ອຳມະຕະສູນລວມຄັງສະໝອງລາຄາຖືກ

02/04/2024 13:51
Email Print 702
ຂປລ ຮ້ານອຳມະຕະ Ammataແມ່ນຮ້ານ ຂາຍປຶ້ມທາງອອນລາຍ ທີ່ ໄດ້ລວບລວມເອົາປຶ້ມມືສອງທີ່ມີຄຸນນະພາບດີໃນຫລາຍແບບເຊັ່ນ: ທຸລະກິດ, ການເງິນ, ນິຍາຍ ແລະ ອື່ນໆ ມາໄວ້ໃນບ່ອນດຽວເພື່ອສົ່ງຕໍ່ຄວາມຮູ້ໃຫ້ຜູ້ທ່ີມີຄວາມສົນໃຈໃນການອ່ານ ເພື່ອ ເກັບກ່ຽວປະສົບການທາງພູມປັນຍາ ແລະ ເປັນການຝຶກສະມາທິໃຫ້ຜູ້ອ່ານອີກດ້ວຍ.

      *ຮ້ານອຳມະຕະ Ammataແມ່ນຮ້ານ ຂາຍປຶ້ມທາງອອນລາຍ ທີ່ ໄດ້ລວບລວມເອົາປຶ້ມມືສອງທີ່ມີຄຸນນະພາບດີໃນຫລາຍແບບເຊັ່ນ: ທຸລະກິດ, ການເງິນ, ນິຍາຍ  ແລະ ອື່ນໆ ມາໄວ້ໃນບ່ອນດຽວເພື່ອສົ່ງຕໍ່ຄວາມຮູ້ໃຫ້ຜູ້ທ່ີມີຄວາມສົນໃຈໃນການອ່ານ ເພື່ອ ເກັບກ່ຽວປະສົບການທາງພູມປັນຍາ  ແລະ  ເປັນການຝຶກສະມາທິໃຫ້ຜູ້ອ່ານອີກດ້ວຍ.


     ທ່ານ ອໍາມະຕະ  ທົດສະລາດ  ເຈົ້າຂອງຮ້ານຂາຍປຶ້ມ Ammata  ເວົ້າວ່າປຶ້ມມືສສອງຢູ່ນີ້ແມ່ນລາຄາຖືກເຊິ່ງໃນໂອກາດເຂົ້າຮ່ວມງານມະຫະກໍາປຶ້ມ 2024 ທີ່ຈັດຂຶ້ນຢູ່ ມະຫາວິທະຍາໄລແຫ່ງຊາດໃນອາທິດຜ່ານມາ ເຫັນວ່າປີນີ້ກໍ່ເປັນອີກປີໜຶ່ງທ່ີໄດ້ນໍາເອົາປຶ້ມມາວາງສະແດງ ແລະ  ຂາຍເພື່ອໃຫ້ນັກຮຽນ, ນັກສຶກສາ  ແລະ ຜູ້ເຂົ້າຊົມງານໄດ້ເລືອກຊື້ປື້ມມືສອງ ຄຸນນະພາບດີແຕ່ລາຄາບ່ໍແພງ ເຊິ່ງປື້ມທ່ີນໍາມາວາງສະແດງໃນຄັ້ງນີ້ ມີຫລາຍແບບໃຫ້ເລືອກເປັນຕົ້ນປຶ້ມຈິດຕະວິທະນາພັດທະນາໂຕເອງ, ທຸລະກິດ, ການເງິນ, ນິຍາຍ ແລະ ອື່ນໆ  ເຊິ່ງໄດ້ກະແສຕອບຮັບດີຫລາຍ ໃນແຕ່ລະມື້ຈະມີນັກຮຽນ, ນັກສຶກສາມາຢ້ຽມຢາມ ແລະ ຊື້ບໍ່ຂາດສາຍ ເຊິ່ງຈຸດນີ້ຮູ້ສຶກດີໃຈຫລາຍ ທີ່ໄວໜຸ່ມໃຫ້ຄວາມສົນໃຈ ການອ່ານຫລາຍຂຶ້ນ   ເຊິ່ງມັນເປັນສິ່ງທີ່ດີໄດ້ເຫັນຄົນຮຸ້ນໃໝ່ຮັກໃນການສຶກສາຮໍ່າຮຽນ  ເພາະເປັນການເພີ່ມຄວາມຮູ້ , ຄວາມສາມາດໄດ້ດ້ວຍໂຕເອງ. ສະນັ້ນ, ຈຶ່ງຢາກໃຫ້ມີງານທ່ີສົ່ງເສີມການອ່ານແບບນີ້ຫລາຍໆ  ແລະ ມີກິດຈະກໍາຕ່າງໆ ເພື່ອດຶງດູດໃຫ້ນັກຮຽນ, ນັກສຶກສາເຂົ້າຮ່ວມຫລາຍຂຶ້ນໃນປີຕໍ່ໄປ. 

