອງວຽກງານການ ບໍລິຈາກເລືອດ ເພື່ອຊ່ວຍຊີວິດໃຫ້ ຫລາຍຂຶ້ນ ໂດຍສະເພາະພາກສ່ວນ ກະຊວງຄາດຄະເນອອກຮັບບໍລິ ຈາກເລືອດໃຫ້ໄດ້ 32 ຄັ້ງ, ມີຜູ້ເຂົ້າ ຮ່ວມ 2.200 ເທື່ອຄົນ, ຜູ້ບໍລິຈາກ ເລືອດ 1.296 ເທື່ອຄົນ, ເຂົ້າຮ່ວມ ກິດຈະກຳບໍລິຈາກເລືອດໃນວັນສຳ ຄັນຕ່າງໆ 1-2 ຄັ້ງ; ພາກສ່ວນອົງ ການລັດຄາດຄະເນອອກຮັບບໍລິ ຈາກເລືອດໃຫ້ໄດ້ 26 ຄັ້ງ, ມີຜູ້ເຂົ້າ ຮ່ວມ 2.000 ເທື່ອຄົນ, ຜູ້ບໍລິຈາກ ເລືອດ 1.046 ເທື່ອຄົນ ແລະ ຮ່ວມ ກິດຈະກຳບໍລິຈາກເລືອດໃນວັນສຳ ຄັນຕ່າງໆ 1-2 ຄັ້ງ. ແຂວງບໍລິຄຳໄຊ (ຜູ້ໃໝ່) ຈັດຂຶ້ນ ເປັນທາງການໃນວັນທີ 8 ພຶດສະ ພາ 2024 ຢູ່ຫ້ອງວ່າການແຂວງ ບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ນາງ ສີໃສ ລືເດດມູນ ສອນ ກຳມະການກົມການເມືອງສູນ ກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີການນຳຂັ້ນສູນກາງ, ຄະນະບໍລິ ຫານງານພັກແຂວງ, ພະນັກງານ ຫລັກແຫລ່ງ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ໂດຍປະຕິບັດຕາມຄຳສັ່ງຂອງ ກົມການເມືອງສູນກາງພັກ ສະບັບ ເລກທີ 02/ກມສພ, ລົງວັນທີ 30 ເມສາ 2024 ວ່າດ້ວຍການຍົກຍ້າຍ ເລຂາພັກແຂວງ, ເຈົ້າແຂວງບໍລິຄຳ ໄຊ, ອີງຕາມມະຕິຕົກລົງຂອງກົມ ການເມືອງສູນກາງພັກ ສະບັບເລກ ທີ 11/ກມສພ, ລົງວັນທີ 30 ເມສາ 2024 ວ່າດ້ວຍການແຕ່ງຕັ້ງເລ ຂາຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ, ອີງຕາມຂໍ້ກຳນົດຂອງ ກົມການເມືອງສູນກາງພັກ ເລກທີ 02/ກມສພ ລົງວັນທີ 14 ກໍລະກົດ 2003 ວ່າດ້ວຍການແຕ່ງຕັ້ງສັບ ປ່ຽນໜ້າທີ່ ແລະ ບ່ອນປະຈຳການ ຂອງພະນັກງານແລະນິຕິກຳທີ່ກ່ຽວ ຂ້ອງ. ກົມການເມືອງສູນກາງພັກ ຕົກລົງຍົກຍ້າຍ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ ໄປຮັບໜ້າທີ່ໃໝ່ຢູ່ສະຖາ ບັນວິທະຍາສາດເສດຖະກິດ-ສັງ ຄົມແຫ່ງຊາດ, ຕົກລົງແຕ່ງຕັ້ງສະ ຫາຍ ສອນທະນູ ທຳມະວົງ ກຳມະ ການສູນກາງພັກ, ເປັນເລຂາຄະນະ ບໍລິຫານງານພັກແຂວງ, ຮັກສາ ການ ເຈົ້າແຂວງບໍລິຄຳໄຊ. ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຍົກໃຫ້ເຫັນການ ຍົກຍ້າຍບ່ອນປະຈຳການຂອງພະ ນັກງານການນຳຂັ້ນສູງ ແມ່ນອີງໃສ່ ຄວາມຮຽກຮ້ອງຕ້ອງການໜ້າທີ່ ການເມືອງຂອງພັກ ໃນປັດຈຸບັນ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນໃຫ້ ເລຂາພັກແຂວງ, ຮັກສາການເຈົ້າ ແຂວງບໍລິຄຳໄຊ ຄົນໃໝ່ ຈົ່ງສືບຕໍ່ ຜັນຂະຫຍາຍມະຕິຄະນະບໍລິຫານ ພັກແຂວງບໍລິຄຳໄຊ ສະໄໝທີ 7 ວາງອອກໃຫ້ປະກົດຜົນເປັນຈິງໂດຍ ສະເພາະແມ່ນຖືສຳຄັນວຽກງານ ການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຄະນະພັກ, ສະມາ ຊິກພັກພະນັກງານ-ລັດຖະກອນກຳ ລັງປະກອບອາວຸດຕະຫລອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃຫ້ກວ້າງຂວາງ, ພ້ອມນັ້ນຄະນະ ບໍລິຫານງານພັກແຂວງ, ຄະນະ ບໍລິຫານງານພັກເມືອງ, ອົງການ ຈັດຕັ້ງພາຄີ, ອົງການຕຸລາການ-ນິ ຕິບັນຍັດ ຈົ່ງໄດ້ໃຫ້ຄວາມຮ່ວມມື ກັບສະຫາຍເລຂາພັກແຂວງຄົນໃໝ່ ເພື່ອພ້ອມກັນສ້າງສາພັດທະນາ ແຂວງ ບໍລິຄຳໄຊ ໃຫ້ມີຄວາມເຕີບ ໃຫຍ່ທາງດ້ານເສດຖະກິດ-ສັງຄົມ ກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ. ຂ່າວ: ສາຍສະໝອນ, ພາບ: ຄຳຟອງ ເຂົ້າຮ່ວມ. ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງແມ່ນ ການຍົກສູງສະຕິຊາດ, ເສີມຂະ ຫຍາຍສະຕິປັນຍາ,ກຳລັງແຮງແລະ ຄວາມສາມາດແຂ່ງຂັນຂອງຄົນ ໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມ ຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງ ພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະ ສິດທິຜົນ ແລະ ຄວາມຄຸ້ມຄ່າຂອງ ການນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຊັບພະຍາກອນທີ່ມີເພື່ອຕອບ ສະໜອງໃຫ້ແກ່ການປົກປັກຮັກ ສາປະເທດຊາດ ແລະ ການພັດທະ ນາທີ່ຍືນຍົງ; ການສ້າງເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງແມ່ນ ການເຮັດໃຫ້ຄົນລາວ, ສັງຄົມລາວ ຍົກລະດັບວິຖີຊີວິດ ແລະ ວິທີການ ທຳມາຫາກິນແບບໃໝ່, ສາມາດ ເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ ປະກອບການທີ່ເຂັ້ມແຂງ, ເປັນເຈົ້າ ຕົນເອງ; ແມ່ນການພັດທະນາດ້ວຍ ສະຕິປັນຍາ ແລະ ເດີນໜ້າດ້ວຍລຳ ຂາຂອງຕົນເອງຢ່າງເປັນເຈົ້າການ. ນອກນີ້, ກໍເປັນເຈົ້າການສ້າງຄ່ານິ ຍົມສິນຄ້າລາວໃຫ້ຫລາຍຂຶ້ນ. ພ້ອມ ນີ້, ສະຫາຍຍັງໄດ້ເນັ້ນໃຫ້ກຳແໜ້ນ ເນື້ອໃນການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງກໍຄື ທິດທາງ ລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍ ບາຍ ແລະ ວິທີການຈັດຕັ້ງປະຕິບັດ ແມ່ນອັນສຳຄັນໃນການເຮັດຕົວຈິງ ໂດຍສະເພາະທົ່ວຄະນະໂຄສະນາ ອົບຮົມສູນກາງພັກ ຕ້ອງໄດ້ຫັນເຂົ້າ ສູ່ວຽກງານຂອງຕົນ ແລະ ຈັດຕັ້ງ ປະຕິບັດໃຫ້ໄດ້. ໂອກາດດຽວກັນນີ້, ກໍໄດ້ປະ ກາດການຈັດຕັ້ງ ໂດຍໄດ້ຜ່ານມະຕິ ຕົກລົງ ສະບັບເລກທີ 31/ຄລສພ, ລົງວັນທີ 1 ກຸມພາ 2024 ຕົກລົງ ໃຫ້ສະຫາຍ ໂພເມກວິໄລສັກຫົວໜ້າ ກົມໂຄສະນາອອກພັກການ-ຮັບອຸດ ໜູນບໍານານ; ມະຕິຕົກລົງ ສະບັບ ເລກທີ77/ຄລສພ, ລົງວັນທີ3 ເມສາ 2024 ແຕ່ງຕັ້ງ ສະຫາຍ ສາຄອນ ພົມມະລາດ ເປັນຮອງຫົວໜ້າ ຄອສພ; ມະຕິຕົກລົງ ສະບັບເລກທີ 78/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງ ຕັ້ງສະຫາຍ ອານົງສັກ ອິນທະວົງ ເປັນຫົວໜ້າກົມໂຄສະນາ ແລະ ມະຕິຕົກລົງ ສະບັບເລກທີ 79/ຄລສພ, ລົງວັນທີ 3 ເມສາ 2024 ແຕ່ງຕັ້ງ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ເປັນຫົວໜ້າ ກົມຈັດຕັ້ງ-ພະນັກງານ. ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 603/ຄອສພ ແຕ່ງຕັ້ງ ສະຫາຍ ສະ ຫວ່າງ ດາລາແສນ ຮອງຫົວໜ້າກົມ ກວດກາ ເປັນວ່າການຫົວໜ້າກົມ ກວດກາ ແລະ ຂໍ້ຕົກລົງ ສະບັບເລກ ທີ 604/ຄອສພ ແຕ່ງຕັ້ງ ສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າ ຫ້ອງການເປັນວ່າການຫົວໜ້າຫ້ອງ ການ ຄອສພ. ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຊົມເຊີຍຕໍ່ບັນດາສະ ຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ໃໝ່ ເຊິ່ງເປັນການ ສືບຕໍ່ກໍ່ສ້າງພະນັກງານສືບທອດ ປ່ຽນແທນ ແລະ ທັງເປັນການສ້າງ ການຫັນປ່ຽນພາຍໃນ ແນໃສສ້າງ ການຫັນປ່ຽນທີ່ແຂງແຮງເລິກເຊິ່ງ ເຮັດໃຫ້ວຽກງານຂອງຄະນະໂຄສະ ນາອົບຮົມສູນກາງພັກຫັນປ່ຽນໄປສູ່ ຄຸນນະພາບໃໝ່. ພ້ອມກັນນັ້ນ, ກໍ ເນັ້ນໃຫ້ບັນດາສະຫາຍຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບ ຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ມອບໝາຍໜ້າທີ່ອັນມີກຽດສະເໜີ ໃຫ້ບັນດາສະຫາຍ ດຳເນີນກະກຽມ ບົດສະຫລຸບການຈັດຕັ້ງປະຕິບັດ ວຽກງານຂອງຕົນໃນໄລຍະຜ່ານ ມາແລະຈັດຕັ້ງມອບຮັບໜ້າທີ່ກັນໃຫ້ ສຳເລັດໂດຍໄວ ເພື່ອກ້າວສູ່ການສືບ ຕໍ່ເຮັດວຽກງານໃຫ້ເດີນໄປຢ່າງຕໍ່ ເນື່ອງສອດຄ່ອງກັບວຽກງານໃນ ສະພາບການປັດຈຸບັນ. ຂ່າວ: ວິທະຍຸແຫ່ງຊາດ ນະບໍລິຫານງານພັກແຂວງຈຳປາ ສັກ. ຈາກນັ້ນ, ສະຫາຍເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າແຂວງ ຈຳປາສັກ(ຜູ້ເກົ່າ)ໄດ້ມີຄຳເຫັນລາຍ ງານກ່ຽວກັບການນຳພາ-ຊີ້ ນຳວຽກ ງານຮອບດ້ານຂອງຄະນະບໍລິຫານ ງານພັກແຂວງ ສະໄໝທີ VIII ເຊິ່ງ ຕະຫລອດໄລຍະ 4 ປີກວ່າທີ່ຜ່ານ ມາ ເຊິ່ງເຫັນວ່າມີຜົນສໍາເລັດຫລາຍ ດ້ານ, ປະກອບສ່ວນເຮັດໃຫ້ແຂວງ ຈໍາປາສັກ ມີບາດກ້າວຂະຫຍາຍຕົວ ທີ່ພົ້ນເດັ່ນຫລາຍດ້ານ, ການພັດທະ ນາເສດຖະກິດ-ສັງຄົມພາຍໃນແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າໄດ້ຮັບການປັບ ປຸງປົວແປງດີຂຶ້ນເປັນກ້າວໆ. ໃນພິທີ, ສະຫາຍນາງປານີຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ໃນການ ນໍາພາ-ຊີ້ນຳວຽກງານທີ່ໄດ້ຮັບມອບ ໝາຍຂອງສະຫາຍວິໄລວົງບຸດດາຄຳ ແລະ ສະຫາຍ ອາລຸນໄຊ ສູນນະລາດ ເຊິ່ງມີຜົນສຳເລັດພົ້ນເດັ່ນຫລາຍ ດ້ານ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈຈາກກົມການ ເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ ແລະ ລັດຖະບານ ມອບໝາຍໜ້າທີ່ໃໝ່ທີ່ສຳຄັນໃນຄັ້ງ ນີ້, ທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍເລຂາພັກແຂວງຈຳປາສັກ ຜູ້ ເກົ່າ ແລະ ຜູ້ໃໝ່ຈະສືບຕໍ່ເຮັດໜ້າທີ່ໃໝ່ ຂອງຕົນມີຜົນສຳເລັດ, ປະກອບສ່ວນ ພັດທະນາປະເທດຊາດ ຂະຫຍາຍ ຕົວກ້າວຂຶ້ນບໍ່ຢຸດຢັ້ງ. ພ້ອມນີ້ໄດ້ສະ ເໜີໃຫ້ຜູ້ເຂົ້າຮ່ວມຮັບຮູ້-ເຂົ້າໃຈເປັນ ເອກະພາບກັນວ່າ:ການສັບປ່ຽນໜ້າທີ່ ຂອງພະນັກງານການນໍາແຕ່ລະຂັ້ນ ແມ່ນວຽກງານປົກກະຕິ, ແມ່ນຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກ ງານ, ທັງເປັນຫລັກການ ແລະ ລະ ບຽບການຂອງພັກ. ອັນສຳຄັນ, ສະ ຫາຍຮອງປະທານປະເທດໃນນາມ ຕາງໜ້າກົມການເມືອງ ກໍຄືລັດຖະ ບານໄດ້ຊີ້ນຳສະຫາຍເລຂາຄະນະບໍ ລິຫານງານພັກແຂວງ, ຮັກສາການ ເຈົ້າແຂວງຈຳປາສັກ (ຜູ້ໃໝ່) ກໍຄື ພະນັກງານ, ສະມາຊິກພັກທົ່ວແຂວງ ຈຳປາສັກ ໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້: ສືບຕໍ່ຮັກສາຄວາມສາມັກຄີ ພາຍໃນພັກ, ຄະນະປະຈຳພັກແຂວງ ໃຫ້ມີຄວາມໜັກແໜ້ນ, ມີຄວາມ ເປັນເອກະພາບສູງ, ສືບຕໍ່ເປັນຫລັກ ແຫລ່ງ, ເປັນຄັນທຸງ ແລະ ເປັນແກນ ນໍາໃນການນໍາພາເຕົ້າໂຮມຄວາມ ສາມັກຄີ ໃນຖັນແຖວພະນັກງານ-ສະ ມາຊິກພັກ ແລະ ປະຊາຊົນບັນດາເຜົ່າ; ສືບຕໍ່ເອົາໃຈໃສ່ຕໍ່ວຽກງານການ ເມືອງ-ແນວຄິດ ຢ່າງຕໍ່ເນື່ອງ,ຖືວຽກ ງານການເມືອງ-ແນວຄິດເປັນສະ ໜາມຮົບ, ເປັນວຽກແຖວໜ້າ, ຕ້ອງ ເຮັດກ່ອນ ແລະ ສອດຫ້ອຍ ໄປທຸກຂົງ ເຂດວຽກງານ; ສືບຕໍ່ເອົາໃຈໃສ່ຜັນ ຂະຫຍາຍຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີXI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ການປະຕິບັດ 2 ວາລະແຫ່ງຊາດໃຫ້ ປະກົດຜົນເປັນຈິງ, ສືບຕໍ່ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຜົນສໍາເລັດກອງ ປະຊຸມຄົບຄະນະກາງສະໄໝຂອງຄະ ນະບໍລິຫານງານພັກແຂວງ ສະໄໝທີ VIII, ພ້ອມທັງຍູ້ແຮງການຈັດຕັ້ງປະ ຕິບັດໃຫ້ບັນລຸຕາມຄາດໝາຍ; ສືບ ຕໍ່ເພີ່ມທະວີສ້າງຄວາມເຂັ້ມແຂງໃນ ລະບົບການເມືອງແຕ່ຂັ້ນແຂວງ ລົງຮອດຮາກຖານໂດຍຖືເອົາການ ປັບປຸງ-ກໍ່ສ້າງພັກເປັນໃຈກາງ, ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບ; ສືບຕໍ່ເອົາໃຈໃສ່ຊີ້ ນໍາວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ພາຍໃນແຂວງໃຫ້ມີ ຄວາມສະຫງົບປອດໄພ; ສືບຕໍ່ຊີ້ນໍາ ການກະກຽມ ແລະ ດໍາເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ເລິກເຊິ່ງ ນັບທັງການຕີລາການນໍາພາລວມ ຂອງຄະນະພັກ ແລະ ສໍາຫລວດຕີລາ ຄາຄວາມຮັບຜິດຊອບຂອງແຕ່ລະ ສະຫາຍໃນຄະນະບໍລິຫານງານພັກ ແຕ່ລະຂັ້ນ, ຄົ້ນຄວ້າກໍາແໜ້ນ ແລະ ຈັດຕັ້ງປະຕິບັດຕາມຄຳສັ່ງເລກ ທີ 411 ຂອງຄະນະເລຂາທິການສູນ ກາງພັກແລະຄໍາແນະນໍາ ເລກທີ211 ຂອງຄະນະຈັດຕັ້ງສູນກາງພັກ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງກັບການກະ ກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ສືບຕໍ່ຍູ້ແຮງການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ໃຫ້ແຂງແຮງເປັນຕົ້ນຍູ້ແຮງ ຂະບວນການຜະລິດເປັນສິນຄ້າ, ສ້າງພື້ນຖານລາຍຮັບທີ່ໝັ້ນຄົງ ແລະ ຍາວນານຂອງແຂວງ, ຊຸກຍູ້ສົ່ງເສີມ ການຜະລິດ ທີ່ເປັນໜໍ່ແໜງໃໝ່ຂອງ ປະຊາຊົນ ໃຫ້ເປັນຂະບວນການຢ່າງ ແຂງແຮງກວ້າງຂວາງຕິດພັນກັບ ການຄົ້ນຄວ້າເຊື່ອມຊຶມ ແລະ ຜັນ ຂະຫຍາຍມະຕິເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່ (ສອຈ), ເອົາໃຈໃສ່ຊີ້ນໍາແກ້ໄຂສິ່ງຫຍໍ້ທໍ້ ຕ່າງໆໃນສັງຄົມ, ສ້າງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີ ຂຶ້ນ; ບັນດາພະແນກການຂອງແຂວງ, ບັນດາເມືອງ ຕ້ອງສືບຕໍ່ເພີ່ມທະວີ ຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຕົນ, ສ້າງຜົນງານຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງຢ່າງແທ້ຈິງ. ໃນຕອນທ້າຍ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວຮັບຄຳໂອວາດ ຂອງສະຫາຍກຳມະການກົມການ ເມືອງສູນກາງພັກ, ຮອງປະທານປະ ເທດ, ພ້ອມທັງກ່າວຮັບໜ້າທີ່ໂດຍ ຢືນຢັນ ຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບ ການຂອງຕົນຮ່ວມກັບຄະນະພັກ, ຄະ ນະນໍາ ແລະ ພະນັກງານແຂວງຈຳ ປາສັກ ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງແຂວງຈຳປາສັກ; ຈັດຕັ້ງຜັນ ຂະຫຍາຍທິດຊີ້ນຳໃນຄັ້ງນີ້ໃຫ້ເປັນ ແຜນວຽກລະອຽດ, ຍູ້ແຮງການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງໃຫ້ບັນລຸ ຄາດໝາຍທີ່ກຳນົດໄວ້ຕິດພັນກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ-ການເງິນ; ປະຕິບັດ ໜ້າທີ່ວຽກງານຕາມພາລະບົດບາດ ຄວາມຮັບຜິດຊອບ ແລະ ການມອບ ໝາຍຂອງຂັ້ນເທິງ, ຮັບປະກັນທາງ ດ້ານຄຸນນະພາບ ແລະ ໄດ້ຮັບຜົນສຳ ເລັດ ຕາມຄາດໝາຍທີ່ວາງໄວ້ໃຫ້ສົມ ກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຂອງຂັ້ນເທິງ. ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ ມອບ-ຮັບໜ້າທີ່...ແຂວງຈຳປາສັກ... ມະຕິຕົກລົງຂອງກົມການເມືອງ ສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາລຸນໄຊ ສູນນະລາດ ກຳ ມະການສູນກາງພັກ, ເປັນເລຂາຄະ

RkJQdWJsaXNoZXIy MTc3MTYxMQ==