ສຳເລັດ ຝຶກອົບຮົມໄລຍະສັ້ນໃຫ້ ພະນັກງານທີ່ບໍ່ໄດ້ຜ່ານໂຮງຮຽນການທະຫານ

02/04/2024 18:58
Email Print 450
ຂປລ ຂປລ. ພິທີປິດຊຸດອົບຮົມໄລຍະສັ້ນ ໃຫ້ພະນັກງານທີ່ບໍ່ໄດ້ຜ່ານ​ໂຮງຮຽນການທະຫານ ຢູ່ກອງກິລາກອງທັບ ແລະ ກອງຍິງປືນ 199 ຈັດຂຶ້ນໃນວັນທີ 2 ເມສາ 2024 ນີ້ ຢູ່ກອງຍິງປືນ 199 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຫົວໜ້າກົມອົບຮົມ, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານຕະຫລອດຮອດນັກຝຶກອົບຮົມ ເຂົ້າຮ່ວມ.



ຂປລ. ພິທີປິດຊຸດອົບຮົມໄລຍະສັ້ນ ໃຫ້ພະນັກງານທີ່ບໍ່ໄດ້ຜ່ານ​ໂຮງຮຽນການທະຫານ ຢູ່ກອງກິລາກອງທັບ ແລະ  ກອງຍິງປືນ
199 ຈັດຂຶ້ນໃນວັນທີ 2 ເມສາ 2024 ນີ້ ຢູ່ກອງຍິງປືນ 199 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວຫນ້າກົມໃຫຍ່ ເສນາທິການກອງທັບ, ມີສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຫົວໜ້າກົມອົບຮົມ, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານຕະຫລອດຮອດນັກຝຶກອົບຮົມ ເຂົ້າຮ່ວມ.

ສະຫາຍ ພັນເອກ ແສງອຳພອນ ພູມີເງິນ ຮອງຫົວຫນ້າກົມອົບຮົມ, ກົມໃຫຍ່ເສນາທິການກອງ ທັບ ໄດ້ຜ່ານບົດສະຫລຸບການອົບຮົມ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການອົບຮົມ-ຫັດແອບ ຕົວຈິງໃນໄລຍະ 13 ວັນ ມີພະນັກງານເຂົ້າຮ່ວມອົບຮົມທັງໝົດ 64 ສະຫາຍ ເຊິ່ງສັງເກດເຫັນວ່າແຕ່ສະຫາຍ ໄດ້ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນທາງດ້ານເນື້ອໃນ ບົດຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ຜ່ານການອົບຮົມ-ຫັດແອບສາ ມາດສະເລ່ຍຜົນໄດ້ຮັບ ຄື: ພາກວິຊາລະບຽບ ບັນລຸໄດ້ 75%, ພາກວິຊາກິລາການທະຫານ ບັນລຸໄດ້ 85%, ພາກສິລະປະຍຸດ-ການທະຫານ ບັນລຸໄດ້ 85%, ພາກວິຊາຍຸດທະວິທີ ການທະຫານບັນລຸໄດ້85% ແລະ ສາມາດຮັບປະກັນຄວາມປອດໄພໄດ້ 100%.




ໃນພິທີ
, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ໂອ້ລົມ ແລະ ເນັ້ນໃຫ້ຜູ້​​ທີ່ສຳເລັດການຝືກອົບ ຮົມ-ຫັດແອບໄລຍະສັ້ນໃນຄັ້ງນີ້ ຈົ່ງສືບຕໍ່ຕັ້ງໜ້າຝືກຝົນຫລໍ່ຫລອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ເອົາໃຈໃສ່ປະຕິບັດລະບຽບວິ​ໄນ ຂອງກອງທັບຢ່າງເຂັ້ມງວດ ແລະ ພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນມາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ກົມກອງຂອງຕົນໃຫ້ມີປະສິດທິຜົນສູງສຸດ.

ຂ່າວ: ຈິດ ເພັດພູທອງ

KPL

ຂ່າວອື່ນໆ

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

    • ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

      1/20/2025 3:11:44 PM

      ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

    • ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນວັດທະນະທຳ-ສັງຄົມ

      ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນ

      1/20/2025 2:10:43 PM

      ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມ ກິດຈະກຳສະເຫລີມສະ ຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງວັນທີ 18-19 ມັງກອນ 2025 ແບບບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບລາງວັນ ຈາກສູນວັດທະນະທຳຈີນ.

    • ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025ວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

      1/20/2025 1:46:37 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

ads
ads

Top