ມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

02/04/2024 19:09
Email Print 451
ຂປລ ຂປລ. ໃນວັນທີ 2 ເມສາ 2024 ນີ້, ກະຊວງ ປກສ ໄດ້ຈັດພິທີມອບ-ຮັບຄໍາສັ່ງ ປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ປ່ອຍຂະບວນລົດວິຊາສະເພາະ ສະແດງເຖິງຄວາມພ້ອມໃນດ້ານຕ່າງໆ

ຂປລ. ໃນວັນທີ 2 ເມສາ 2024 ນີ້, ກະຊວງ ປກສ ໄດ້ຈັດພິທີມອບ-ຮັບຄໍາສັ່ງ ປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ປ່ອຍຂະບວນລົດວິຊາສະເພາະ ສະແດງເຖິງຄວາມພ້ອມໃນດ້ານຕ່າງໆ ເພື່ອກະກຽມປ້ອງກັນກອງປະຊຸມດັ່ງກ່າວ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໂດຍມີ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າ ການກະຊວງ, ກອງບັນຊາການ, 3 ວິທະຍາຄານ, ປກສ ນະຄອນຫລວງວຽງຈັນ, ປກສ ແຂວງທົ່ວປະເທດ, ພ້ອມດ້ວຍກ້ອນກໍາລັງວິຊາສະເພາະປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົຈວ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ເຊິ່ງກອງປະຊຸມຄັ້ງນີ້ ຈະມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ເພື່ອນມິດສາກົນ ໄດ້ໃຫ້ຄວາມເຊື່ອໜັ້ນໃນທຸກໆດ້ານ ແລະ ຈະມີຜູ້ເຂົ້າຮ່ວມຫລາຍລະດັບ ເປັນຕົ້ນ ແມ່ນປະມຸກລັດ, ປະທານປະເທດ, ນາຍົກລັດຖະມົນຕີ, ບັນດາກະຊວງ, ເຈົ້າໜ້າທີ່ອາວຸໂສ ແລະ ວິຊາການຂັ້ນຕ່າງໆ ທີ່ມາຈາກບັນດາປະເທດອາຊຽນ, ອາຊຽນບວກ ແລະ ຄູ່ເຈລະຈາອາຊຽນ ກາຍເປັນປະຊາຄົມ ທີ່ມີຄວາມເຂັ້ມແຂງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ, ປະຊາຊົນອາ ຊຽນມີຄວາມສົມບູນພູນສຸກ.

ໂອກາດດຽວກັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຜ່ານຄໍາສັ່ງ ເພີ່ມທະວີວຽກງານປ້ອງກັນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນປີ 2024 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໃນແຕ່ລະດ້ານໃນການປ້ອງກັນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ປີ 2024 ເພື່ອຮັບປະກັນໃຫ້ປະ ເທດຊາດ ມີຄວາມສະຫງົບທາງດ້ານການເມືຶອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພທາງດ້ານສັງຄົມ ໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃຫ້ມີຄວາມສະຫງົບປອດໄພສູງສຸດ.

ຈາກນັ້ນ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກໍາລັງທຸກເຫລົ່າຮົບທີ່ຕັ້ງໜ້າຝຶກຊ້ອມ ຈົນສາມາດອອກປະຕິບັດເຮັດໜ້າທີ່ ປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ຈະເປີດຂຶ້ນໃນມໍ່ໆນີ້, ພ້ອມທັງເນັ້້ນໃຫ້ ຄະນະພັກ-ຄະນະບັນຊາ ແລະ ກ້ອນກໍາລັງເຫລົ່າຮົບວິຊາສະເພາະ ແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດໜ້າທີ່ຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມຄາດໜາຍທີ່ໄດ້ວາງໄວ້.

ຂ່າວ: ຈັນສະໝອນ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top