ທົດແທນ - ຊົດເຊີຍ - ຊົດໄຊ້

09/05/2024 10:05
Email Print 340
ຂປລ ທົດ ແລະ ຊົດ ທີ່ເຮົາໃຊ້ນີ້ເປັນຄໍາກິລິຍາທີ່ຮັບມາຈາກພາສາອື່ນຄົງໄດ້ແກ່ ພາສາຂະແມ ມີເຄົ້າຄວາມຫມາຍດຽວ ກັນທີ່ຫມາຍ ເຖິງແທນຄືນ, ແທນໃຫ້ສິ່ງທີ່ຂາດໄປຈາກການເອົາອອກກ່ອນນີ້ ເມື່ອຮັບມາໃຊ້ໃນພາສາລາວ ໄດ້ພຽນເປັນ ທົດ ແລະ ຊົດ ເຊິ່ງ ແຕ່ລະຄໍາໃຊ້ໃນກໍລະນີດັ່ງນີ້:



ທົດ ແລະ ຊົດ ທີ່ເຮົາໃຊ້ນີ້ເປັນຄໍາກິລິຍາທີ່ຮັບມາຈາກພາສາອື່ນຄົງໄດ້ແກ່ ພາສາຂະແມ ມີເຄົ້າຄວາມຫມາຍດຽວກັນທີ່ຫມາຍເຖິງ ແທນຄືນ, ແທນໃຫ້ສິ່ງທີ່ຂາດໄປຈາກການເອົາອອກກ່ອນນີ້ ເມື່ອຮັບມາໃຊ້ໃນພາສາລາວ ໄດ້ພຽນເປັນ ທົດ ແລະ ຊົດ ເຊິ່ງແຕ່ລະຄໍາໃຊ້ໃນກໍລະນີດັ່ງນີ້:

ທົດ ໃຊ້ກັບ ກໍລະນີແທນຄືນໃຫ້ດ້ວຍຄວາມສະຫມັກໃຈ ເພາະເຫັນແກຄວາມສໍາຄັນຫຼືຄວາມມີບຸນຄຸນ ເຊິ່ງໃຊ້ປະກອບກັບຄໍາວ່າ ແທນ ເປັນ ທົດແທນ ເຊັ່ນ: ພໍ່ແມ່ເປັນຜູ້ລ້ຽງເຮົາມາແຕ່ເກີດ ເມື່ອໃຫຍ່ ມາເຮົາຕ້ອງທົດແທນບຸນຄຸນ; ເຮົາໄດ້ຮັບທຶນການສຶກສາຈາກລັດ ຖະບານ ເມື່ອ ຮຽນຈົບກໍ່ຕ້ອງເຮັດວຽກທົດແທນໃຫ້ລັດຖະບານ.

ຊົດໄຊ້ ຄໍານີ້ ໃນຊີວິດປະຈໍາວັນ ລາວເຮົາມັກໃຊ້ພຽງຄໍາດຽວຄື: ໄຊ້ ເຊັ່ນ:ໄຊ້ຫນີ້, ໄຊ້ເງິນ ເປັນຕົ້ນ; ບາງຄັ້ງກໍ່ເຫັນຄໍາວ່າ ຊົດໄຊ້ ໃນສໍາ ນວນວັນນະຄະດີ, ສໍານວນທາງການໃນກໍລະນີດຽວກັນກັບໄຊ້; ບາງເທື່ອກໍ່ວ່າ ໄຊ້ແທນ.

ຄໍາວ່າ ຊົດໄຊ້ ມີຄວາມຫມາຍຄືກັບ ໄຊ້ ເຊິ່ງໃຊ້ໃນກໍລະນີ້ແທນຄືນໃຫ້ຄົບຫຼືໃຫ້ພໍຕາມຈໍານວນທີ່ຢືມມາຫຼືເຕາມຈານວນ ທີ່ຕົນໄດ້ເຮັດເສຍຫາຍ ເຊັ່ນ: ຜູ້ທີ່ຢືມເຄື່ອງຂອງຜູ້ອື່ນແລ້ວເຮັດ ເສຍຫຼືເປເພຕ້ອງຊົດໄຊ້ຄືນ, ທ້າວຈັນໄດ້ຊົດໄຊ້ເງິນຄືນໃຫ້ແກ່ ການເຮັດແກ້ວຂອງຫ້ອງ ການ ແຕກ.

ຊົດໄຊ້ ນອກຈາກເປັນການແທນຄືນແລ້ວຍັງກຽວຂອງ ກັບການແທນຄືນນັ້ນແມ່ນຄວາມຮັບຜິດຊອບ ແມ່ນຄວາມ ເປັນຕ້ອງການ ເພາະຕົນເອງໄດ້ສ້າງບັນຫາໃຫ້ສິ່ງນັ້ນໆຖືກເສຍຫາຍ.

ຊົດເຊີຍ ໃຊ້ໃນ ກໍລະນີແທນດ້ວຍສິ່ງໃຫມ່ ເພື່ອໃຫ້ກຸ້ມສົມດຸນກັບສິ່ງທີ່ເສຍໄປດ້ວຍຄວາມຍິນດີ ເຊັ່ນ: ຍ້ອນວັນບຸນຄູປີນີ້ ຖືກວັນອາທິດ ສະນັ້ນ ທາງລັດຈຶ່ງໄດ້ປະກາດໃຫ້ເອົາວັນນັ້ນເປັນວັນພັກຊົດເຊີຍ, ເມື່ອດິນຂອງບ້ານເຮົາຖືກເຂດການກໍ່ສ້າງບໍລິສັດໃຫມ່ ດັ່ງນັ້ນທາງບໍລິສັດທີ່ ກ່ຽວຂ້ອງຈະໄດ້ຈ່າຍເງິນຊົດເຊີຍໃຫ້ແກ່ການ ຍົກ ຍ້າຍແລະຄໍາທີ່ຢູ່ໃຫມ່ໃຫ້.

ຄໍາທັງສາມນີ້ໄດ້ເຫັນຄວາມແຕກຕ່າງທາງຄວາມຫມາຍ ແລະບໍລິບົດທີ່ໃຊ້ກັບແຕ່ລະຄວາມຫມາຍຄື:

ທົດແທນ ໃຊ້ກັບ ກໍລະນີແທນຕໍ່ຄຸນຄວາມດີ, ບຸນຄຸນທີ່ ຜົນໄດ້ຮັບຈາກຜູ້ອື່ນ ເຊັ່ນ: ພໍ່ແມ່ພີ່ນ້ອງ, ຫມູ່ຄູ, ຄູ, ອາຈານທີ່ ໄດ້ອູ້ມຊູ, ຊ່ວຍເຫຼືອຕົນມາແຕ່ກ່ອນ.

ຊົດໄຊ້ ໃຊ້ກັບກໍລະນີແທນສິ່ງທີ່ຕົນໄດ້ຮັບມາ, ຢືມມາຫຼືຕົນໄດ້ກະທໍາໃຫ້ເກີດຄວາມເສຍຫາຍ.

ຊົດເຊີຍ ໃຊ້ກັບ ກໍລະນີແທນອັນໃຫມ່ໃຫ້ເກີດຄວາມສົມ ບູນ, ເຕັມຕາມຮູບແບບ, ຂະຫນາດ, ປະລິມານ ເປັນຕົ້ນດັ່ງຕົວ ຢ່າງທີ່ໃຫ້ມາ.

          ດັ່ງນັ້ນ ຈຶ່ງນໍາເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.


KPL

ຂ່າວອື່ນໆ

ads
ads

Top