ຜູ້ອົບພະຍົບເສຍຊີວິດ-ສູນຫາຍ 63.000 ຄົນ ໃນທົດສະວັດຜ່ານມາ

27/03/2024 17:27
Email Print 231
ຂປລ ອົງການ ເພື່ອການຍົກຍ້າຍຖິ່ນຖານ ສາກົນ (IOM) ໃຫ້ຮູ່ວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 63.285 ຄົນ ຫລື ສູນຫາຍ ໃນລະຫວ່າງ ເສັ້ນທາງ ການອົບພະຍົບ ທົ່ວໂລກ ໃນໄລຍະປີ 2014-2023.

ຂ​ປ​ລ. ອ້າງ​ຕາມ​ ຂ່າວ​ສານ ຫວຽດ​ນາມ, ວັນ​ທີ 26 ມີ​ນາ, ອົງ​ການ ​​ເພື່ອການ​ຍົກ​ຍ້າຍ​ຖິ່ນ​ຖານ ສາກົນ (IOM) ໃຫ້​ຮູ່​ວ່າ: ມີ​ຜູ້​ເສຍ​ຊີ​ວິດ​ ຢ່າງ​ໜ້ອຍ 63.285 ຄົນ ຫລື ສູນ​ຫາຍ ໃນ​ລະ​ຫວ່າງ​ ເສັ້ນ​ທາງ ການ​ອົບ​ພະ​ຍົບ ທົ່ວ​ໂລກ​ ໃນ​ໄລ​ຍະ​ປີ 2014-2023. ອົງການ IOM ປະກາດ ບົດລາຍ​ງານ​ ທີ່​ກ່ຽວ​ຂ້ອງ ກັບ​ ໂຄງ​ການ​ ຜູ້​ອົບ​ພະ​ຍົບ ທີ່​ສູນ​ຫາຍ ໄດ້ສະ​ແດງ​ ໃຫ້​ເຫັນ​ວ່າ ສ່ວນ​ຫລາຍ​ ພວກເຂົາເຈົ້າ ​ໄດ້​ເສຍ​ຊີ​ວິດ ຫລື ສູນ​ຫາຍ (28.854 ຄົນ) ໃນລະຫວ່າງ ​ເສັ້ນ​ທາງ ທະ​ເລ​ເມ​ດີ​ເຕ​ເຣ​ນຽນ, ຖັດ​ມາ​ແມ່ນ ທະວີບອາ​ຟ​ຣິ​ກາ ແລະ ອາ​ຊີ. ໃນນັ້ນ ເກືອບ 60% ​ແມ່ນກ່ຽວ​ຂ້ອງ​ເຖິງ ການ​ຈົມ​ນ້ຳ ແລະ ຈຳ​ນວນ ​ຜູ້​ອົບ​ພະ​ຍົບ​ ຫລາຍກວ່າ 33,3% ມາຈາກ ປະ​ເທດ ທີ່​ມີ​ຄວາມ​ຂັດ​ແຍ້ງ , ໃນ​ນັ້ນ ລວມ​ມີ ອາ​ຟະ​ກາ​ນິດ​ສະ​ຖານ, ຊີ​ຣີ, ເອ​ທີ​ໂອ​ປີ ແລະ ອື່ນໆ. /

KPL

ຂ່າວອື່ນໆ

ads
ads

Top