ການນຳ ນວ ຮ່ວມໃສ່ບາດ ມື້ສັງຂານຂຶ້ນ ພສ 2567

17/04/2024 14:15
Email Print 762
ຂປລ ຂປລ. ວັນທີ 16 ເມສາ 2024 ເປັນມື້ທີ 4 ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2567 ແມ່ນກົງກັບມື້ສັງຂານຂຶ້ນ ໄດ້ມີການໃສ່ບາດ, ຍາດນໍ້າ, ບູຊາພະພຸດທະຮູບ, ພະສົງອົງເຈົ້າ, ບູຊາທາດ, ບູຊາເຈົ້າຖິ່ນເຈົ້າຖານ, ບາສີສູ່ຂວັນ, ຫົດສົງພະພຸດທະຮູບ, ພະສົງ, ຫົດສົ່ງນໍ້າ ​ເຊິ່ງກັນ ທີ່ວັດອົງຕື້ ມະຫາວິຫານ



ຂປລ. ວັນທີ
16 ເມສາ 2024 ເປັນມື້ທີ 4 ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2567 ແມ່ນກົງກັບມື້ສັງຂານຂຶ້ນ ໄດ້ມີການໃສ່ບາດ, ຍາດນໍ້າ, ບູຊາພະພຸດທະຮູບ, ພະສົງອົງເຈົ້າ, ບູຊາທາດ, ບູຊາເຈົ້າຖິ່ນເຈົ້າຖານ, ບາສີສູ່ຂວັນ, ຫົດສົງພະພຸດທະຮູບ, ພະສົງ, ຫົດສົ່ງນໍ້າ ​ເຊິ່ງກັນ  ທີ່ວັດອົງຕື້ ມະຫາວິຫານ ໂດຍມີ ພະອາຈານ ເວດ ມະເສ​ໄນ ຮອງປະທານສູນກາງອົງການ ພຸດທະສາດສະໜາສຳພັນລາວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນະຄອນຫລວງວຽງຈັນ ພ້ອມຄະນະ ​ເຂົ້າ​ຮ່ວມ.

ປວງຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ກໍ​ຄື ມວນຊົນ ພາຍ​ໃນນະຄອນຫລວງວຽງຈັນ ໄດ້ພ້ອມກັນສະຫລອງບຸນປີໃໝ່ລາວ ຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ, ຕິດພັນກັບການປະຕິບັດມາດຕະການ ແລະ ກົດລະບຽບຢ່າງເຄັ່ງຄັດ ເພື່ອໃຫ້ການສະຫລອງບຸນປີໃໝ່ລາວ ມີບັນຍາກາດມວນຊື່ນຖືກຕ້ອງຕາມຮີດຄອງປະເພນີ ແລະ ວັທະນະທຳຂອງຊາດ.

KPL

ຂ່າວອື່ນໆ

ads
ads

Top