ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດຫລາຍກວ່າ 700 ຖ້ຽວ

28/03/2024 18:38
Email Print 166
ຂປລ ລົດໄຟ ໂດຍສານ ສາກົນ ຕາມທາງ ລົດໄຟຈີນ-ລາວ ໄດ້ແລ່ນ ຫລາຍກວ່າ 700 ຖ້ຽວ, ຊຶ່ງໄດ້ດຶດດູງ ນັກທ່ອງທ່ຽວ 180.000 ເທື່ອຄົນ ທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນ ເດີນທາງ ໄປທ່ອງທ່ຽວ ຕ່າງປະເທດ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ນັບມາຮອດ ວັນທີ 27 ມີນານີ້, ລົດໄຟ ໂດຍສານ ສາກົນ ຕາມທາງ ລົດໄຟຈີນ-ລາວ ໄດ້ແລ່ນ ຫລາຍກວ່າ 700 ຖ້ຽວ, ຊຶ່ງໄດ້ດຶດດູງ ນັກທ່ອງທ່ຽວ 180.000 ເທື່ອຄົນ ທີ່ມາຈາກ 87 ປະເທດ ແລະເຂດແຄວ້ນ ເດີນທາງ ໄປທ່ອງທ່ຽວ ຕ່າງປະເທດ, ໃນນັ້ນ, ລະຫວ່າງ ວັນທີ 1 ມັງກອນ ຫາວັນທີ 27 ມີນານີ້, ໄດ້ຂົນສົ່ງ ຜູ້ໂດຍສານ ຂ້າມຊາຍແດນ 54.000 ເທື່ອຄົນ. ຖ້າເບິ່ງຈາກ ສະຖິຕິ ແລະ ວິເຄາະ ຂອງດ່ານພາສີ ແລະ ສະຖານີ ກວດກາ ເຂດຊາຍແດນແລ້ວ, ນັກທ່ອງທ່ຽວ ທີ່ມາຈາກ ສປປ ລາວ, ໄທ ແລະ ມາເລເຊຍ ມີຈຳນວນ ຫລາຍທີ່ສຸດ, ຕົ້ນຕໍ ແມ່ນເດີນທາງ ໄປທ່ອງທ່ຽວ ແລະ ແລກປ່ຽນ ວັດທະນະທຳ ຢູ່ແຂວ ງຫລວງພະບາງ ແລະນະຄອນຫລວງວຽງຈັນ ຂອງ ສປປ ລາວ, ນະຄອນຄຸນມິງ, ກິ່ງແຂວງຕ້າລີ ແລະນະຄອນລີ້ຈ່ຽງຂອງ ສປ ຈີນ.ນັບແຕ່ ວັນທີ 10 ມີນານີ້ ເປັນຕົ້ນໄປ, ສະຖານີ ຂອງລົດໄຟ ໂດຍສານສາກົນ ຕາມທາງລົດໄຟ ຈີນ-ລາວ, ຈາກ 8 ສະຖານີ ໃນເບື້ອງຕົ້ນ ຂອງການເປີດ ບໍລິການ ຄື: ສະຖານີ ຄຸນມິງໃຕ້, ພູເອີ, ສິບສອງພັ່ນນາ ແລະ ບໍ່ຫານຢູ່ຈີນ ພ້ອມດ້ວຍ ສະຖານີ ບໍ່ເຕນ, ຫລວງພະບາງ, ວັງວຽງແລະ ວຽງຈັນ ຢູ່ ສປປ ລາວ, ໄດ້ເພີ່ມໃໝ່ ອີກ 2 ສະຖານີ ຄື: ສະຖານີ ຢວີ້ຊີ່ຢູ່ ສປ ຈີນ ແລະສະຖານີ ເມືອງໄຊ ຢູ່ ສປປ ລາວ, ທັງໝົດມີ 10 ສະຖານີ, ຊຶ່ງໄດ້ເຮັດໃຫ້ ນັກທ່ອງທ່ຽວ ມີທາງເລືອກ ຫລາຍກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top