ສຳເລັດ ກອງປະຊຸມສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31

25/03/2024 14:31
Email Print 838
ຂປລ ຂປລ. ກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 31 ແລະ ກອງປະຊຸມອື່ນໆປິ່ນອ້ອມ ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 21-26 ມີນາ 2024 ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 24 ມີນາ 2024 ນີ້



ຂປລ. ກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ
31 ແລະ ກອງປະຊຸມອື່ນໆປິ່ນອ້ອມ ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 21-26 ມີນາ 2024 ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 24 ມີນາ 2024 ນີ້ ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ, ລັດຖະມົນຕີກະຊວງກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍ ເເລັດສະເຕ ແລະ ຄະນະຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ ເຂົ້າຮ່ວມ.

ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມ ດັ່ງກ່າວ ວ່າ: ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນພາຍໃຕ້ອົງປະກອບ ການເພີ່ມທະວີການເຊື່ອມຈອດອາຊຽນໂດຍໄດ້ກໍານົດ 4 ຂົງເຂດບຸລິມະສິດ ຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດ; ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ; ການຫັນປ່ຽນ ເພື່ອກ້າວໄປສູ່ ດີຈິຕອນໃນອະນາຄົດ ແລະ ວັດທະນະທຳ-ສິລະປະ, ສົ່ງເສີມບົດບາດຂອງ ວັດທະນະທຳ-ສິລະປະອາຊຽນ ເພື່ອຄວາມກວມລວມ ແລະ ຍືນຍົງ. ສຳລັບ ອົງປະກອບ ເພີ່ມທະວີຄວາມ ເຂັ້ມແຂງອາຊຽນໄດ້ກໍານົດ 5 ຂົງເຂດບຸລິມະສິດ ຄື: ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045; ເພີ່ມທະວີຄວາມເປັນແກນກາງ ຂອງອາຊຽນ; ສົ່ງເສີມການຮ່ວມມືທາງດ້ານສິ່ງແວດລ້ອມ ກໍຄື ສ້າງຄວາມເຂັ້ມແຂງ ຕໍ່ການປ່ຽນແປງດິນຟ້າອາກາດ; ແມ່ຍິງ ແລະ ເດັກນ້ອຍ ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນປ່ຽນ ການປະພຶດຢ່າງເປັນລະບົບໃນອາຊຽນແລະ ສາທາລະນະສຸກ ສ້າງຄວາມເຂັ້ມແຂງທາງ ດ້ານສາທາລະນະສຸກຂອງອາຊຽນ ໃນສະພາບການໃໝ່”. ນອກຈາກນີ້, ຍັງມີແຜນສະເໜີ ອອກຖະແຫລງການ ຈຳນວນໜຶ່ງຕື່ມອີກ ເປັນຕົ້ນ ໃນວຽກງານສົ່ງເສີມ ແລະ ປົກປ້ອງແຮງງານເຄື່ອນຍ້າຍ ແລະ ອື່ນໆ. ສຳລັບ ການຈັດຕັ້ງປະຕິບັດ ແຜນແມ່ບົດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ມາຮອດປັດຈຸບັນ ແຜນແມ່ບົດດັ່ງກ່າວ, ປະຕິບັດໄດ້ 