ຮ້ານສາມເທບ ຖືເອົາຄວາມແຊບ ສະອາດ ປອດໄພ ໃສ່ໃຈຜູ້ບໍລິໂພກ

10/11/2025 10:21
ຂປລ ຂປລ. ຮ້ານອາຫານສາມເທບ ຕັ້ງຢູ່ບ້ານ ໂພນເຮືອງ ເມືອງຫລວງພະບາງ ແຂວງຫລວງພະບາງ ເປັນອີກຮ້ານໜຶ່ງ ທີ່ມີຊື່ສຽງ ແລະ ຮັບຄວາມນິຍົມ ດ້ວຍທິວທັດທຳມະຊາດທີ່ສວຍງາມ, ອາຫານທີ່ແຊບຊ້ອຍ, ມີອາຫານຫລາຍຢ່າງ (ເມນູ) ໃຫ້ເລືອກກິນທັງອາຫານລາວເອກະລັກ ແລະ ອາຫານຕ່າງປະເທດກໍມີ ຈຶ່ງເປັນຈຸດດຶງລູກຄ້າ ທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາໃຊ້ບໍລິການນັບມື້ຫລາຍຂຶ້ນ.



ຂປລ
. ຮ້ານອາຫານສາມເທບ ຕັ້ງຢູ່ບ້ານ ໂພນເຮືອງ ເມືອງຫລວງພະບາງ ແຂວງຫລວງພະບາງ ເປັນອີກຮ້ານໜຶ່ງ ທີ່ມີຊື່ສຽງ ແລະ ຮັບຄວາມນິຍົມ ດ້ວຍທິວທັດທຳມະຊາດທີ່ສວຍງາມ, ອາຫານທີ່ແຊບຊ້ອຍ, ມີອາຫານຫລາຍຢ່າງ (ເມນູ) ໃຫ້ເລືອກກິນທັງອາຫານລາວເອກະລັກ ແລະ ອາຫານຕ່າງປະເທດກໍມີ ຈຶ່ງເປັນຈຸດດຶງລູກຄ້າ ທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາໃຊ້ບໍລິການນັບມື້ຫລາຍຂຶ້ນ.  




ນາງ
ຄອນສະຫວັນ ສີພັນທອນ ເຈົ້າຂອງຮ້ານອາຫານ ສາມເທບ ໄດ້ໃຫ້ຮູ້ວ່າ: ກ່ອນຈະມາເຮັດຮ້ານອາຫານນີ້ ຄອບຄົວເຄີຍເຮັດທຸລະກິດຂາຍສິ້ນໄໝ, ແຕ່ຍ້ອນຍຸກສະໄໝທີ່ປ່ຽນໄປ, ການຊື້-ຂາຍກໍປ່ຽນໄປເຊັ່ນດຽວກັນ ຈາກເຄີຍຊື້ພາຍໃນຕະຫລາດ ກໍຫັນມາຊື້ທາງອອນລາຍຫລາຍຂຶ້ນ ເຮັດໃຫ້ຜູ້ປະກອບການທີ່ຂາຍ ຕາມຮ້ານພົບຄວາມຫຍຸ້ງຍາກ ຈາກການສະຕ໋ອກເຄື່ອງແລ້ວ ບໍ່ໄດ້ຂາຍເຮັດໃຫ້ເຄື່ອງລ້າສະໄໝ ເມື່ອເປັນແນວນັ້ນ, ຈຶ່ງມີແນວຄວາມຄິດຫັນປ່ຽນອາຊີບ ຊຶ່ງອາຊີບທຳອິດທີ່ເລືອກກໍຄື ຂາຍເຝີສາມເທບ ໃນປີ 2018 ຫາ 2019 ຢູ່ບ້ານວຽງໄຊ, ຫລັງຈາກນັ້ນການລະບາດຂອງພະຍາດໂຄວິດ19  ຈຶ່ງໄດ້ປິດໂຕລົງ ແຕ່ພາຍຫລັງສະຖານະການໂຄວິດຈົບລົງ ກໍໄດ້ກັບມາເປີດຮ້ານອາຫານອີກເທື່ອໜຶ່ງໂດຍໃສ່ຊື້ວ່າ ຮ້ານ ອາຫານສາມເທບ ຄືເກົ່າ ແຕ່ບໍ່ໄດ້ຂາຍອາຫານປະເພດເຝີແລ້ວ ໄດ້ຫັນປ່ຽນມາຂາຍອາຫານລາວ ເພື່ອຮອງຮັບນັກທ່ອງທ່ຽວທີ່ນັບມື້ເພີ່ມຂຶ້ນ ເນື່ອງຈາກວ່າ ປະເທດລາວເຮົາ ມີບໍລິການລົດໄຟລາວ-ຈີນ ຈຶ່ງເຮັດໃຫ້ນັກທ່ອງທ່ຽວເພີ່ມຂຶ້ນຫລາຍເທົ່າໂຕ. ສະນັ້ນ, ຕົນເອງຄິດວ່າ ການເຮັດທຸລະກິດຮ້ານອາຫານໜ້າຈະຕອບໂຈດໄດ້ດີກວ່າ ຊຶ່ງທາງຮ້ານຈະເນັ້ນອາຫານທີ່ໂດດເດັ່ນ ຂອງຫລວງພະບາງ ເປັນຕົ້ນແມ່ນເອາະຫລາມ, ໄຄ່ແຜ່ນ, ອົ່ວ, ຕໍາຫລວງພະບາງ, ແຈ່ວບອງ, ກ້ອຍປາ, ແກງປາ, ຈືນປາ, ເອາະປາ  ແລະ ອາຫານສ່ວນໃຫຍ່ ໃນຮ້ານຈະເນັ້ນປະເພດປາ ເນື່ອງຈາກວ່າຢູ່ແຄມນໍ້າ ເມື່ອປະຊາຊົນຫາປາມາໄດ້ກໍຈະມາຂາຍໃຫ້ຈຶ່ງໄດ້ກິນປານໍ້າຂອງທີ່ສົດໃໝ່ໃນແຕ່ລະມື້ໃນລາຄາເລີ່ມຕົ້ນ 50.000 ພັນກີບ ສູງສຸດແມ່ນ 150.000 ພັນກີບ. ສໍາລັບ ຈຸດດຶງດູດຂອງຮ້ານເຮົານອກຈາກອາຫານທີ່ແຊບຊ້ອຍແລ້ວ ຍັງເນັ້ນການປຸງແຕ່ງທີ່ສະອາດ, ປອດໄພ ໃສ່ໃຈສຸຂະພາບຂອງຜູ້ບໍລິໂພກເປັນຫລັກ. ໂດຍນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການທາງຮ້ານກໍຈະມີທັງພາຍໃນ ແລະ ຕ່າງປະເທດ ເປັນ
ຕົ້ນນັກທ່ອງທ່ຽວຈາກອາຊີ, ເອີລົບ, ອາເມລິກາ ແລະ ປະເທດ ອື່ນໆ.




