ນິດສັນ ຕັ້ງເປົ້າເພີ່ມຍອດຂາຍລົດ 1 ລ້ານຄັນ ພາຍໃນປີ2027

27/03/2024 22:42
Email Print 175
ຂປລ ບໍລິສັດ ນິດສັນ(Nissan) ມໍເຕີ ຜູ້ຜະລິດລົດ ສັນຊາດ ຍີ່ປຸ່ນ ຕັ້ງເປົ້າໝາຍ ເພີ່ມຍອດຂາຍລົດ 1 ລ້ານຄັນ ພາຍໃນ ໄລຍະເວລາ 3ປີ ຫລື ປີ2027ຊຶ່ງເປັນສ່ວນໜຶ່ງ ຂອງແຜນທຸລະກິດ ໄລຍະກາງ ແລະ ເພີ່ມຄວາມສາມາດ ໃນການເຮັດກຳໄລ.

ຂປລ.ສຳນັກຂ່າວ ບລູມເບີຣກ, ເມື່ອບໍ່ດົນມານີ້, ບໍລິສັດ ນິດສັນ(Nissan) ມໍເຕີ ຜູ້ຜະລິດລົດ ສັນຊາດ ຍີ່ປຸ່ນ ຕັ້ງເປົ້າໝາຍ ເພີ່ມຍອດຂາຍລົດ 1 ລ້ານຄັນ ພາຍໃນ ໄລຍະເວລາ 3ປີ ຫລື ປີ2027ຊຶ່ງເປັນສ່ວນໜຶ່ງ ຂອງແຜນທຸລະກິດ ໄລຍະກາງ ແລະ ເພີ່ມຄວາມສາມາດ ໃນການເຮັດກຳໄລ. ພ້ອມກຽມ ເປີດໂຕລົດ ລຸ້ນໃໝ່ອີກ 30ລຸ້ນ ໂດຍແບ່ງເປັນ ລົດໄຟຟ້າ(EV) 16 ລຸ້ນ ທີ່ມີຄຸນຄ່າ ຫລາຍຂຶ້ນ ແລະ ສ້າງພັນທະມິດ ທາງທຸລະກິດ.Nissan ໄດ້ຫລຸດເປົ້າໝາຍ ຍອດຂາຍ ປະຈໍາປີ ເປັນຄັ້ງທີ 2 ໂດຍຫລຸດລົງ ເຫລືຶອ 3,55 ລ້ານຄັນ ຈາກ 3,7 ລ້ານຄັນ ແລະ ເຄີຍຕັ້ງເປົ້າໝາຍ ໄວ້ທີ່ 4 ລ້ານຄັນ ສຳລັບ ປີງົບປະມານ ທີ່ສິ້ນສຸດ ໃນເດືອນມີນານີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top