ນັກທ່ອງທ່ຽວຕ່າງປະເທດ ໄປຢ້ຽມຢາມ ຍີ່ປຸ່ນ ບັນລຸ 3 ລ້ານເທື່ອຄົນ

19/04/2024 13:59
Email Print 490
ຂປລ ອົງການ ທ່ອງທ່ຽວ ແຫ່ງຊາດ ຍີ່ປຸ່ນ ລາຍງານວ່າ: ຍອດຈໍານວນ ນັກທ່ອງທ່ຽວ ຕ່າງປະເທດ ທີ່ເດີນທາງ ມາຢ້ຽມຢາມ ຍີ່ປຸ່ນ ເພີ່ມຂື້ນ ຫລາຍກວ່າ 3,08 ລ້ານເທື່ອຄົນ ໃນເດືອນມີນາ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີິ 18 ເດືອນເມສາ, ອົງການ ທ່ອງທ່ຽວ ແຫ່ງຊາດ ຍີ່ປຸ່ນ ລາຍງານວ່າ:​ ຍອດຈໍານວນ ນັກທ່ອງທ່ຽວ ຕ່າງປະເທດ ທີ່ເດີນທາງ ມາຢ້ຽມຢາມ ຍີ່ປຸ່ນ ເພີ່ມຂື້ນ ຫລາຍກວ່າ 3,08 ລ້ານເທື່ອຄົນ ໃນເດືອນມີນາ,​ ເພີ່ມຂຶ້ນເມື່ອທຽບໃສ່ເດືອນຜ່ານມາ. ໃນຂະນະທີ່ ການໃຊ້ຈ່າຍ ຂອງ ນັກເດີນທາງ ຕ່າງປະເທດ ເພີ່ມສູງຂື້ນ ເປັນຄັ້ງປະຫວັດສາດ ກວມເອົາ ມູນຄ່າເຖິງ 1,75 ພັນຕື້ເຢນ ໃນເດືອນມັງກອນ-ເດືອນມີນາ,​ ເປັນຕົວເລກ ເພີ່ມຂຶ້ນສູງທີ່ສຸດ ໃນຮອບ 3 ເດືອນ. ຍ້ອນວ່າ ສະກຸນເງິນເຢນ ທີ່ອອ່ນຄ່າລົງ. ຍອດຈຳນວນ ນັກທ່ອງທ່ຽວ ເພີ່ມຂື້ນ ມີປັດໄຈ ມາຈາກ ລະດູການ ດອກສະກຸ ລະບານໃໝ່ ໂດຍມີ ຊື່ສຽງ ໂດງດັງຂອງ ຍີ່ປຸ່ນ ທີ່ ດຶງດູດ ເອົາຜູ້ມາຢ້ຽມຢາມ,​ ລວມເຖິງ ວັນພັກ ເທດສະການ ອີສເຕີຣ ເມື່ອທ້າຍເດືອນ ມີນາ ຊຶ່ງເປັນໄລຍະທີ່ມີ ນັກທ່ອງທ່ຽວ ຈາກ ກຸ່ມປະເທດ ຕາເວັນຕົກເຊັ່ນ:​ ອົດສະຕຣາລີ ແລະ ສາ.ອາເມລິກາ ມາທ່ຽວ ຍີ່ປຸ່ນ ຫລາຍທີ່ສຸດ./

KPL

ຂ່າວອື່ນໆ

ads
ads

Top