ເດັກນ້ອຍເກີດໃໝ່ ໃນ ສ.ເກົາຫລີ ຫລຸດລົງຢ່າງຕໍ່ເນື່ອງ

28/03/2024 21:56
Email Print 262
ຂປລ ສຳນັກງານ ສະຖິຕິແຫ່ງຊາດ ສ.ເກົາຫລີ ລາຍງານວ່າ: ເດືອນມັງກອນ, ອັດຕາ ການເກີດໃໝ່ ຂອງ ປະເທດນີ້ ລວມມີ 21.442 ຄົນ ຫລຸດລົງ 7,7% ເມື່ອທຽບໃສ່ໄລຍະດຽວຂອງປີກາຍນີ້

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 27 ເດືອນມີນາ, ສຳນັກງານ ສະຖິຕິແຫ່ງຊາດ ສ.ເກົາຫລີ ລາຍງານວ່າ: ເດືອນມັງກອນ, ອັດຕາ ການເກີດໃໝ່ ຂອງ ປະເທດນີ້ ລວມມີ 21.442 ຄົນ ຫລຸດລົງ 7,7% ເມື່ອທຽບໃສ່ໄລຍະດຽວຂອງປີກາຍນີ້  ທ່າມກາງ ຄວາມກັງວົນ ກ່ຽວກັບ ປະຊາກອນ ຂອງ ປະເທດ ທີ່ ຫລຸດລົງ ຢ່າງຕໍ່ເນື່ອງ. ນີ້ຖືເປັນ ຕົວເລກ ທີ່ຫລຸດລົງ ຕໍ່າທີ່ສຸດ ນັບແຕ່ ເລີ່ມມີການ ລວບລວມ ຂໍ້ມູນ ທີ່ກ່ຽວຂ້ອງ ໃນປີ 1981.

ໃນນັ້ນ ເດັເກີດໃໝ່ ຫລຸດລົງ ນັບແຕ່ ເດືອນຕຸລາປີ 2022 ເນື່ອງຈາກ ຄົນລຸ້ນໃໝ່ ຈຳນວນຫລາຍ ເລືອກມີລູກຊ້າ ຫລື ບໍ່ມີລູກ ເພາະມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ເຊັ່ນ: ລາຄາທີ່ຢູ່ອາໄສ ເພີ່ມສູງຂື້ນ ແລະ ການວ່າງງານ. ຂະນະດຽວກັນ ການແຕ່ງງານ ເພີ່ມຂື້ນ 11,6% ເປັນ 20.008 ຄູ່, ສ່ວນການ ຢ່າຮ້າງ ເພີ່ມຂື້ນ 9,5% ເປັນ 7.940 ຄູ່ ໃນເດືອນດັ່ງກ່າວ. ສ່ວນຈຳນວນ ການເສຍຊີວິກ ຫລຸດລົງ 0,5% ເຫລືອ 32.490 ຄົນ, ຊຶ່ງປະຊາກອນຂອງ ປະເທດ ຫລຸດລົງ ຢ່າງຕໍ່ເນື່ອງ ເປັນເດຶອນທີ 51 ຕິດຕໍ່ກັນ./

 

KPL

ຂ່າວອື່ນໆ

ads
ads

Top