ສສ ຫວຽດນາມ ມີບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນກວ່າ7%

28/03/2024 18:39
Email Print 197
ຂປລ ໃນ 3 ເດືອນຕົ້ນປີ, ທຶນປະຕິບັດ ບັນດາ ໂຄງການ ລົງທຶນ ໂດຍກົງຈາກ ຕ່າງປະເທດ (FDI) ບັນລຸ ຫລາຍກວ່າ 4,6 ຕື້ໂດລາສະຫະລັດ ເພີ່ມຂຶ້ນກວ່າ 7% ເມື່ອທຽບໃສ່ ປີຕໍ່ປີ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໃນ 3 ເດືອນຕົ້ນປີ, ທຶນປະຕິບັດ ບັນດາ ໂຄງການ ລົງທຶນ ໂດຍກົງຈາກ ຕ່າງປະເທດ (FDI) ບັນລຸ ຫລາຍກວ່າ 4,6 ຕື້ໂດລາສະຫະລັດເພີ່ມຂຶ້ນກວ່າ 7% ເມື່ອທຽບໃສ່ ປີຕໍ່ປີຕາມຕົວເລກ ຫລ້າສຸດ ຂອງກົມລົງທຶນ ຕ່າງປະເທດ(ກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ) ແລ້ວ, ໄລ່ຮອດວັນທີ 20 ມີນາ, ມີທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນ ຊື້ຫຸ້ນ, ຊືື້ທຶນ ປະກອບ ຂອງນັກລົງທຶນ ຕ່າງປະເທດ ລວມມູນຄ່າ ກວ່າ 6,17 ຕື້ໂດລາ ສະຫະລັດ  ເພີ່ມຂຶ້ນ13,4% ເມື່ອທຽບໃສ່ ປີກາຍ.ຖ້າໄລ່ຕາມ ຂະແໜງການ, ບັນດາ ນັກລົງທຶນ ຕ່າງປະເທດ ໄດ້ລົງທຶນເຂົ້າ 17 ໃນຈຳນວນ 21 ຂະແໜງ ເສດຖະກິດ ແຫ່ງຊາດ; ໃນນັ້ນ, ຂະແໜງ ອຸດສາຫະກຳ ປຸງແຕ່ງ, ປະດິດແຕ່ງນຳໜ້າ ດ້ວຍຍອດເງິນລົງທຶນ ບັນລຸກວ່າ 3,9 ຕື້ ໂດລາສະຫະລັດ. ຂະແໜງ ດຳເນີນ ທຸລະກິດ ອະສັງຫາ ລິມະຊັບ ຢືນອັນດັບທີ 2. ຖັດຈາກນັ້ນ ແມ່ນບັນດາຂະ  ແໜງຂາຍ ສົ່ງຂາຍຍ່ອຍ; ການເຄື່ອນໄຫວ ດ້ານວິຊາການ, ວິທະຍາສາດ - ເຕັກໂນໂລຢິ. ຖ້າໄລ່ຕາມ ຄູ່ຮ່ວມມື ລົງທຶນ, ໃນ 3 ເດືອນຜ່ານມາ, ມີ 62 ປະເທດ ແລະ ເຂດແຄວ້ນ ໄດ້ລົງທຶນຢູ່ ສສ ຫວຽດນາມ. ໃນນັ້ນ, ສິງກະໂປ ໄດ້ນຳໜ້າ ດ້ວຍເງິນ ລົງທຶນ ທັງໝົດກວ່າ 2,55 ຕື້ໂດລາ ສະຫະລັດຖັດຈາກນັ້ນແມ່ນ ເຂດບໍລິຫານ ພິເສດ ຮົ່ງກົງ ຂອງ ສປຈີນ, ສປ ຈີນ ແລະຍີ່ປຸ່ນ ຕາມລຳດັບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top