97%, ເຊິ່ງກອງປະຊຸມ ໄດ້ຮຽກຮ້ອງໃຫ້ພາກສ່ວນຕ່າງໆ ຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ຂຸ້ນຂ້ຽວໃນການຈັດ ຕັ້ງປະຕິບັດແຜນວຽກພາຍໃຕ້ ຄວາມຮັບຜິດຊອບຂອງຕົນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຊົມເຊີຍຕໍ່ຜົນສໍາເລັດ ຂອງການເປີດນຳໃຊ້ລະບົບ ການຕິດຕາມ ແລະ ປະເມີນຜົນຖານຂໍ້ມູນຂອງເສົາຄໍ້າປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ (ADME System) ເຊິ່ງເປັນແຫລ່ງສະໜອງຂໍ້ມູນທີ່ສຳຄັນ ແລະ ເປັນບ່ອນອີງສຳລັບ ການຄົ້ນຄວ້າວາງນະໂຍບາຍ, ແຜນການ ແລະ ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ຂອງເສົາຄ້ຳ ວັດທະນະທຳ-ສັງຄົມອາຊຽນ. ສ່ວນຮ່າງແຜນຍຸດທະສາດຫລັງປີ 2025 ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າ ໃນການຮ່າງ ແຜນຍຸດທະສາດດັ່ງກ່າວ, ທີ່ກວມເອົາຂົງເຂດ ວັດທະນະທຳ ແລະ ສິລະປະ, ລັດຖະກອນ, ຖະແຫລງຂ່າວ, ການສຶກສາ, ການສົ່ງເສີມ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ, ຊາວໜຸ່ມ, ສະຫວັດດີການສັງຄົມ ແລະ ການພັດທະນາ, ກິລາ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສິ່ງແວດລ້ອມ, ການຄຸ້ມຄອງໄພພິບັດ, ແຮງງານ ແລະ ສາທາລະນະສຸກ.

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ ການປະກອບສ່ວນອັນສຳຄັນ ຂອງບັນດາຂະແໜງ ການທີ່ໄດ້ເຂົ້າຮ່ວມກອງປະຊຸມຊ້ອງໜ້າ ລະຫວ່າງ ລັດຖະມົນຕີປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແລະ ປະທານລັດຖະມົນຕີ ຂະແໜງການ ໃນເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ທີ່ ສປປ ລາວ ເປັນປະທານ ເພື່ອແລກປ່ຽນທັດສະນະກ່ຽວກັບ ວິໄສທັດປະຊາຄົມອາຊຽນ 2045 ແລະ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນ ຂອງການປະສານງານ ລະຫວ່າງ ຂະແໜງການ ແລະ ເສົາຄໍ້າ. ກອງປະຊຸມໄດ້ຮັບຊາບທັດສະນະ ແລະ ຂໍ້ສະເໜີຂອງບັນດາລັດຖະມົນຕີ ແລະ ຜູ້ຕາງໜ້າຂອງຂະແໜງການໃນເສົາຄ້ຳ ວັດທະນະທໍາ-ສັງຄົມອາຊຽນ ທີ່ ສປປ ລາວ ເປັນປະທານ ກ່ຽວກັບການພັດທະນາ ແຜນຍຸດທະສາດ ປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025. ພ້ອມທັງ ໄດ້ຮຽກຮ້ອງໃຫ້ຂະແໜງການຕ່າງໆ ມີສ່ວນຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອຮ່າງແຜນ ຍຸດທະສາດ ປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຫລັງປີ 2025 ໃຫ້ສໍາເລັດຕາມຄາດໝາຍ. ພ້ອມນີ້, ຍັງໄດ້ເປັນເອກະພາບຮັບຮອງ ຖະແຫລງການວັງວຽງ ວ່າດ້ວຍ ການສົ່ງເສີມຜະລິດຕະພັນ ວັດທະນະທຳຂະໜາດນ້ອຍ ແລະ ກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ (ທີ່ສະເໜີໂດຍ ສປປ ລາວ) ເພື່ອສະເໜີຜູ້ນຳອາຊຽນ ຮັບຮອງໃນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ເຊິ່ງເປັນການເນັ້ນຢໍ້າໃຫ້ເຫັນຄວາມສໍາຄັນ ໃນການສົ່ງເສີມບົດບາດວັດທະນະທຳ ແລະ ສິລະປະໃນອາຊຽນ ແບບກວມລວມ, ຍືນຍົງ ແລະ ວິສາຫະກິດວັດທະນະທຳ ຂະໜາດນ້ອຍ-ກາງ ອັນເປັນພື້ນຖານທີ່ສຳຄັນ ເພື່ອເສີມຂະຫຍາຍ ຫົວຄິດປະດິດສ້າງ, ແນວຄິດສ້າງສັນ ໃນການຊຸກຍູ້ສົ່ງເສີມ ວັດທະນະທຳ ຂອງທ້ອງຖິ່ນ ແລະ ຜະລິດຕະພັນຂອງເຂົາເຈົ້າ ແລະ ໄດ້ເຫັນດີຮັບຮອງຂອບວຽກ ວ່າດ້ວຍລະບົບການປະສານງານ ພາຍໃຕ້ພາວະສຸກເສີນ ສາທາລະນະສຸກອາຊຽນ ເຊິ່ງ ຂອບວຽກ ດັ່ງກ່າວ, ເນັ້ນຢໍ້າຄືນຄວາມໝາຍໝັ້ນຂອງອາຊຽນ ໃນການສ້າງຕັ້ງກົນໄກການປະສານງານ ທີ່ມີປະສິດທິພາບ ສຳລັບພາວະສຸກເສີນດ້ານສາທາລະນະສຸກ.

ກອງປະຊຸມ ຮັບຮູ້ບົດບາດອັນສຳຄັນຂອງສື່ມວນຊົນ ໃນການເພີ່ມທະວີການປູກຈິດສຳນຶກ, ສົ່ງເສີມເອກະລັກອາຊຽນ ແລະ ຮັບປະກັນການເຜີຍແຜ່ ຂໍ້ມູນຂ່າວສານທີ່ເປັນຄວາມຈິງ ແລະ ເຊື່ອຖືໄດ້ ແລະ ໄດ້ຊົມເຊີຍບັນດາຄວາມພະຍາຍາມ ຂອງບັນດາຂະແໜງການ ຂອງປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ໃນການເພີ່ມທະວີການຄຸ້ມຄອງ ວຽກງານ ຖະແຫລງຂ່າວ ແລະ ສື່ມວນຊົນຂອງລັດໃນອາຊຽນ, ພ້ອມທັງມີແຜນສະເໜີຜູ້ນຳອາຊຽນ ຮັບຊາບ ຄູ່ມືແນະນຳ ວ່າດ້ວຍ ການບໍລິຫານຄຸ້ມຄອງ ຂໍ້ມູນຂ່າວສານຂອງລັດຖະບານ ໃນການຕ້ານຂ່າວທີ່ບໍ່ມີມູນຄວາມຈິງ ແລະ ຂໍ້ມູນບິດເບືອນ ໃນວຽກງານສື່ມວນຊົນ; ກອງປະຊຸມໄດ້ຮັບຮູ້ເຖິງຄວາມສໍາຄັນ ໃນການຍົກລະດັບລະບົບ ການຄຸ້ມຄອງບໍລິ ຫານຄວາມສ່ຽງ ທາງດ້ານໄພພິບັດ ໂດຍສະເພາະການຄາດຄະເນ, ການກະກຽມລ່ວງໜ້າ ແລະ ໄດ້ຮັບຮອງເອົາບົດລາຍງານ ການປະເມີນຄວາມສ່ຽງ ໄພພິບັດຂ້າມຊາຍແດນ, ການວາງແຜນການຮັບມື ກັບພາຍຸໄຊໂຄລນເຂດຮ້ອນ ແລະ ໄພແຫ້ງແລ້ງໃນພາກພື້ນອາຊຽນ ເຊິ່ງມີບັນດາຂໍ້ສະເໜີ ຕໍ່ປະເທດສະມາຊິກ ອາຊຽນ ໃນການເພີ່ມທະວີຄຸ້ມຄອງ ຄວາມສ່ຽງທາງດ້ານໄພພິບັດ ແລະ ການເຊື່ອມສານ ວຽກງານຄຸ້ມຄອງໄພພິບັດ, ພາວະສຸກເສີນດ້ານ ສາທາລະນະສຸກອາຊຽນ ເຊິ່ງເນັ້ນໃຫ້ເຫັນເຖິງວິທີ ການຮັບມືກັບໄພ ອັນຕະລາຍຫລາຍດ້ານ ແລະ ຍົກໃຫ້ເຫັນເຖິງ ຄວາມສຳຄັນ ໃນການໝູນໃຊ້ທຸກຄວາມສາມາດ ໃນວຽກງານການຄຸ້ມຄອງ ຄວາມສ່ຽງໄພທາງດ້ານໄພພິບັດ ເພື່ອແກ້ໄຂເຫດການ ພາວະສຸກເສີນ ດ້ານສາທາລະ ນະສຸກ ຢ່າງມີປະສິດທິພາບ ເຊິ່ງເອກະສານດັ່ງກ່າວ, ແມ່ນຈະນຳສະເໜີ ຜູ້ນຳອາຊຽນຮັບຊາບ.

