ສ.ອາເມລິກາ ຈັດສັນງົບປະມານສຸກເສີນ ສ້ອມແປງຂົວ ຫລາຍກວ່າ 60 ລ້ານໂດລາ

29/03/2024 17:36
Email Print 381
ຂປລ ກະຊວງ ຄົມມະນາຄົມ ສ.ອາເມລິກາ ໄດ້ອອກຖະແຫລງການ ເລື່ອງການຈັດສັນ ງົບປະມານສຸກເສີນ ເບື້ອງຕົ້ນ 60 ລ້ານໂດລາ ສະຫະລັດ ໃຫ້ແກ່ ລັດແມຣິແລນ ເພື່ອ ຟື້ນຟູ ຂົວຟຣານຊີສ ສະກອດ ຄີ ຢູ່ເມືອງ ບັລຕີມໍຣ ຊຶ່ງພັງຖະຫລົ່ມ ລົງມາ ທັງໝົດ ພາຍຫລັງ ຖືກກຳປັ່ນ ບັນທຸກ ສິນຄ້າ ຕ້າຫລີ່ ຂອງ ສິງກະໂປ ຕໍາໃສ່ ເມື່ອບໍ່ດົນມານີ້.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ .ອາເມລິກາເມື່ອວັນທີ 28 ມີນາວ່າ: ກະຊວງຄົມມະນາຄົມ  .ອາເມລິກາ ໄດ້ອອກຖະແຫລງການເລື່ອງການຈັດສັນງົບປະມານສຸກເສີນເບື້ອງຕົ້ນ 60 ລ້ານໂດລາສະຫະລັດໃຫ້ແກ່ ລັດແມຣິແລນເພື່ອຟື້ນຟູຂົວຟຣານຊີ ສະກອດ ຄີ ຢູ່ເມືອງ ບັລຕີມໍຣ ຊຶ່ງພັງຖະຫລົ່ມລົງມາ ທັງໝົດ ພາຍຫລັງ ຖືກກຳປັ່ນບັນທຸກ ສິນຄ້າ ຕ້າຫລີ່ ຂອງ ສິງກະໂປ ຕໍາ​​ໃສ່ເມື່ອບໍ່ດົນມານີ້.

ໃນຂະນະທີ່ ມີການວິເຄາະວ່າ ຄ່າໃຊ້ຈ່າຍທັງໝົດ ຂອງ ໂຄງການດັ່ງກ່າວ ຊຶ່ງ ລັດຖະບານກາງ ຈະເປັນຜູ້ຮັບຜິດຊອບເກືອບ 600 ລ້ານໂດລາສະຫະລັດແລະ ອາດຈະເພີ່ມສູງຂຶ້ນ ເຖິງ 2.000 ຕື້ໂດລາ ສະະລັດ. ສ່ວນໄລຍະເວລາ ຂອງ ການດຳເນີນງານ ທັງໝົດ ຍັງບໍ່ສາມາດ ກຳນົດໄດ້​​ຢ່າງຊັດເຈນ. ທັງນີ້ ກຳປັ່ນ ຕ້າຫລີ່ ຊຶ່ງບັນທຸກຕູ້ສິນຄ້າ ຈຳນວນ 4.700 ຕູ້ ໄດ້ຕຳເຂົ້າກັບ ຂົວ ຟຣານຊີ ສະກອດຄີ ພາຍໃນ ເວລາພຽງ 2 ນາທີ ຫລັງຈາກ ພະນັກງານ ກຳປັ່ນ ໄດ້ສົ່ງສັນຍານຂໍຄວາມຊ່ວຍເຫລືອ , ​ເນື່ອງຈາກເຄື່ອງຈັກດັບແລະ ພະຍາຍາມ ທອດສະມໍເພື່ອບໍ່ໃຫ້ກຳປັ່ນເຄື່ອນເຂົ້າໄປ ປະທະກັບຂົວແຕ່ບໍ່ທັນການ. ປັດຈຸບັນ,  ສຳນັກງານຕຳຫລວດ ລັດແມຣິແລນ ໄດ້ຢືນຢັນວ່າ ກວດພົບຮ່າງຜູ້ເສຍຊີວິດ ຂື້ນມາໄດ້ 2 ຄົນ ຈາກ ທັງໝົດ 6 ຄົນ ທີ່ເສຍຊີວິດແລະ ສູນຫາຍ./

KPL

ຂ່າວອື່ນໆ

ads
ads

Top