ນັກທ່ອງທ່ຍວໄທ ນັ່ງລົດໄຟໄປທ່ຽວຈີນ ເພີ່ມຂຶ້ນ 7,5 ເທົ່າ

08/04/2024 10:20
Email Print 1490
ຂປລ ບາງທັດສະນະຂອງຜູ້ປະກອບການທຸລະກິດຂົນສົ່ງສີນຄ້າ ແລະ ນັກວິເຄາະເສດຖະກິດຈາກປະເທດ ເພື່ອນບ້ານ (ໄທ) ຕໍານິ ແລະ ຕອບ ໂຕ້ຕໍ່ບາງສື່ມະໂນພາບອ້າງວ່າ “ລາວຈະຕິດກັບດັກໜີ້ຂອງຈີນ ຍ້ອນໂຄງການເສັ້ນທາງລົດໄຟ”.

      *ບາງທັດສະນະຂອງຜູ້ປະກອບການທຸລະກິດຂົນສົ່ງສີນຄ້າ ແລະ ນັກວິເຄາະເສດຖະກິດຈາກປະເທດເພື່ອນບ້ານ (ໄທ) ຕໍານິ ແລະ ຕອບໂຕ້ຕໍ່ບາງສື່ມະໂນພາບອ້າງວ່າ “ລາວຈະຕິດກັບດັກໜີ້ຂອງຈີນຍ້ອນໂຄງການເສັ້ນທາງລົດໄຟ” ທັງໆທີ່ເສັ້ນທາງລົດໄຟ
ລາວ-ຈີນ ຮັບໃຊ້ຜົນປະໂຫຍດລວມທັງໃນພາກພື້ນ-ສາກົນຢ່າງແທ້ຈິງ ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການໃນທ້າຍປີ 2021 ກໍເຫັນວ່າການບໍລິການສິນຄ້າ ແລະ ຜູ້ໂດຍສານຄຶກຄັກຈົນລົ້ນຂະບວນລົດໄຟ ທີ່ມາຈາກອາຊຽນ, ສປ ຈີນ ແລະ ພາກພື້ນອື່ນ ເຊິ່ງມັນບໍ່ພຽງຮັບໃຊ້ ສປປ ລາວ ເທົ່ານັ້ນຫາກຍັງກາຍເປັນຂະບວນລົດສາກົນ ໂດຍບໍ່ຈໍາແນກເຊື້ອຊາດເຜົ່າພັນ ແລະ ເຂດແຄວ້ນບົນພື້ນຖານຄືສົ່ງເສີມການເຊື່ອມໂຍງເຊື່ອມຈອດກັນ, ສ້າງສາຍພົວພັນມິດຕະພາບທີ່ດີ ແລະ ໃຫ້ສິ່ງອໍານວຍຄວາມສະດວກສະບາຍ ເຊິ່ງກັນແລະກັນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

   

