ຫວນຄືນມູນເຊື້ອວັນໄຊຊະນະໂຊວຽດ ເໜືອຟາດຊິດເຢຍລະມັນ

09/05/2024 10:02
Email Print 411
ຂປລ ມື້ນີ້, ວັນທີ 9 ພຶດສະພາ ວັນຄົບຮອບ 79 ປີ ທີ່ວັນກອງທັບແດງໂຊວຽດໄຊຊະນະຟາດຊິດເຢຍລະມັນ (9 ພຶດສະພາ 1945-9 ພຶດສະພາ 2023). ໄຊຊະນະອັນຍິ່ງໃຫຍ່ນີ້ ໄດ້ກາຍເປັນເຫດການທີ່ມີລັກສະນະຍຸກສະໄໝຢ່າງແທ້ຈິງ, ບໍ່ພຽງ ແຕ່ສຳລັບປະເທດຣັດເຊຍເທົ່ານັ້ນ ຫາກຍັງສຳລັບວົງຄະນະຍາດສາກົນອີກດ້ວຍ ຊຶ່ງໄດ້ເຮັດໃຫ້ຊາຕາກຳຂອງ ຫລາຍ ປະເທດປ່ຽນແປງໂດຍພື້ນຖານ.

(ເນື່ອງໃນໂອກາດວັນໄຊຊະນະໂຊວຽດ ເໜືອຟາດຊິດເຢຍລະມັນ 9 ພຶດສະພາ 1945-9 ພຶດສະພາ 2024)

ມື້ນີ້, ວັນທີ 9 ພຶດສະພາ ວັນຄົບຮອບ 79 ປີ ທີ່ວັນກອງທັບແດງໂຊວຽດ ໄຊຊະນະຟາດຊິດເຢຍລະມັນ (9 ພຶດສະພາ 1945-9 ພຶດສະພາ 2023). ໄຊຊະນະອັນຍິ່ງໃຫຍ່ນີ້ ໄດ້ກາຍເປັນເຫດການ ທີ່ມີລັກສະນະຍຸກສະໄໝຢ່າງແທ້ຈິງ, ບໍ່ພຽງແຕ່ສຳລັບປະ ເທດຣັດເຊຍເທົ່ານັ້ນ ຫາກຍັງສຳລັບວົງຄະນະຍາດສາກົນອີກດ້ວຍ ຊຶ່ງໄດ້ເຮັດ ໃຫ້ ຊາຕາກຳຂອງຫລາຍປະເທດປ່ຽນແປງໂດຍພື້ນຖານ.

ຄັນທຸງໄຊຊະນະຢູ່ເທິງດາດຟ້າຂອງຫໍສະພາແຫ່ງຊາດເຢຍລະມັນ ຢູ່ນະຄອນຫລວງແບັກແລັງ, ໃນວັນທີ 9 ພຶດສະພາ 1945, ທັບມ້າງກອງກຳລັງ ນາຊີເຢຍລະມັນ ນັ້ນແມ່ນໄຊຊະນະທີ່ມີກຽດສະຫງ່າ ຂອງປະຊາຊົນໂຊວຽດ ໃນສົງຄາມປົກປັກຮັກສາປະເທດ ຊາດທີ່ຍິ່ງໃຫຍ່, ເປັນການປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການປົດ ປ່ອຍ ມວນມະນຸດ ໃຫ້ຫລຸດພົ້ນອອກຈາກສົງຄາມ ທີ່ໂຫດຮ້າຍສາມານໃນປະຫວັດສາດໂລກ, ຊ່ວຍໃຫ້ໂລກຫລຸດພົ້ນອອກ ຈາກແອກປົກຄອງຂອງພວກຟາດຊິດ ຮິດເລີຢ່າງສິ້ນເຊີງ. ປະຊາຊົນທີ່ ກ້າວໜ້າໃນໂລກ ໄດ້ຈາລຶກບຸນຄຸນບໍ່ມີວັນຈືດຈາງຜົນຂອງປະຊາຊົນ ແລະ ກອງທັບວິລະຊົນ ໃນສົງຄາມໂລກຄັ້ງທີ II, ໄຊຊະນະອັນຍິ່ງໃຫຍ່ດັ່ງກ່າວ ບໍ່ພຽງແຕ່ ຢັ້ງຢືນໃຫ້ເຫັນກຳລັງແຮງ ຂອງການປະຕິວັດເດືອນຕຸລາ ຂອງລະບົບສັງຄົມນິຍົມເທົ່ານັ້ນ ແຕ່ຫາກຍັງສ້າງເງື່ອນ ໄຂເພື່ອໃຫ້ບັນດາປະເທດໃນເອີຣົບ ແລະ ອາຊີຫລຸດພົ້ນ ອອກຈາກແອກປົກຄອງຂອງພວກຟາດຊິດ, ໄຊຊະນະຂອງສະຫະພາບໂຊວຽດ ໃນສົງຄາມໂລກຄັ້ງທີ II ໄດ້ກະຕຸກຊຸກຍູ້ຂະບວນການ ປົດປ່ອຍປະຊາຊົນຂອງປະເທດຕ່າງໆ ຂະ ຫຍາຍໄປທົ່ວໂລກ.