ພ້ອມກັນນີ້, ກອງປະຊຸມ ມີແຜນສະເໜີຜູ້ນຳອາຊຽນຮັບຊາບ ບົດສຶກສາຄົ້ນຄວ້າ ອາຊຽນ-ອີເຣຍ ກ່ຽວກັບ ການສົ່ງເສີມ ແລະ ປົກປັກຮັກສາກິລາພື້້ນເມືອງໃນອາຊຽນ ກໍຄື ສິ່ງທ້າທ້າຍ, ກາລະໂອກາດ ແລະ ຍຸດທະສາດ ທີ່ເນັ້້ນຢໍ້າເຖິງຄວາມສຳຄັນ ບົດບາດຂອງກິລາພື້້ນເມືອງ ໃນການຊຸກຍູ້ຄວາມຫລາກຫລາຍ ທາງດ້ານວັດທະນະທຳ ແລະ ສະແດງໃຫ້ເຫັນເຖິງ ຄວາມສຳຄັນຂອງຄວາມພະຍາ ຍາມຮ່ວມກັນ ເພື່ອປົກປັກຮັກສາມໍລະດົກ ວັດທະນະທຳ ຮີດຄອງປະເພນີຂອງອາຊຽນ; ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການກະກຽມຂອງ ຕີມໍ ເເລັດສະເຕ ໃນການເຂົ້າເປັນສະມາຊິກສົມບູນຂອງອາຊຽນ ແລະ ຍ້ອງຍໍຊົມເຊີຍຄວາມເອົາໃຈໃສ່ ໃນການປະຕິບັດໂຄງການແລກປ່ຽນ ຍົກລະດັບຊັບພະຍາກອນ ມະນຸດອາຊຽນໃຫ້ແກ່ ຕີມໍ ແລັດສະເຕ ເຊິ່ງກວມເອົາ 3 ເສົ້າຄໍ້າປະຊາຄົມອາຊຽນ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຂອງເສົາຄ້ຳ ວັດທະນະທຳ-ສັງຄົມອາຊຽນ ຕໍ່ກັບໂຄງການດັ່ງກ່າວ ເຊິ່ງໄດ້ດຳເນີນມາແຕ່ເດືອນມັງກອນ ເຖິງ ເດືອນມີນາ 2024, ມັນໄດ້ເສີມສ້າງຂີດຄວາມສາມາດ ໃຫ້ແກ່ ຕີມໍ ເເລັດສະເຕ ໃນການປະຕິບັດວຽກງານ ຂອງປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ແລະ ບັນດາບຸລິມະສິດຂະແໜງການ, ຄວາມຮັບຜິດຊອບອື່ນໆ, ລວມທັງການກະກຽມສຳລັບ ການເປັນເຈົ້າພາບ ແລະ ເປັນປະທານ ກອງປະຊຸມອາຊຽນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top