ຂະຫຍາຍຈໍານວນ-ຍົກລະດັບຄຸນນະພາບ ຊົນຊັ້ນກໍາມະກອນ

09/05/2024 10:08
Email Print 310
ຂປລ ວັນທີ 1 ພຶດສະພາ ເປັນວັນກໍາມະກອນສາກົນ, ການຈັດຕັ້ງສະເຫລີມສະຫລອງວັນກໍາມະກອນສາກົນປີນີ້ຢູ່ລາວເຮົາ, ພັກ-ລັດ ໄດ້ຖືສໍາຄັນດັ່ງຜ່ານມາ



          ວັນທີ 1 ພຶດສະພາ ເປັນວັນກໍາມະກອນສາກົນ, ການຈັດຕັ້ງສະເຫລີມສະຫລອງວັນກໍາມະກອນສາກົນປີນີ້ຢູ່ລາວເຮົາ, ພັກ-ລັດ ໄດ້ຖືສໍາຄັນດັ່ງຜ່ານມາ, ໄດ້ມີການຈັດກິດຈະກໍາອັນຫລາກຫລາຍ ທັງການຈັດປາຖະກາຖາຢູ່ບັນດາສໍານັກ-ອົງການລັດ-ລັດວິສາຫະກິດ, ໂຮງຈັກໂຮງງານ, ການແຂ່ງຂັນກິລາມິດຕະພາບ ແລະ ໃນວັນທີ 1 ພຶດສະພາ ຢູ່ທີ່ ນະຄອນຫລວງວຽງຈັນ ກໍ່ໄດ້ມີການຈັດກິດຈະກໍາຍ່າງເພື່ອສຸຂະພາບ ຢູ່ທີ່ສວນປະຕູໄຊ, ມີການນໍາຂັ້ນສູງພັກ-ລັດ, ພະນັກງານ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ. ເຖິງວ່າເວລາກາຍມາໄດ້ຫລາຍວັນ, ແຕ່ທຸກຄົນຍັງບໍ່ລືມ ການເຄື່ອນໄຫວໃນຖານະ ຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານລາວ ຄືຊຸມເຮົາເຈົ້າຂ້ອຍ, ເຫດນັ້ນບົດນີ້ ຈຶ່ງນໍາບາງເນື້ອໃນ ສໍາຄັນແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ທີ່ວ່າ “ຂະຫຍາຍຈໍານວນ ແລະ ຍົກລະດັບຄຸນນະພາບຂອງຊົນຊັ້ນກໍາມະກອນ...”ມາສະເໜີ.

          ເມື່ອເວົ້າເຖິງຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ແມ່ນເວົ້າເຖິງກຸ່ມຄົນທີ່ມີຄວາມຕື່ນຕົວ, ມີຫົວຄິດປະດິດສ້າງສູງ ...ເປັນຊົນຊັ້ນທີ່ມີແນວຄິດກ້າວໜ້າ, ເປັນກໍາລັງແຮງມະຫາສານ ໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ ການເສີມຂະຫຍາຍກໍາລັງແຮງ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ທັງທາງດ້ານຈໍານວນ ແລະ ຄຸນນະພາບ ແມ່ນສໍາຄັນ ແລະ ຈໍາເປັນພາວະວິໄສແທ້ ບໍ່ວ່າໃນໄລຍະການພັດທະນາໃດໆກໍ່ຕາມ.

          ສະພາບປັດຈຸບັນ ຄວາມຕ້ອງການຂອງການພັດທະນາ ແມ່ນນັບມື້ຫລາຍ, ຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ຍິ່ງມີບົດບາດໃນການຂັບເຄື່ອນວຽກງານຕົວຈິງ ເຊິ່ງມີຄວາມຈໍາເປັນຕ້ອງ ໄດ້ຮັບການຂະຫຍາຍທັງດ້ານຈໍານວນ ແລະ ຍົກສູງຄຸນນະພາບ ເພື່ອຕອບສະໜອງກັບຄວາມຕ້ອງການ ຂອງຍຸກສະໄໝ. ມີຫລາຍຄໍາຄິດເຫັນເວົ້າວ່າ ໃນ ຖານະຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ອັນເປັນກໍາລັງຂັບເຄື່ອນສໍາຄັນ ແມ່ນບໍ່ອາດຢຸດນິ່ງການພັດທະນາຕົນເອງ ເພື່ອໃຫ້ທັນກັບສະພາບການພັດທະນາ, ທັງເຮັດວຽກທັງຮຽນໄປນໍາ ເພື່ອນໍາໃຫ້ທັນເຕັກໂນໂລຊີທີ່ທັນສະໄໝ ແລະ ສະພາບແວດລ້ອມແຫ່ງຄວາມເປັນຈິງ ຂອງການພັດທະນາ, ຖ້າບໍ່ເຮັດຄືແນວນັ້ນມັນ ກໍ່ຈະມີແຕ່ຈະຢໍ່າເທົ້າຢູ່ບ່ອນ ເກົ່າ, ບໍ່ທັນການກະແສຟອງຂອງຍຸກສະໄໝ.

          ປະທານ ໄກສອນ ພົມວິຫານ ໄດ້ມີທິດຊີ້ນໍາເອົາໄວ້ວ່າ “ໜຶ່ງໃນບັນດາໜ້າທີ່ສໍາຄັນຂອງພວກເຮົາໃນໄລຍະຂ້າມຜ່ານ ແມ່ນຕ້ອງຕັ້ງໜ້າ, ເປັນເຈົ້າການສ້າງ ແລະ ຂະຫຍາຍຊົນຊັ້ນກໍາມະກອນ ທັງທາງດ້ານຈໍານວນ ແລະ ຄຸນນະພາບ ເພື່ອສ້າງຮາກຖານສັງຄົມໃຫ້ແກ່ການຂະຫຍາຍເສດຖະກິດ, ການເມືອງ, ວັດທະນະທໍາ ແລະ ແນວຄິດ”.