    ແນວໃດກ່ໍດີສໍາລັບຈຸດເລ່ີມຕົ້ນຂອງ ອາຊີບນີ້  ແມ່ນຕົນເອງເປັນຄົນຮັກໃນການອ່ານຢູ່ແລ້ວ ຈຶ່ງໄດ້ຊື້ປຶ້ມຈາກປະເທດເພື່ອນບ້ານມາອ່ານເທື່ອລະເລັກລະໜ້ອບຈົນກາຍເປັນປຶ້ມສະສົມຫລາຍຂຶ້ນເລື້ອຍໆ ສະນັ້ນ, ຈຶ່ງຢາກແບ່ງປັນຄວາມຮູ້ໃຫ້ຜູ້ທີ່ມັກອ່ານຈຶ່ງໄດ້ໂພດຂາຍທາງອອນລາຍ  ເຫັນວ່າຄົນໃຫ້ ຄວາມສົນໃຈຫລາຍຈຶ່ງສັ່ງມາຂາຍ  ໂດຍແຕ່ລະມື້ກໍ່ມີການລູກຄ້າສັ່ງຊື້ມື້ລະ 9-10 ຫົວສົ່ງທັງພາຍໃນ  ແລະ ຕ່າງແຂວງ  ໂດຍຄາລາ ເລ່ີມຕົ້ນກໍ່ຢູ່ທ່ີສະພາບຂອງປຶ້ມ ເພາະຮ້ານເຮົາແມ່ນປຶ້ມມືສອງ ທັງໝົດເລີຍ. ທ່ານ ອໍາມະຕະ  ເວົ້າຕື່ມວ່າ: ພາຍຫຍັງທ່ີເຮັດ ອາຊີບນີ້ແລ້ວໃນແຕ່ລະເດືອນ ສາມາດສ້າງລາຍຮັບໄດ້ 10 ລ້ານກວ່າກີບ ລາຍຮັບນີ້ກໍບ່ໍໄດ້ຄົງທ່ີ ຂຶ້ນກັບແຕ່ລະເດືອນທ່ີລູກຄ້າສັ່ງໜ້ອຍສັ່ງຫລາຍ   ເນື່ອງຈາກວ່າຮ້ານເຮົາຂາຍສະເພາະອອນລາຍ  ແລະ  ຂາຍຕາມເທສະການປຶ້ມ ຕ່າງໆໆບໍ່ມີໜ້າຮ້ານ. ສະນັ້ນ,  ໃນ ນາມທີ່ເຮັດອາຊີບຂາຍປຶ້ມກໍຢາກໃຫ້ພາກສ່ວນກ່ຽວຂ້ອງຈັດງານເພື່ອສົ່ງເສີມການອ່ານ ໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ນັກຮຽນ, ນັກສຶກສາໄດ້ໃຊ້ເວລາວ່າງໃຫ້ເກີດປະໂຫຍດ.  ເອົາເປັນວ່າຖ້າທ່ານໃດທີ່ມີຄວາມສົນໃຈໃນການອ່ານ  ແລະ ກໍາລັງຊອກຫາປຶ້ມດີໆທີ່ລາ ຄາບໍ່ແພງສາມາດເຂົ້າຢ້ຽມຊົມຮ້ານຂາຍປຶ້ມ Ammata ປຶ້ມມືສອງລາຄາຖືກໄດ້ ທາງເພສເຟສບຸກ ຫລື ຕິດຕໍ່ສອບຖາມຜ່ານເບີ 020 5566 4159.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top