ສົງຄາມໂລກຄັ້ງທີ I ເປັນສົງຄາມໂລກຄັ້ງທໍາອິດທີ່ເກີດຂຶ້ນໃນໂລກມະນຸດ ແລະ ສົງຄາມຄັ້ງນີ້ ເກີດຂຶ້ນອັນເນື່ອງມາຈາກຄວາມກະຫາຍສົງຄາມ ຂອງພວກນາຍທຶນທີ່ສະແຫວງຫາຜົນປະໂຫຍດ ຫລື ຄວາມລໍ້າລວຍ ດ້ວຍວິທີການແກ່ງແຍ່ງແຂ່ງຂັນ ແລະ ຊ່ວງ ຊີງລະບອບຫົວເມືອງຂຶ້ນ ຊຶ່ງພວກນາຍທຶນ ໄດ້ຖືເອົາປະເທດເມືອງຂຶ້ນ ເປັນ ແຫລ່ງຕອບສະໜອງຄວາມຕ້ອງການ ໃນການຂຸດຄົ້ນເອົາວັດຖຸດິບ, ຕະຫລາດຈໍາໜ່າຍສິນຄ້າ ແລະ ອື່ນໆ ຂອງພວກເຂົາ ແຕ່ວ່າສົງຄາມໂລກຄັ້ງທີ II ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ແລະ ໜັກໜ່ວງທີ່ສຸດ ໃຫ້ກັບມວນມະນຸດໃນໂລກຄື: ສົງຄາມຄັ້ງນີ້ມີຜູ້ເສຍຊີວິດເຖິງ 10 ລ້ານຄົນ, ຖືກບາດເຈັບ 20 ລ້ານຄົນ, ສັບສົມບັດວັດຖຸມີຄ່າເຊັ່ນ: ຕົວເມືອງ, ເຮືອນຊານບ້ານຊ່ອງ, ຖະໜົນຫົນທາງ, ໂຮງຈັກໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆຖືກທໍາລາຍ ແລະ ຖືກເສຍຫາຍຄິດເປັນມູນຄ່າ 360 ຕື້ໂດລາ. ສົງຄາມໂລກຄັ້ງທີ II ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 55 ລ້ານຄົນ ແລະ ບາດເຈັບກວ່າ 90 ລ້ານຄົນ ໃນທົ່ວໂລກ. ໃນນັ້ນ 50% ແມ່ນປະຊາຊົນໂຊວຽດ, ຄວາມເສຍຫາຍ ທາງດ້ານ ເສດ ຖະກິດມີເຖິງ 4.000 ຕື້ໂດລາ, ປະຊາຊົນໂຊວຽດຕ້ອງຜະເຊີນໜ້າ ກັບຜົນຮ້າຍຂອງສົງຄາມ, ບັນດາຕົວເມືອງ, ເຮືອນຊານບ້ານຊ່ອງ, ຖະໜົນຫົນທາງຖືກທຳລາຍ ເປັນຈຳນວນຫລວງຫລາຍ. ການເອົາຊະນະຟາດຊິດ ແມ່ນໄຊຊະນະຂອງສົງຄາມ ປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ຂອງປະຊາຊົນໂຊ ວຽດຢ່າງແທ້ຈິງ. ດັ່ງນັ້ນ, ເພິ່ນຈຶ່ງຈັດການ ສະເຫລີມສະຫລອງເຫດການສໍາຄັນນີ້ໃນທຸກໆປີ.

