ສປຈີນ ເລັ່ງຊຸກຍູ້ຄວາມຮູ້ ທາງກົດໝາຍໃຫ້ແກ່ແມ່ຍິງ ໃນຊົນນະບົດ

28/03/2024 21:56
Email Print 260
ຂປລ ຈີນ ຈະເລັ່ງ ໂຄສະນາ ເຜີຍແພ່ ຄວາມຮູ້ທາງກົດໝາຍ ໃຫ້ແກ່ແມ່ຍິງ ໃນເຂດ ຊົນນະບົດ ເພື່ອເພີ່ມຄວາມຮູ້ ທາງດ້ານກົດໝາຍ ແລະ ນໍາສະເໜີ ການບໍລິການ ທາງກົດໝາຍ ໃຫ້ແກ່ຜູ້ທີ່ຕ້ອງການ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 27 ເດືອນມີນາ, ຈີນ ຈະເລັ່ງ ໂຄສະນາ ເຜີຍແພ່ ຄວາມຮູ້ທາງກົດໝາຍ ໃຫ້ແກ່ແມ່ຍິງ ໃນເຂດ ຊົນນະບົດ ເພື່ອເພີ່ມຄວາມຮູ້ ທາງດ້ານກົດໝາຍ ແລະ ນໍາສະເໜີ ການບໍລິການ ທາງກົດໝາຍ ໃຫ້ແກ່ຜູ້ທີ່ຕ້ອງການ.

ໂດຍໜັງສືວຽນ ທີ່ ຮ່ວມອອກ ໂດຍກຸ່ມໜ່ວຍງານ ທາງການ ຈີນ ລວມເຖິງ ສະຫະພັນ ແມ່ຍິງ ແຫ່ງປະເທດ ຈີນ ແລະ ກະຊວງ ກະສິກຳ ແລະ ກິດຈະການ ຊົນນະບົດ ໄດ້ວາງແຜນງານ ເພື່ອໃຫ້ແມ່ຍິງ ໃນເຂດ ຊົນນະບົດ ຕະຫລອດເຖິງ ລູກຫລານ ແລະ ຄອບຄົວ.  ຈີນ ຈະຈັດກິດຈະກໍາ ທີ່ກ່ຽວຂ້ອງ ຕ່າງໆເຊັ່ນ: ການຄຸ້ມຄອງ ສິດທິ ແລະ ຜົນປະໂຫຍດ ຂອງ ແມ່ຍິງ ແລະ ການຄຸ້ມຄອງເດັກ ແລະ ອື່ນໆຢູ່ ທົ່ວປະເທດ , ໂດຍສະເພາະ ພາກຕາເວັນຕົກ ທີ່ດ້ອຍພັດທະນາ ເປັນເປົ້າໝາຍຫລັກ. ນອກນີ້ ໜ່ວຍງານທາງການ ທ້ອງຖິ່ນ ຄວນໃຊ້ປະໂຫຍດ ດັ່ງກ່າວ ໃນການບໍລິການ ທາງກົດໝາຍ ທີ່ ສະດວກ, ມີຄຸນນະພາບ ແລະ ມີປະສິດທິພາບ ໃຫ້ແກ່ ແມ່ຍິງ ໃນເຂດດັ່ງກ່າວ , ໂດຍສະເພາະ ຜູ້ອາໄສຢູ່ ຕາມພື້ນທີ່ ກະສິກຳ ແລະ ການລ້ຽງສັດ ອັນຫ່າງໄກ ສອກຫລີກອື່ນໆ./

KPL

ຂ່າວອື່ນໆ

ads
ads

Top