ນາງ
ຄອນສະຫວັນ ເວົ້າເສີມວ່າ: ການຫັນປ່ຽນອາຊີບມາເຮັດຮ້ານອາຫານຖືວ່າເປັນສິ່ງທີ່ດີ ເພາະເປັນການສົ່ງເສີມອາຫານພື້ນບ້ານທີ່ເປັນເອກະລັກຂອງຫລວງພະບາງ ໃຫ້ນັກທ່ຽວທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ບໍລິໂພກອາຫານແຊບໆ, ສະອາດ, ປອດໄພຕໍ່ສຸຂະພາບ. ພ້ອມດຽວກັນນີ້, ທາງຮ້ານຍັງມີບໍລິການຮັບຈັດງານ ຫລື ເຮັດເຂົ້າກ່ອງຮັບໃຊ້ງານຕ່າງໆ ຕາມຄວາມຕ້ອງການຂອງລູກຄ້າອີກດ້ວຍ. ສະນັ້ນ,ຈຶ່ງຂໍເຊີນຊວນ ນັກທ່ອງທ່ຽວທີ່ມາທ່ຽວ ແຂວງຫລວງພະບາງ ຖ້າໄດ້ກາຍໄປ, ກາຍມາແຖວບ້ານໂພນເຮືອງ ກໍມານັ້ງຊົມທິວທັດທໍາມະຊາດທີ່ສວຍງາມ, ກິນອາຫານແຊບໆ
ໃນລາຄາບໍ່ແພງ ຮັບຮອງວ່າມາທີ່ຮ້ານອາຫານຂອງພວກເຮົາທ່ານຈະບໍ່ຜິດຫວັງແນ່ນອນ. ສໍາລັບຮ້ານອາຫານສາມເທບແມ່ນຕັ້ງຢູ່ບ້ານ ໂພນເຮືອງ  ເມືອງຫລວງພະບາງ ແຂວງຫລວງພະບາງ ເສັ້ນແຄມຂອງ ຖ້າທ່ານມາແລ້ວບໍ່ຮູ້ຮ້ານ ກໍສາມາດຕິດໄດ້ທີ່ເບີ 020 92289555.

ໂດຍ: ມາລີ​ດາ

KPL

ຂ່າວອື່ນໆ

ads
ads

Top