ສະກັດກັ້ນການສວຍໂອກາດ

09/04/2024 05:58
Email Print 690
ຂປລ ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

       *ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ. ໄລຍະມີປາງບຸນໃຫຍ່ ມີການສະເຫລີມສະຫລອງຕ່າງໆ ພາກລັດກ່ໍຄືສັງຄົມມີຄວາມເປັນຫ່ວງເລື່ອງລາຄາສິນຄ້າ ແລະ ຄ່າບໍລິການ. ສະນັ້ນ ແຕ່ລະບັ້ນແຕ່ລະໄລຍະບຸນພາກລັດເຮົາຈຶ່ງ ເອົາໃຈໃສ່ເປັນພິເສດ, ໄດ້ອອກແຈ້ງການ, ຄໍາສັ່ງ...ປະກາດແຕ່ຫົວທີ ບໍ່ໃຫ້ມີການສວຍໂອກາດເອົາປຽບຜູ້ບໍລິໂພກການສະຫລອງບຸນປີໃໝ່ລາວ ປີນີ້ຈະເລີ່ມແຕ່ວັນທີ 13 ຮອດ 16 ເມສາ 2024 ແລະ ວັນທີ 17-18 ເມສາ 2024 ເປັນມື້ຊົດເຊີຍ. ສໍາລັບພະນັກງານ-ລັດຖະກອນ ທີ່ອາດຈະບໍ່ມີໜ້າທີ່ຕິດພັນກັບການບໍລິການສັງຄົມ, ຈະໄດ້ພັກຫລາຍວັນຕໍ່ກັນ, ມີເງື່ອນໄຂໄປທ່ຽວຕ່າງແຂວງ ເປັນການເສີມບັນຍາກາດປີທ່ອງທ່ຽວລາວໃຫ້ຟົດຟື້ນ.

 

   ແຕ່ສໍາລັບຜູ້ທີ່ມີພັນທະໜ້າທີ່ວຽກງານ ຕິດພັນການຮັບໃຊ້-ບໍລິການສັງຄົມ, ກໍ່ແນ່ນອນວ່າຈະຍັງປະຕິບັດໜ້າທີ່ປົກກະຕິ ຕາມການແບ່ງປັນປະຈໍາການທັງກໍາລັງ ປກຊ-ປກສ, ແພດໝໍ, ນັກຂ່າວສ່ືມວນຊົນ, ພະນັກງານທະນາຄານ ແລະ ອື່ນໆ.ປີນີ້ຄືທຸກປີ, ອໍານາດປົກຄອງແຂວງຕ່າໆ
ແລະ ນະຄອນຫລວງວຽງຈັນ ກໍ່ໄດ້ມີຄໍາສັ່ງ-ແຈ້ງການໃຫ້ປະຊາຊົນໃນຂອບເຂດຂອງຕົນສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວດໍາເນີນດ້ວຍ ບັນຍາກາດອັນເບີກບານມ່ວນຊື່ນ ຮັບປະກັນຄວາມມ່ວນຊື່ນເລີກບານຕາມມູນເຊື້ອວັດທະນະທໍາອັນດີງາມ, ມີຄວາມສະຫງົບປອດໄພ ຮອບດ້ານ, ສະກັດກັ້ນທຸກປາກົດການຫຍໍ້ທໍ້...ຕິດພັນກັບຄໍາສັ່ງການສະຫລອງປີໃໝ່, ບົດນີ້ຂໍນໍາເອົາບາງເນື້ອໃນທີ່ເຫັນວ່າສໍາຄັນບໍ່ໜ້ອຍກວ່າບັນຫາອື່ນໆ ເຊິ່ງຕິດພັນກັບຄວາມສະຫງົບທົ່ວສັງຄົມເຊັ່ນດຽວກັນນັ້ນ ແມ່ນຂໍ້ຫ້າມໃນຄໍາສັ່ງຂອງນະຄອນຫລວງວຽງຈັນ, ເລກທີ 01/ ຈນວ, ລົງວັນທີ 25 ມີນາ 2024 ວ່າດ້ວຍການຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະຫລອງບຸນປີໃໝ່ລາວ ພ.ສ 2567...“ຫ້າມບຸກຄົນ, ນິຕິບຸກຄົນ ກໍ່ຄືຮ້ານຄ້າ, ຕະຫລາດກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາສິນຄ້າ, ຈໍາໜ່າຍສິນຄ້າບໍ່ໄດ້ມາດຕະຖານ, ເສ່ືອມຄຸນນະພາບ ຫລື ໝົດ ອາຍຸເປັນການເອົາປຽບ ຫລື ເປັນອັນຕະລາຍຕໍ່ຜູ້ບໍລິໂພກ”.

   ບັນຫານີ້ແມ່ນສໍາຄັນ ເພາະມັນຕິດພັນການໃຊ້ຈ່າຍເພື່ອບໍລິໂພກ ໃນໄລຍະບຸນປີໃໝ່ຖືເປັນສິ່ງຈໍາ ເປັນທີ່ທຸກຄອບຄົວຫົວເຮືອນຈໍ ເປັນຕ້ອງສະຫລອງບໍ່ຫລາຍກໍ່ໜ້ອຍ ເພື່ອໃຫ້ໄດ້ຮີດຄອງ, ເປັນການເຕົ້າໂຮມຄວາມສາມັກຄີໃນວົງຕະກຸນຍາດຕິວົງ ແລະ ໝູ່ເພື່ອນຮັກແພງໃນຮອບໜຶ່ງປີ. ຊີ້ນປາອາ ຫານຄາວ-ຫວານ...ທຸກມື້ນີ້ ໂດຍລວມແມ່ນຊື້ເອົາ, ແຕ່ກໍ່ບໍ່ປາສະຈາກໄດ້ວ່າຍັງມີຫລາຍທ້ອງຖິ່ນອາໄສການຊອກຫາຈາກທໍາມະຊາດ, ແຕ່ບາງອັນທໍາມະຊາດກໍ່ບໍ່ຕອບສະໜອງໄດ້ກໍ່ຕ້ອງຊ້ື. ເມ່ືອເປັນແນວນັ້ນ ຖ້າສະພາບສິນຄ້າ ແລະ ຄ່າບໍລິການຕ່າງໆ ຂຶ້ນລາຄາໂດຍ ການສວຍໂອກາດຂອງບຸກຄົນ, ນິຕິບຸກຄົນແມ່ນຜິດຕໍ່ລະບຽບກົດໝາຍ. ຈິດໃຈເຮັດບຸນແຕ່ເດີມດາກໍ່ແມ່ນການຮັກສາຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີພາຍໃນທີ່ເປັນປຶກແຜ່ນ, ສະນັ້ນ ກໍ່ຄວນໃຊ້ເວລານີ້ເຮັດໃຫ້ໄດ້ບຸນກຸສົນ ແລະ ປາລະມີໂດຍບໍ່ມີການສວຍໂອ ກາດເອົາປຽບກັນເພື່ອການມ່ວນ ຊື່ນ ແລະ ສະຫງົບເປັນລະບຽບຮຽບຮ້ອຍດີທົ່ວສັງຄົມ. ປະມວນກົດໝາຍອາຍາມາດຕາ 277 ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ: ບຸກຄົນໃດຫາກໄດ້ສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າບໍລິການ ຫລື ໄດ້ຂາຍສິນຄ້າແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພນໍ້າຖ້ວມ ຫລື ໃນເວລາທີ່ມີສະພາບຫຍຸ້ງຍາກ ເກີດຂຶ້ນໃນທ້ອງຖິ່ນໃດໜຶ່ງ ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ມາດຕາ 178 ການກັກຕຸນສິນຄ້າ: ບຸກຄົນໃດຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງຮ້ານຂອງຕົນ ຫລື ຢູ່ບ່ອນອື່ນເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 50.000.000 ກີບ.

    ມາດຕາ 280 ການປອມແປງຕາຊິງ ຫລື ການວັດແທກ: ບຸກຄົນໃດຫາກໄດ້ປອມແປງຕາຊິງ ຫລື ການວັດແທກເພື່ອລັກໂລບການຊັ່ງ, ການຜອງ, ການວັດແທກ ໃນເວລາຊື້-ຂາຍ, ແລກປ່ຽນ ຫລື ໃຊ້ຊິງ, ເຄື່ອງຜອງ, ເຄື່ອງວັດແທກທີ່ດັດແປງ ຫລື ທີ່ບໍ່ໄດ້ມາດຕະຖານເພື່ອລັກໂລບເອົາສິນຄ້າ ຫລື ເງິນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 10.000.000 ກີບ.ຂໍໃຫ້ຕີຖອຍແນວຄິດສວຍໂອກາດຕ່າງ, ທັງການເອົາປຽບຜູ້ບໍລິໂພກໃນໄລຍະສະຫລອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ. ເປັນຫູ ເປັນຕາຊ່ວຍກັນເພື່ອເຮັດໜ້າທີ່ຕິດ ຕາມກວດກາຢ່າງສົມເຫດສົມຜົນ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • ປານິນ ສາວງາມໂຕແທນຈາກອັດຕະປື ຈະໄປເຖິງຄວາມຝັນ ຫລື ບໍ່?ບົດ-ສາລະຄະດີ

      ປານິນ ສາວງາມໂຕແທນຈາກອັດຕະປື ຈະໄປເຖິງຄວາມຝັນ ຫລື ບໍ່?

