ເມືອງທຸລະຄົມ ເຜີຍແຜ່ນິຕິ​ກຳ​ໃນຂະແໜງກະສິກໍາ ແລະ ປ່າໄມ້

27/03/2024 15:26
Email Print 396
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທຸລະຄົມ ຈັດເຜີຍແຜ່ເຊື່ອມຊຶມນິຕິກໍາໃນຂະແໜງກະສິກໍາ ແລະ ປ່າໄມ້ ​ເປັນ​ຕົ້ນ ແຈ້ງການຂອງທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ

 

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທຸລະຄົມ ຈັດເຜີຍແຜ່ເຊື່ອມຊຶມນິຕິກໍາໃນຂະແໜງກະສິກໍາ ແລະ ປ່າໄມ້ ​ເປັນ​ຕົ້ນ ແຈ້ງການຂອງທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ ສະບັບເລກທີ 0562/ກປຂ.ວຈ ລົງວັນທີ 27 ກຸມພາ 2024 ກ່ຽວກັບການເພີ່ມທະວີຄວາມຮັບຜິດ ຊອບສະກັດກັ້ນ ຕ້ານໄຟໄໝ້ລາມປ່າ, ການບຸກລຸກທໍາລາຍປ່າໄມ້ ແລະ ທີ່ດິນປ່າໄມ້, ຂໍ້ຕົກລົງຂອງທ່ານເຈົ້າເມືອງທຸລະຄົມ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຄຸ້ມຄອງວຽກງານດັ່ງກ່າວຂອງຂັ້ນເມືອງ ແລະ ສືບຕໍ່ເຜີຍແຜ່ເຊື່ອມຊຶມຊຶມຄໍາສັ່ງເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ​ໂດຍ​ມີ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ, ທ່ານ ຄໍາສອນ ກຸນນະວົງ ຮັກສາການຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ໜ່ວຍງານປ່າໄມ້, ອົງການປົກຄອງ ແລະ ຜູ້ປະສານງານຂັ້ນບ້ານ ເຂົ້າຮ່ວມ.
  ​ໃນ​ພິທີ, ທ່ານ ຄໍາສອນ ກຸນນະວົງ ໄດ້ຜ່ານບັນດາ​ນິຕິ​ກຳ​ດັ່ງກ່າວ ​ເຊິ່ງປະກອບມີເນື້ອໃນສໍາຄັນທັງໝົດ
16 ຂໍ້ ທີ່ລ້ວນແລ້ວແຕ່ເປັນປະໂຫຍດ ແລະ ເປັນບ່ອນອີງໃຫ້ຜູ້ເຂົ້າຮ່ວມນໍາໄປເຜີຍແຜ່ເຊື່ອມຊຶມ ​ແລະ ຈັດຕັ້ງປະຕິບັດ.
   ​ໂອກາດ​ນີ້, ທ່ານ ກິຄໍາ ວົງໄຊ ໄດ້ມີຄໍາເຫັນວ່າ: ການຄຸ້ມຄອງປົກປັກຮັກສາ
, ການນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ຢູ່ເມືອງທຸລະຄົມໄລຍະຜ່ານມາ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍປ່າໄມ້, ກົດໝາຍທີ່ດິນ, ນິຕິກໍາກ່ຽວຂ້ອງ ແລະ ແຈ້ງການແນະນໍາຂອງຂັ້ນເທິງເປັນບ່ອນອີງໃນການເຄື່ອນໄຫວ. ພ້ອມນີ້, ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ ໂດຍມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແນໃສ່ເພີ່ມທະວີການຄຸ້ມຄອງ, ນໍາໃຊ້, ຄວບຄຸມ, ຈໍາກັດ, ແກ້ໄຂ ການລັກລອບຕັດໄມ້ ໂດຍບໍ່ໄດ້ຮັບອະນຸຍາດ, ບຸກລຸກປ່າໄມ້, ຖ່າງປ່າເຮັດໄຮ່ເລື່ອນລອຍ, ສະກັດກັ້ນໄຟໄໝ້ລາມປ່າ ແລະ ທີ່ດິນປ່າໄມ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງມີກຸ່ມຄົນບໍ່ດີຈໍານວນໜຶ່ງ ສວຍໂອກາດ ແລະ ຊອກຫາວິທິການຕ່າງໆ ເພື່ອລັກລອບຕັດໄມ້, ຂົນຍ້າຍໄມ້, ນໍາເອົາໄປຂາຍ ຫາຜົນປະໂຫຍດສ່ວນຕົວໂດຍບໍ່ຄໍານຶງເຖິງຄວາມຜິດ, ຜົນກະທົບທີ່ອາດຕາມມາ ເປັນຕົ້ນ ໄພແຫ້ງແລ້ງ, ອາກາດຮ້ອນ, ຝົນຕົກບໍ່ຖືກຕາມລະດູການ, ທໍາລາຍແຫລ່ງເພາະພັນສັດປ່າ ຊີວະນາໆພັນ ແລະ ອື່ນໆ.
    ພ້ອມ​ນີ້, ທ່ານ ກິຄໍາ ວົງໄຊ ຍັງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງນໍາເອົາຄໍາສັ່ງ
, ແຈ້ງການ ທີ່ໄດ້ເຊື່ອມຊຶມຄັ້ງນີ້ ເຜີຍແຜ່ຢູ່ບ້ານຂອງຕົນ ເຮັດໃຫ້ອົງການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈ ປະຕິບັດໃຫ້ຖືກຕ້ອງ, ມີສ່ວນຮ່ວມຕໍ່ກັບວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໂດຍໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຊຸກຍູ້ຕິດຕາມການປະຕິບັດຕົວຈິງ.

ຂ່າວ: ບ່າວທົ່ງ-ລ້ອງງື່ມ;

ພາບ: ຈັນສະໝອນ ຊາມຸນຕີ.

KPL

ຂ່າວອື່ນໆ

ads
ads

Top