ໄລຍະທ້າຍສະຕະວັດທີ XIX ຫາຕົ້ນສະຕະວັດທີ XX ລັດທິທຶນນິຍົມໄດ້ຂະຫຍາຍຕົວນັ້ນ ບໍ່ມີຄວາມດຸ່ນດ່ຽງກັນ (ບໍ່ເທົ່າທຽມກັນ) ຈຶ່ງເກີດມີຂໍ້ຂັດແຍ່ງທາງດ້ານສິດຜົນປະໂຫຍດ ລະຫວ່າງຈັກກະພັດດ້ວຍກັນ, ໂດຍສະເພາະການຍາດຊີງລະບົບຫົວ ເມືອງຂຶ້ນ ເພື່ອຂຸດຄົ້ນເອົາວັດຖຸດິບ, ຕະຫລາດຈໍາໜ່າຍສິນຄ້າ ແລະ ອື່ນໆ. ການຊ່ວງ ຊີງ ແລະ ແຂ່ງຂັນກັນທາງດ້ານອາວຸດ ຊຶ່ງຂໍ້ຂັດແຍ່ງດັ່ງກ່າວບໍ່ສາມາດແກ້ໄຂກັນໄດ້ ຢ່າງສັນຕິວິທີຈຶ່ງກ້າວໄປເຖິງການໃຊ້ ກໍາລັງເປັນເຄື່ອງມືໃນການແກ້ໄຂບັນຫາ ດ້ວຍການສ້າງຕັ້ງ 2 ກຸ່ມທາງທະຫານເຊັ່ນ: ກຸ່ມສໍາພັນທະມິດໄດ້ສ້າງຕັ້ງຂຶ້ນໃນປີ 1882, ປະກອບມີປະເທດເຢຍລະມັນ, ໂອຕຣິດ, ຮົງກາຣີ ແລະ ອີຕາລີ. (ໃນປີ 1915 ອີຕາລີ ຍ້າຍໄປ ຢູ່ກຸ່ມສົນທິສັນຍາ) ຊຶ່ງກຸ່ມສົນທິສັນຍາໄດ້ສ້າງຕັ້ງຂຶ້ນໃນປີ 1907 ປະກອບມີ ອັງກິດ, ຝຣັ່ງ ແລະ ຣັດເຊຍ (ສະຫະພາບໂຊວຽດ). ພາຍຫລັງສ້າງຕັ້ງສໍາເລັດ, ທັງສອງກຸ່ມໄດ້ດໍາເນີນການຕໍ່ສູ້ກັນ ຢ່າງດຸເດືອດທີ່ສຸດເພື່ອແບ່ງໂລກຄືນໃໝ່, ຊ່ວງຊີງ ແລະ ແຂ່ງຂັນກັນທາງດ້ານອາວຸດ.

ໃນວັນທີ 28 ກໍລະກົດ ປີ 1914 ໂອຕຣິດ, ຮົງກາຣີ ໄດ້ບຸກໂຈມຕີ ແຊກບີ ວັນທີ 1 ສິງຫາ ເຢຍລະມັນ ປະກາດສົງຄາມກັບຣັດເຊຍ. ວັນທີ 3 ປະກາດສົງຄາມກັບຝຣັ່ງ ແລະ ວັນທີ 4 ອັງກິດ ປະກາດສົງຄາມກັບເຢຍລະມັນ. ໃນເບື້ອງຕົ້ນມີພຽງແຕ່ ປະເທດ ມະຫາອໍານາດເທົ່ານັ້ນ ເຂົ້າຮ່ວມສົງຄາມ ຕໍ່ມາມີຫລາຍປະເທດ ແລະ ເມືອງຂຶ້ນ ຕ່າງໆ ຂອງບັນດາປະເທດຈັກກະພັດເຂົ້າຮ່ວມນໍາ. ສົງຄາມໂລກຄັ້ງທີ I ຂະຫຍາຍອອກໄປຫລາຍທະວີບໃນໂລກ ແຕ່ສະໜາມຮົບຕົ້ນຕໍ ແລະ ດຸເດືອດທີ່ສຸດແມ່ນເກີດຢູ່ເອີຣົບ, ສົງຄາມຄັ້ງນີ້ ເປັນສົງຄາມຈັກກະພັດຜູ້ຮຸກຮານ ຫລື ສົງຄາມປຸ້ນສະດົມ ເປັນສົງຄາມອະທໍາສໍາລັບຜູ້ທີ່ເຂົ້າຮ່ວມສົງຄາມ, ໃນບັນດາປະເທດຈັກກະພັດ ທີ່ເຂົ້າຮ່ວມສົງ ຄາມໂລກຄັ້ງນີ້, ຫົວໜ້າໃນການກໍ່ສົງຄາມໄດ້ແກ່ອັງກິດ ແລະ ເຢຍລະມັນ.

KPL

ຂ່າວອື່ນໆ

ads
ads

Top