ແກ້ງຄັນຕ່າຍປາຍທາງຄວນໄປສຳຜັກປີໃໝ່

11/04/2024 06:08
Email Print 1984
ຂປລ ຫລາຍທ່ານຍັງຄິດບໍ່ອອກບອກບໍ່ຖືກວ່າປີໃໝ່ລາວ 2024 ນີ້ ຈະ ໄປຊອກຜັກຜ່ອນຢ່ອນອາລົມ ແລະ ຢາກຢູ່ໃກ້ໆກັບທໍາມະຊາດຄວນ ຈະໄປໃສດີ?

    *ຫລາຍທ່ານຍັງຄິດບໍ່ອອກບອກບໍ່ຖືກວ່າປີໃໝ່ລາວ 2024 ນີ້ ຈະ ໄປຊອກຜັກຜ່ອນຢ່ອນອາລົມ ແລະ ຢາກຢູ່ໃກ້ໆກັບທໍາມະຊາດຄວນ ຈະໄປໃສດີ? ມື້ນີ້ຜູ້ຂຽນຈະແນະນໍາທ່ານໃຫ້ຮູ້ອີກສະຖານທີ່ໜຶ່ງທ່ີໜ້າສົນບໍ່ໜ້ອຍເພາະເປັນແຫລ່ງທ່ອງທ່ຽວທີ່ມີສາຍນໍ້າທໍາມະຊາດ ແລະ ປ່າໄມ້ທີ່ສາມາດໃຫ້ຄວາມສະຫງົບ, ຮົ່ມເຢັນ ແລະ ສະດວກສະບາຍຕໍ່ການເດີນທາງໂດຍສະເພາະແກ້ງຄັນຕ່າຍ ແລະ ບຶງຫລົ່ມໂລກ ກາຍເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ໃນເມືອງຄົງເຊໂດນທີ່ຂຶ້ນກັບແຂວງສາລະວັນນີ້ເອງ.

 

   ເລ້ືອຍໆເມ່ືອຮອດຍາມບຸນປີໃໝ່ລາວເຮັດໃຫ້ຫລາຍທ່ານຕ້ອງໄດ້ວາງແຜນເດີນທາງໄປຢ້ຽມຢາມບ້ານເກີດ, ພໍ່ແມ່, ລູກຫລານ ແລະ ຍາດຕິພີ່ນ້ອງບໍ່ວ່າຈະຂຶ້ນເມືອທາງພາກເໜືອ, ພາກກາງ ແລະ ພາກໃຕ້ຂອງລາວ ເຊິ່ງຈະປະກົດເຫັນລົດລາງພາຫະນະຄັບຄາແໜ້ນຕາມທ້ອງຖະໜົນ ແຕ່ເຖິງແນວໃດກໍດີ ຜູ້ຂຽນຂໍຝາກເຕື່ອນວ່າຈະເດີນທາງໄປຫລິ້ນໄປທ່ຽວໃສ່ລ້ວນແຕ່ເປັນຂອງຂວັນທີ່ສໍາຄັນເພື່ອມອບໃຫ້ຕົນເອງໃນວັນປີໃໝ່ລາວເພາະປີໜຶ່ງມີພຽງຄັ້ງດຽວ ດ້ວຍເຫດດັ່ງກ່າວກ່ອນເດີນທາງກໍຄວນໃຫ້ມີສະຕິ ແລະ ກວດກາຄວາມພ້ອມໄປຄວບຄູ່ກັນເຊັ່ນ: ສຸຂະພາບ, ຫ້າມດື່ມສິ່ງມືນເມົາແລ້ວຂັບລົດ, ກວດກາລົດລາງພາຫະນະໃຫ້ລະອຽດ, ກຽມໜັງສືລົດ-ໃບຂັບຂີ່, ຄວນຮູ້ເສັ້ນທາງເປັນຢ່າງດີ, ຂັບລົດໃຫ້ກຽດກັນ ແລະ ເຄົາລົບກົດລະບຽບຕ່າງໆຢ່າງເຄັ່ງຄັດ.ໃນກໍລະນີບາງທ່ານມີແຜນຈະ ເດີນທາງໄປທ່ຽວພາກໃຕ້ລາວນັ້ນໄລຍະນີ້ເສັ້ນທາງ 13 ໃຕ້ມີບາງ ບ່ອນຍັງຢູ່ໃນໄລຍະກໍ່ສ້າງ ແລະ ສ້ອມແປງແຕ່ສ່ວນໃຫຍ່ເກືອບສໍາເລັດໝົດແລ້ວກໍຂໍໃຫ້ເອົາໃຈໃສ ແລະ ເພີ່ມສະຕິໃນການຂັບຂີ່. ນ້ຳ, ພັກຜ່ອນ, ກິນເຂົ້າປ່າ ແລະ ອື່ນໆ ເນື່ອງໃນໂອກາດສຳຄັນຕ່າງໆ ເປັນຕົ້ນເທສະການບຸນປີໃໝ່ລາວ, ວັນສໍາຄັນຕ່າງໆຂອງພັກຂອງຊາດເຊິ່ງກາຍເປັນຈຸດໝາຍປາຍທາງທ່ີຫລາຍຄົນມີຄວາມນິຍົມຊົມຊອບມັກໄປທ່ຽວໄປຊົມ.

