ທຫລ ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 ຄັ້ງທີ 27

07/05/2024 20:40
Email Print 630
ຂປລ ຂປລ. ຄະນະນໍາ ທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ສໍາເລັດການເປັນປະທານຮ່ວມ ກອງປະຊຸມລະດັບລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 (AFMGM+3) ແລະ ສໍາເລັດການເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງສະພາຜູ້ວ່າການ ທະນາຄານພັດທະນາອາຊີ ຄັ້ງທີ 57



ຂປລ. ຄະນະນໍາ ທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ
 ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ສໍາເລັດການເປັນປະທານຮ່ວມ ກອງປະຊຸມລະດັບລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ+3 (AFMGM+3) ແລະ ສໍາເລັດການເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງສະພາຜູ້ວ່າການ ທະນາຄານພັດທະນາອາຊີ ຄັ້ງທີ 57 ທີ່ຈັດຂຶ້ນໃນລະຫວ່າງວັນທີ 02-05 ພຶດສະພາ 2024 ຢູ່ເມືອງ ທີບີລີຊີ, ປະເທດ ຊອກຊີ. ພາຍໃຕ້ການເປັນປະທານຮ່ວມ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງຂອງ ສປປ ລາວ ແລະ ສ ເກົາຫລີ ມີຜູ້ເຂົ້າຮ່ວມຈາກປະເທດ ສະມາຊິກອາຊຽນ+3 ທັງໝົດ 13 ປະເທດ, 1 ເຂດປົກຄອງພິເສດ ຮົງກົງ ສປ ຈີນ, ຕີມໍ ​ແລັດສະ​ເຕ (ປະ​ເທດ​ສັງ​ເກດ​ການ) ແລະ ກອງເລຂາອາຊຽນ (ASEC), ມີ​ຜູ້ຕາງໜ້າຈາກ ກອງທຶນການເງິນສາກົນ(IMF), ທະນາຄານພັດທະນາອາຊີ(ADB) ແລະ ອົງການຕິດຕາມເສດຖະກິດມະຫາພາກ ອາຊຽນ+3 (AMRO) ​ເຂົ້າ​ຮ່ວມ.

 


ກອງປະຊຸມ
AFMGM+3 ແມ່ນກອງປະຊຸມທີ່ຈັດຂຶ້ນເປັນປະຈໍາ 1 ຄັ້ງ/ປີ ຄຽງຄູ່ກັບ ກອງປະຊຸມປະຈໍາປີຂອງ ສະພາຜູ້ວ່າການ ADB ເພື່ອເປັນເວທີໃຫ້ການນໍາຂັ້ນສູງ ຂອງຂະແໜງການເງິນ-ທະນາຄານ ພົບປະແລກປ່ຽນທັດສະນະກ່ຽວກັບ ສະພາບເສດຖະກິດ ມະຫາພາກ ຮ່ວມກັບບັນດາອົງ ການການເງິນສາກົນ ແລະ ຕິດຕາມຄວາມຄືບໜ້າ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານຮ່ວມມື ທາງດ້ານການເງິນ ພາຍໃຕ້ຂອບຮ່ວມມືອາຊຽນ+3.



ພ້ອມ​ກັນນີ້
, ຄະນະນໍາຂອງ ທຫລ ຍັງໄດ້ສໍາເລັດເຂົ້າຮ່ວມ ກອງປະຊຸມປະຈໍາປີຂອງ ສະພາຜູ້ວ່າການ ADB ຄັ້ງທີ 57 ປະຈໍາປີ 2024 ພາຍໃຕ້ຄໍາຂວັນ: ຂົວຕໍ່ສູ່ອະນາຄົດ ຫລື Bridge to the Future” ຊຶ່ງເນັ້ນໃຫ້ເຫັນຄວາມມຸ່ງຫວັງໃນການສ້າງອະນາຄົດ ຜ່ານການຮ່ວມມື ແລະ ການເຊື່ອມໂຍງໃນພາກພື້ນ ໂດຍສະເພາະ ແມ່ນພາກພື້ນອາຊີ-ປາຊີຟິກ ເພື່ອຮ່ວມກັນພັດທະນາ ໄປໃນທິດທາງການຂະຫຍາຍ ຕົວແບບປະສົມປະສານ ທັງທາງດ້ານເສດຖະກິດ, ນະວັດຕະກໍາ, ເຕັກໂນໂລຊີ ແລະ ການແບ່ງປັນຄວາມຮູ້ ​ເຊິ່ງກັນ ແລະ ກັນ ເພື່ອໃຫ້ສາມາດຮ່ວມກັນ ບັນລຸເປົ້າໝາຍການຫລຸດຜ່ອນຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງທີ່ແທ້ຈິງ.

ຂ່າວ-ພາບ: ທະນາຄານແຫ່ງ ສປປ ລາວ

KPL

ຂ່າວອື່ນໆ

ads
ads

Top