      4/29/2024 10:09:21 AM

      ສໍາລັບເວທີປະກວດ ສາວງາມທີ່ຫລາຍຄົນ ຄອງຄອຍນັ້ນກໍຄືເວທີມີສຢູນິເວີສລາວ 2024 ເຊິ່ງບອກເລີຍວ່າສາວງາມໂຕແທນແຕ່ລະ ແຂວງປີນີ້ບ່ໍທໍາມະດາ ເພາະແຕ່ລະຄົນນັ້ນມາພ້ອມຄວາມຮູ້, ຄວາມ ສາມາດ ແລະ ບຸກຄະລິກໜ້າຕາທີ່ສວຍງາມ ເພື່ອຫວັງຄວ້າມົງກຸດ ທີ່ຊົງກຽດຈາກເວທີນ້ີໄປຄອງໄດ້ສໍາເລັດ.

    • ຫລັກການ ແລະ ສິດພື້ນຖານຂອງພົນລະເມືອງຕໍ່ວຽກງານຮູບເງົາບົດ-ສາລະຄະດີ

      ຫລັກການ ແລະ ສິດພື້ນຖານຂອງພົນລະເມືອງຕໍ່ວຽກງານຮູບເງົາ

      4/29/2024 9:53:48 AM

      ກົດໝາຍຮູບເງົາ ແມ່ນນິຕິກຳສຳຄັນທີ່ໄດ້ກຳນົດກ່ຽວກັບຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມວຽກງານຮູບເງົາເພື່ອໃຫ້ ວຽກງານດັ່ງກ່າວເຄື່ອນໄຫວເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ.

    • ລະນຶກ 70ປີ ໄຊຊະນະບັ້ນຮົມດຽນບຽນຟູບົດ-ສາລະຄະດີ

      ລະນຶກ 70ປີ ໄຊຊະນະບັ້ນຮົມດຽນບຽນຟູ

      4/29/2024 9:35:54 AM

      ດຽນບຽນຟູຕັ້ງຢູ່ແຂວງດຽນບຽນ ທາງທິດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ມີຊາຍແດນຕິດຈອດກັບລາວ. ດຽນບຽນຟູ ແມ່ນພື້ນທີ່ຍຸດທະສາດທີ່ສໍາຄັນຊຶ່ງເຊື່ອມຕໍ່ກັນ ລະຫວ່າງ ພາກເໜືອຫວຽດນາມ, ພາກໃຕ້ຂອງຈີນ ແລະ ພາກຕາເວັນອອກສ່ຽງເໜືອຂອງລາວ.

    • ໂຄສະນາເກີນຄວາມຈິ່ງຜ່ານສື່ອອນລາຍ ມີໂທດທາງອາຍາບົດ-ສາລະຄະດີ

      ໂຄສະນາເກີນຄວາມຈິ່ງຜ່ານສື່ອອນລາຍ ມີໂທດທາງອາຍາ

      4/29/2024 9:07:08 AM

      ໄລຍະຜ່ານມາ ກໍຄືປັດຈຸບັນປາກົດມີການໂຄສະນາກ່ຽວກັບສັບພະຄຸນຢາ ແລະ ອາຫານເສີມຜ່ານສື່ອອນລາຍ, ທັງເຟສບຸກ, ຕິກຕ໋ອກ, ຢູທູບ ແລະ ອື່ນໆຢ່າງກວ້າງຂວາງ ຊຶ່ງເປັນການໂຄສະນາເກີນຄວາມເປັນຈິງ, ເວົ້າຕາມອໍາເພີໃຈ ແລະ ໂອ້ອວດສັບພະຄຸນທີ່ບໍ່ເປັນຄວາມຈິງ ເພື່ອດຶງດູດຜູ້ຊົມໃຊ້ ຫລື ຜູ້ບໍລິໂພກ.

    • ຮ່ວມໃຈກັນສະກັດກັ້ນບໍ່ໃຫ້ໄຟໄໝ້ປ່າບົດ-ສາລະຄະດີ

      ຮ່ວມໃຈກັນສະກັດກັ້ນບໍ່ໃຫ້ໄຟໄໝ້ປ່າ

      4/29/2024 9:01:56 AM

      ດັ່ງທີ່ຮູ້ນໍາກັນ, ພໍກ້າວເຂົ້າສູ່ເດືອນເມສາຫາເດືອນພຶດສະພາ ພົບວ່າອາກາດແມ່ນຮ້ອນອົບເອົ້າ ເປັນພິເສດນັ້ນອາດມີຄວາມສ່ຽງ ຈະກໍ່ໃຫ້ເກີດອັກຄີໄຟ, ໄຟໄໝ້ ລາມປ່າໄດ້ງ່າຍ ແລະ ບັນຫາອື່ນໆ ອັນສືບມາຈາກທໍາມະຊາດເອງ ແລະ ພຶດຕິກໍາຂອງມະນຸດ.

ads
ads

Top