    

      ບຶງຫລົ່ມໂລກ ເປັນບຶງຂະໜາດ ໃຫຍ່ ມີເນື້ອທີ່ຫລາຍກວ່າ 40 ເຮັກຕາ, ເປັນບຶງທຳມະຊາດມີຕົ້ນໄມ້, ປ່າໄມ້, ທົ່ງນາອ້ອມຮອບ ແລະ ມີຊີວະນາໆພັນໂດຍສະເພາະມີນົກເປັດນ້ຳ ຈຳນວນຫລາຍອາໄສຢູ່, ແຫລ່ງທ່ອງທ່ຽວ 2 ແຫ່ງນີ້ ຢູ່ໃກ້ກັນໃນເຂດບ້ານຕານປ່ຽວ, ບ້ານດອນໄຜ່ບ້ານ ແລະ ບ້ານຈານລານເຊ. ຫວ່າງບໍ່ດົນມານີ້, ທ່ານ ສົມໃຈ ອຸ່ນຈິດ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ, ຂະແໜງການຕ່າງໆ ແລະ ອໍານາດການປົກຄອງບ້ານເອົາໃຈໃສ່ຊຸກຍູ້, ສົ່ງເສີມເພື່ອເຮັດໃຫ້ການທ່ອງທ່ຽວນັບມ້ືເຕີບໃຫຍ່ຂະຫຍາຍຕົວ, ມີບັນຍາກາດຟົດຟື້ນ, ກາຍເປັນການລິເລີ່ມພັດທະນາແຫລ່ງທ່ອງທ່ຽວ 2 ແຫ່ງ ໄປເທື່ອລະກ້າວ ແລະ ສາມາດເຊື່ອມໂຍງກັນ, ປຸກລະດົມຜູ້ປະກອບການເອົາໃຈໃສ່ດ້ານການບໍລິການຕໍ່ນັກທ່ອງທ່ຽວໃຫ້ດີ, ມີຄຸນນະພາບ, ຍຸຕິທຳ ແລະ ຮັກສາພາບພົດອັນດີງາມ ເພື່ອສົ່ງເສີມເຮັດໃຫ້ການທ່ອງທ່ຽວໃນເຂດດັ່ງກ່າວ ໄດ້ຮັບຄວາມນິຍົມຊົມຊອບ, ດຶງດູດນັກທ່ອງທ່ຽວພາຍໃນ, ຕ່າງ ເມືອງຕ່າງແຂວງ ກໍຄືຕ່າງປະເທດ ຄຽງຄູ່ກັບການປັບປຸງເຂດພື້ນທີ່ ແຫລ່ງທ່ອງທ່ຽວ ໃຫ້ມີຄວາມສະ ດວກສະບາຍ ເຊັ່ນ: ທາງເຂົ້າ, ຈຸດ ຝາກລົດ, ຈຸດຫລິ້ນນ້ຳ, ຈຸດບໍລິ ການ-ອາຫານເຄື່ອງດື່ມ ແລະ ອື່ນໆ ໃຫ້ມີຄວາມເປັນລະບຽບ, ສະອາດ, ສວຍງາມ, ທັງສາມາດຊົມທິວທັດທຳມະຊາດທີ່ສວຍງາມ, ທັງເປັນການຊຸກຍູ້ສົ່ງເສີມການທ່ອງ ທ່ຽວຕິດພັນກັບການຊື້-ຂາຍ ຜະລິດຕະພັນສິນຄ້າຂອງປະຊາຊົນເຮັດໃຫ້ມີສ່ວນຮ່ວມຕໍ່ກັບວຽກງານທ່ອງທ່ຽວຫລາຍຂຶ້ນ.

ໂດຍ : ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top