ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

09/04/2024 05:45
Email Print 763
ຂປລ ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

   *ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ. ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນປະຕິວັດລາວ ມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດ ປະຊາທິປະໄຕ.

    

      ໃນສະພາບປັດຈຸບັນທີ່ມີຄວາມຫຍຸ້ງຍາກທັງທາງດ້ານເສດຖະກິດ, ສັງຄົມ, ການລະບາດຂອງເຊື້ອພະຍາດ ຫລື ໄພທາງທຳມະຊາດຕ່າງໆ ໄດ້ກະທົບໂດຍກົງຕໍ່ການສ້າງສາພັດທະນາປະເທດຊາດ ສະນັ້ນ ຊາວໜຸ່ມລາວຜູ້ທີ່ກຳລັງວັງຊາເຂັ້ມແຂງ, ມີສະຕິປັນຍາອັນແຫລມຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດຍິ່ງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນເຂົ້າ ໃນທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງຕັ້ງໜ້າ ໃຫ້ສົມກັບວ່າຊາວໜຸ່ມເປັນ ຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ. ແນວໃດກໍດີເພື່ອເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າ ນັ້ນ ຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມທຸກສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍສະມາຊິກໃຫ້ກ້ວາງຂວາງ; ຍົກສູງຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງທາງດ້ານວິທະຍາສາດ-ເຕັກໂນໂລຊີ, ICT, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງຊາວໜຸ່ມ-ເຍົາວະຊົນ; ອອກແຮງແຂ່ງຂັນສ້າງຂະບວນການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນຮັກຊາດ-ພັດທະນາ, ວຽກງານ 3 ສ້າງຂອງພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ຕິດພັນກັບຄໍາຂວັນທ່ີວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມມີໜ້າເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”; ໃນຍຸກແຫ່ງຂ້ໍມູນຂ່າວສານ, ຍຸກແຫ່ງການເຊື່ອມໂຍງທີ່ມີທັງສິ່ງທີ່ເປັນກາລະໂອກາດ ແລະ ມີສິ່ງທ້າທາຍຫລາຍປະການ, ຊາວໜຸ່ມໃນຍຸກນີ້ຕ້ອງປູກຈິດສຳນຶກໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງໃນການບໍລິໂພດຂໍມູນຂ່າວສານຄຽງຄູ່ເພີ່ມທະວີການ ພົວພັນຮ່ວມມືກັບຊາວໜຸ່ມບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ສາກົນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫລືອເປັນຕ້ົນ: ບົດຮຽນ, ເຕັກນິກ-ວິທະຍາສາດ, ທຶນຮອນ, ວັດຖຸ-ອຸປະກອນ ເພື່ອມາພັດທະນາປະເທດຊາດກໍ່ຄືຊາວໜຸ່ມ- ເຍົາວະຊົນລາວໃຫ້ເຂັ້ມແຂງໄປສູ່ຄຸນນະພາບໃໝ່.ທັງໝົດນັ້ນແມ່ນຄາດໝາຍສູ້ ຊົນລວມຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທີ່ຕ້ອງໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃຫ້ລຸຜົນ ໄປຄຽງຄູ່ກັບການຝຶກຝົນຫລໍ່ຫລອມຕົນເອງໃນທຸກຂົງເຂດວຽກງານ ເພື່ອໃຫ້ກາຍເປັນຜູ້ສືບທອດພາລະກິດ ປະຕິວັດຂອງຊາດ ທີ່ມີຄຸນນະພາບ ປະກອບສ່ວນນຳພາປະເທດຊາດກ້າວສູ່ຈຸດໝາຍທີ່ ພັກ-ລັດ ວາງໄວ້ຢ່າງສະຫງ່າອົງອາດສົມກັບສາຍານາມ “ ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ” ຈະເຮັດໄດ້ແນວນັ້ນ ຊາວໜຸ່ມຕ້ອງມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ຊາດ ແລະ ປະຊາຊົນ, ຕ້ອງມີຄວາມເຂັ້ມແຂງປະຈັນບານ, ຕ້ອງຮັກເຊື້ອແພງຊາດ, ຕ້ອງມີວິໃສທັດກວ້າງໄກ.

KPL

ຂ່າວອື່ນໆ

ads
ads

Top