ເພື່ອແກ້ໄຂບັນດາບັນຫາຈໍາກັດໃນຖັນແຖວກໍາມະກອນ-ຊາວຜູ້ອອກແຮງງານລາວ, ປະທານ ໄກສອນ ພົມວິຫານ ເວົ້າວ່າ ພວກເຮົາຕ້ອງດໍາເນີນຕາມທິດທາງ: ຕັ້ງໜ້າສ້າງ ແລະ ບໍາລຸງຖັນແຖວກໍາມະກອນລວມໝູ່ ດ້ວຍບັນດາຮູບການ ແລະ ມາດຕະການອັນເໝາະສົມ, ຜ່ານລະບົບໂຮງຮຽນວິຊາຊີບ, ທັງສ້າງຢູ່ພາຍໃນປະເທດ, ທັງສ້າງຢູ່ຕ່າງ ປະເທດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ອັນນັບມື້ນັບເພີ່ມຂຶ້ນຂອງການຜະລິດ; ຈັດວາງການຜະລິດຄືນໃໝ່, ສັບຊ້ອນກໍາລັງແຮງງານຄືນໃໝ່, ຫັນການຜະລິດໃຫ້ສົມເຫດສົມຜົນ, ເພີ່ມຫະລິດຕະພາບຂອງງານ ເປັນຕົ້ນ ຜະລິດຕະພາບຂອງງານໃນດ້ານກະສິກໍາ ເພື່ອວ່າຈາກນັ້ນຈະມີກໍາລັງແຮງງານເຫລືອສໍາລັບເປັນແຫລ່ງເພີ່ມເຕີມ ໃຫ້ຊົນ ຊັ້ນກໍາມະກອນ; ສ້າງ, ຝຶກຝົນຫລໍ່ຫລອມ ແລະ ເພີ່ມທະວີຊົນຊັ້ນກໍາມະກອນ ໃນຂະບວນວິວັດແຫ່ງການຫັນເປັນອຸດສາຫະກໍາສັງຄົມນິຍົມ, ເພາະວ່າ ການຫັນເປັນອຸດສາຫະກໍານັ້ນມັນບໍ່ສະເພາະແຕ່ສ້າງຮາກຖານວັດຖຸ-ເຕັກນິກ ຂອງສັງຄົມນິຍົມຂຶ້ນເທົ່ານັ້ນ, ຫາກຍັງມີຄວາມໝາຍອັນໃຫຍ່ຫລວງ ໃນການເຮັດໃຫ້ຊົນຊັ້ນກໍາມະກອນເປັນຕົວເປັນຕົນຂຶ້ນ ແລະ ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບອີກດ້ວຍ; ໃນຂະນະດຽວກັນ ຊົນຊັ້ນກໍາມະກອນ ກໍ່ຕ້ອງຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານໃນພາກຕົວຈິງແຫ່ງການດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມນັ້ນເອງ ເຊັ່ນ: ຫລັກໝັ້ນ, ທັດສະນະ ແລະ ອື່ນໆ, ທັງນີ້ ກໍ່ເພື່ອໃຫ້ສົມເປັນຊົນຊັ້ນປະຕິວັດກວ່າໝູ່, ກ້າວໜ້າກວ່າໝູ່, ເປັນກໍາລັງຫລັກແຫລ່ງທີ່ ດໍາລົງບົດບາດນໍາພາສັງຄົມ. ບັນດາການຈັດຕັ້ງພັກ, ບັນດາອົງການຈັດຕັ້ງລັດ, ບັນດາອົງການຈັດຕັ້ງມະຫາຊົນ ເປັນຕົ້ນແມ່ນອົງການກໍາມະບານ ຕ້ອງເປັນຫ່ວງເປັນໃຍເຖິງເງື່ອນໄຂອອກແຮງງານ ແລະ ເງື່ອນໄຂດໍາລົງຊີວິດຂອງກໍາມະກອນຢ່າງແທ້ຈິງ, ບໍ່ລົດລະໃນການປົວແປງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງເຂົາເຈົ້າ ໃຫ້ດີຂຶ້ນ...

ການຂະຫຍາຍຈໍານວນ ແລະ ຍົກສູງຄຸນນະພາບຂອງຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານ ແມ່ນສໍາຄັນ ແລະ ຈໍາເປັນ ເຊິ່ງ ພັກ-ລັດ ເຮົາ ຍາມໃດກໍ່ໄດ້ໃຫ້ຄວາມສໍາຄັນທີ່ສຸດ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດ ຕໍ່ຖັນແຖວກໍາມະກອນ-ຊາວຜູ້ອອກແຮງງານລາວ. ດ້ວຍເຫດນັ້ນ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານພວກເຮົາ ຕ້ອງຕັ້ງໜ້າເສີມຂະຫຍາຍບົດບາດ ໃນຖານະທີ່ເປັນກຸ່ມຄົນກ້າວໜ້າ, ມີຄວາມຕື່ນຕົວສູງ ໃນສັງຄົມ, ປະກອບສ່ວນສໍາຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາໃຫ້ນັບມື້ຈະເລີນສີວິໄລ ສູ່ຈຸດໝາຍສັງຄົມນິຍົມ.


KPL

ຂ່າວອື່ນໆ

ads
ads

Top