ສ.ເກົາຫລີ ສ້າງລາຍໄດ້ ຈາກການປູກເຂົ້າ ເພີ່ມຂື້ນ ເກືອບ 13%

29/03/2024 17:36
Email Print 327
ຂປລ ສຳນັກງານ ສະຖິຕິ ແຫ່ງຊາດ ສ.ເກົາຫລີ ເປີດເຜີຍວ່າ: ປະເທດນີ້ ສ້າງລາຍໄດ້ ຈາກການ ປູກເຂົ້າ ເພີ່ມຂື້ນ ເມື່ອປີ 2023 , ເນື່ອງຈາກ ລາຄາເຂົ້າ ຂອງປະເທດ ເພີ່ມສູງຂື້ນ , ໂດຍລາຍໄດ້ ສຸດທິ 12,7% ເປັນ 358.000 ວອນ, ຕໍ່ພື້ນທີ່ ນາເຂົ້າ 1.000 ຕາລາງແມັດ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 28 ເດືອນມີນາ, ສຳນັກງານສະຖິຕິ ແຫ່ງຊາດ.​ເກົາຫລີເປີດເຜີຍວ່າ:​ ປະເທດນີ້ ສ້າງລາຍໄດ້ຈາກການ ປູກເຂົ້າເພີ່ມຂື້ນເມື່ອປີ 2023 , ​ເນື່ອງຈາກ ລາຄາເຂົ້າ ຂອງປະເທດ ເພີ່ມສູງຂື້ນ , ​ໂດຍລາຍໄດ້ ສຸດທິ 12,7% ​ເປັນ 358.000 ວອນ, ຕໍ່ພື້ນທີ່ ນາເຂົ້າ 1.000 ຕາລາງແມັດ.

ສ່ວນກຳໄລສຸດທິຫລຸດລົງຈາກ 373 ​ໂດລາສະຫະລັດໃນປີ 2021 ​ເຫລືອ 235 ​ໂດລາສະຫະລັດໃນປີ 2022 , ກ່ອນຈະມີ ການປັບຂື້ນໃນປີ 2023 . ສະນັ້ນ ຜົນກຳໄລທີ່ເພີ່ມຂື້ນ ​​ມີປັດໄຈ​​ຈາກ ລາຄາເຂົ້າທີ່ເພີ່ມຂື້ນ ຈາກ 34 ​ໂດລາສະຫະລັດ ຕໍ່ເຂົ້າ 20 ກິໂລກຣາມໃນປີ 2022 ​ເປັນ 38 ​ໂດລາສະຫະລັດໃນປີ 2023. ໂດຍລາຍໄດ້ລວມ ຈາກການປູກເຂົ້າ ​​ບົນພື້ນທີ່ 1.000 ຕາລາງ​​ແມັດ , ​ເພີ່ມຂື້ນ 5,2% ລວມມີ 916 ​ໂດລາສະຫະລັດໃນປີ ຜ່ານມາ. ໃນຂະນະດຽວກັນ ຕົ້ນທຶນການປູກເຂົ້າ ໄດ້ເພີ່ມຂື້ນ 2,4% ​ເປັນ 650 ​ໂດລາສະຫະລັດ ຕໍ່ພື້ນທີ່ປູກເຂົ້າ 1.000 ຕາລາງແມັດໃນປີ 2023./

KPL

ຂ່າວອື່ນໆ

ads
ads

Top