ສປຊ ຮຽກຮ້ອງໃຫ້ຮ່ວມກັນຮັບມືກັບວິກິດການຂີ້ເຫຍື້ອ-ສິ່ງເສດເຫລືອ

02/04/2024 22:36
Email Print 275
ຂປລ ທ່ານ ອັນໂຕນີໂອ ກູເຕີເຣັສ, ເລຂາ ທິການໃຫຍ່ ອົງການ ສະຫະ ປະຊາຊາດ(ສປຊ) ຮຽກຮ້ອງໃຫ້ ປະຊາຄົມໂລກ ໃຊ້ການເຄື່ອນໄຫວ ເພື່ອຮ່ວມກັນ ຮັບມືກັບ ວິກິດການ ຂີ້ເຫຍື້ອ ແລະ ສິ່ງເສດເຫລືອ ເນື່ອງຈາກ ໃນແຕ່ລະປີ ສິ່ງເສດເຫລືອ ທີ່ເປັນວັດຖຸແຂງ ໃນຕົວເມືອງ ມີຫລາຍກວ່າ 2 ຕື້ໂຕນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ອັນໂຕນີໂອ ກູເຕີເຣັສ, ເລຂາ ທິການໃຫຍ່ ອົງການ ສະຫະ ປະຊາຊາດ(ສປຊ) ຮຽກຮ້ອງໃຫ້ ປະຊາຄົມໂລກ ໃຊ້ການເຄື່ອນໄຫວ ເພື່ອຮ່ວມກັນ ຮັບມືກັບ ວິກິດການ ຂີ້ເຫຍື້ອ ແລະ ສິ່ງເສດເຫລືອ ເນື່ອງຈາກ ໃນແຕ່ລະປີ ສິ່ງເສດເຫລືອ ທີ່ເປັນວັດຖຸແຂງ ໃນຕົວເມືອງ ມີຫລາຍກວ່າ 2 ຕື້ໂຕນ ໄດ້ສ້າງຜົນຮ້າຍ ທີ່ເປັນໄພພິບັດຕໍ່ ດິນຟ້າອາກາດ ແລະ ລະບົບນິເວດ ຂອງໂລກ ກໍຄື ສຸຂະພາບ ຂອງມະນຸດ. ການສະລາຍຂອງ ສິ່ງເສດເຫລືອ ບໍ່ພຽງແຕ່ ໄດ້ປ່ອຍອາຍພິດ ເຮືອນແກ້ວ ເຂົ້າສູ່ຊັ້ນ ບັນຍາກາດ ທີ່ເຮັດໃຫ້ໂລກ ມີອຸນຫະພູມ ເພີ່ມສູງຂຶ້ນ ເທົ່ານນັ້ນ, ຍັງໄດ້ສ້າງ ມົນລະພິດຕໍ່ນ້ຳ-ດິນ, ພາໃຫ້ເກີດພະຍາດ ແລະ ການເສຍຊີວິດ ອີກດ້ວຍ. ພ້ອມທັງ ຮຽກຮ້ອງ ໃຫ້ວິສາຫະກິດ ຫັນໄປສູ່ ການຜະລິດ ແບບຍືນຍົງ, ຫລຸດຜ່ອນ ການສິ້ນເປືອງ ດ້ານການຫຸ້ມຫໍ່ ສິນຄ້າ ຈົນສຸດຄວາມສາມາດ ໃນການຜະລິດ, ພ້ອມທັງ ແກ່ຍາວ ອາຍຸການນຳໃຊ້ ຜະລິດຕະພັນ ໃຫ້ດົນເທົ່າທີ່ຈະດົນໄດ້. ນອກນີ້ ຍັງໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງການເຄື່ອນໄຫວ ຂອງລັດຖະບານ ໃນການຊຸກຍູ້ ເສດຖະກິດ ໝູນວຽນ ແລະ ຮຽກຮ້ອງໃຫ້ຜ່ານຮັບຮອງ “ສັນຍາທີ່ມີຜົນບັງຄັບ ໃຊ້ທາງກົດໝາຍ”, ເພື່ອບັນລຸ ການຮ່ວມມື ສາກົນ ໃນການແກ້ໄຂ ບັນຫາ ມົນລະພິດຈາກ ປລາສຕິກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

 

KPL

ຂ່າວອື່ນໆ

ads
ads

Top