      ປັດຈຸບັນນ້ີເຂົ້າສູ່ລະດູການສ່ົງອອກສິນຄ້າກະສິກໍາເຊັ່ນ ປະເພດໝາກຖ່ົວລຽນ ຄາດວ່າຜູ້ປະກອບການປູກຖົ່ວລຽນຈາກໄທ, ຫວຽດນາມ ໄດ້ເລີ່ມຕົ້ນສົ່ງອອກໄປຈີນແລ້ວ ແລະ ອາດມີການສົ່ງອອກຫລາຍແສນໂຕນ ເຊິ່ງນໍາເງິນຕາເຂົ້າປະເທດຫລາຍລ້ານໂດລາ ນອກຈາກນັ້ນບຸນປະເພນີສົງການ ຫລື ບຸນປີໃຫມ່ໃນອາຊຽນລວມທັງຈີນ ຈະເຮັດໃຫ້ນັກທ່ອງທ່ຽວເດີນທາງກັບບ້ານ ແລະ ໄປທ່ອງທ່ຽວເພ່ີມຂ້ຶນຫລາຍທົບຍ້ອນຂີ່ລົດໄຟມີຄວາມສະດວກສະບາຍຫລາຍ, ບັນທຸກສິນຄ້າ-ບັນທຸກຄົນໄດ້ຫລາຍ, ປະຢັດເວລາ, ຄ່າປີ້ໂດຍສາຍຖືກກວ່າ ແລະ ມີຄວາມປອດໄພສູງ.ຕາມແຫລ່ງຂ່າວຊິນຮວາ ຂອງ ສປ ຈີນ, ເມື່ອວັນທີ 2 ເດືອນເມສາ ໄດ້ລາຍງານວ່າຍອດຜູ້ໂດຍສານຊາວໄທ ທີ່ເດີນທາງຜ່ານດ່ານລົດໄຟໂມ່ຮານ ຊຶ່ງເປັນເສັ້ນທາງລົດໄຟຈີນ-ລາວ ໄດ້ເພີ່ມຂຶ້ນ 7,5 ເທົ່າ, ຫລັງຈາກຈີນ ແລະ ໄທດຳເນີນນະໂຍບາຍຍົກເວັ້ນວິຊາເຊິ່ງກັນ ແລະ ກັນ ຕັ້ງແຕ່ວັນທີ 1 ມີນາ ປີ 2024. ໂດຍຂໍ້ມູນສະຖິຕິຂອງສະຖານີຜ່ານດ່ານ ແຂວງຢູນນານ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ໃຫ້ຮູ້ວ່າຜູ້ໂດຍສານຊາວໄທເດີນທາງຂາເຂົ້າ ໃນເດືອນມີນາລວມມີ 2.100 ເທື່ອຄົນ.

     ໃນນີ້ຜ່ານດ່ານລົດໄຟ ໂມຮານ ຈຳນວນ 629  ເທື່ອຄົນ, ເພີ່ມຂື້ນ 750% ເມື່ອທຽບກັບເດືອນກຸມພາ ຜ່ານມາ.ນັບແຕ່ ຕົ້ນປີ 2024 ເປັນຕ້ົ້ນມາ ຜູ້ໂດຍສານຂາເຂົ້າຈາກປະເທດທີ 3 (ຄື: ການຍົກເວັ້ນ ຈີນ ແລະ ລາວ) ຈາກ 67 ປະເທດ ແລະ ພາກພື້ນລວມມີ 12.800 ເທື່ອຄົນ. ໃນນັ້ນຜູ້ໂດຍສານຊາວໄທ 9.400 ເທື່ອຄົນ, ກວມເອົາ 73,4% ຂອງ ຜູ້ໂດຍສານທັງໝົດ. ປັດຈຸບັນ, ຜູ້ໂດຍສານໄທເດີນທາງເຂົ້າຈີນ ເພື່ອການທ່ອງທ່ຽວ, ພັກຜ່ອນ, ທາງທຸລະກິດ ແລະ ອື່ນໆ.ເຖິງແນວໃດກໍດີ ປີ 2024 ນ້ີ ສປປ ລາວ ໄດ້ເປີດປີທ່ອງທ່ຽວ ແລະ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນຄາດວ່າຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຢ່າງໜ້ອຍ 3 ລ້ານກວ່າຄົນ ໃນນັ້ນ ສປ ຈີນ 1 ລ້ານຄົນ.ເສັ້ນທາງລົດໄຟລາວ-ຈີນ ເລີ່ມກໍ່ສ້າງໃນປີ 2015, ສໍາເລັດ ແລະ ເປີດໃຫ້ບໍລິການໃນທ້າຍປີ 2021 ໂດຍການຮ່ວມມືກັນລະຫວ່າງ ສປປ ລາວ ລົງທຶນ 30% ແລະ ຈີນ ລົງທຶນ 70%, ມູນຄ່າເກືອບ 6 ຕື້ໂດລາ, ມີຄວາມຍາວ 400 ກວ່າກິໂລ ແມັດຈາກຊາຍແດນລາວ-ຈີນ ໃນແຂວງຫລວງນໍ້າທາ ເຖິງນະຄອນຫລວງວຽງຈັນ.ເສັ້ນທາງລົດລາວ-ຈີນ ສາມາດ ເຊື່ອມໂຍງເຊື່ອມກັບພາກພື້ນ ແລະ ສາກົນຢ່າງໜັກແໜ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top