ລະດົມແນວຄວາມຄິດໃນການສ້າງແຜນຍຸດທະສາດ ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ຫລັງປີ 2025

22/03/2024 15:57
Email Print 772
ຂປລ ຂປລ. ກອງປະຊຸມ ໜ່ວຍງານພັດທະນາແຜນຍຸດທະສາດ ເສົາຄ້ຳວັດທະນະທຳ-ສັງຄົມ ອາຊຽນຫລັງປີ 2025 ຄັ້ງທີ 2 ຈັດຂຶ້ນໃນວັນທີ 22 ມີນາ 2024 ຢູ່ ແຂວງຫລວງພະບາງ ສປປ ລາວ




ຂປລ. ກອງປະຊຸມ ໜ່ວຍງານພັດທະນາແຜນຍຸດທະສາດ ເສົາຄ້ຳວັດທະນະທຳ-ສັງຄົມ ອາຊຽນຫລັງປີ 2025 ຄັ້ງທີ 2 ຈັດຂຶ້ນໃນວັນທີ 22 ມີນາ 2024 ຢູ່ ແຂວງຫລວງພະບາງ ສປປ ລາວ ໂດຍການເປັນປະທານ ຮ່ວມຂອງ ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນເຈົ້າໜ້າທີ່ອາວຸໂສ ວັດທະນະທຳ-ສັງຄົມ ອາຊຽນ ແລະ ທ່ານ ນາງ ຄຣິສຕີນາ ໂຢເຄນຢິນ (CHRISTINA YEO KEN YIN) ເຈົ້າໜ້າທີ່ອາວຸໂສ ວັດທະນະທຳ-ສັງຄົມອາຊຽນ ມາເລເຊຍ, ມີໜ່ວຍງານພັດທະນາ ແຜນຍຸດທະສາດເສົາຄ້ຳ ວັດທະນະທຳ-ສັງຄົມ ອາຊຽນ, ຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນຈາກປະເທດອາຊຽນ ເຂົ້າຮ່ວມ.




ທ່ານ ຄຳພູ ເພັຍສັກຂາ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້
, ໄດ້ພ້ອມກັນ ປຶກສາຫາລື ແລະ ເຈລະຈາ ຫລາຍບັນຫາສຳຄັນ ເພື່ອລະດົມແນວຄວາມຄິດ ໃນການສ້າງແຜນຍຸດທະສາດ ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ຫລັງປີ 2025 ກໍຄື ໃນ 20 ປີຕໍ່ໜ້າ ເຊິ່ງແຜນຍຸດທະສາດດັ່ງກ່າວ ໃນປີ 2025 ຈະເປັນຮອບສຸດທ້າຍ ແລະ ຈະສິ້ນສຸດ (2016-2025). ສະນັ້ນ, ກອງປະຊຸມໄດ້ກຽມພ້ອມ ໃນການສ້າງແຜນຍຸດທະສາດ ຈາກນີ້ໄປຈົນຮອດປີ 2045. ປັດຈຸບັນ ບັນດາເຈົ້າໜ້າທີ່ອາວຸໂສ ວັດທະນະທໍາ-ສັງຄົມອາຊຽນ ແລະ ຊ່ຽວຊານ ໄດ້ລະດົມ ແນວຄວາມຄິດ ໃສ່ແຜນຍຸດທະສາດດັ່ງກ່າວ ເພື່ອເຮັດແນວໃດໃຫ້ອາຊຽນ ດໍາເນີນໄປຕາມກົນໄກການຊີ້ນໍາ-ນໍາພາ ຂອງບັນດາຜູ້ນໍາທີ່ໄດ້ຮັບຮອງໄວ້ວ່າ ອາຊຽນຈະໄປໃນຮູບແບບໃດໃນ 20 ປີຕໍ່ໜ້າ. ພ້ອມນີ້, ກໍໄດ້ປຶກສາຫາລື ເພື່ອໃຫ້ມີເນື້ອໃນກະທັດຮັດ, ຈະແຈ້ງ ໃນການປະເມີນ ແລະ ຕິດຕາມ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດ.

ສຳລັບ ການຈັດຕັ້ງປະຕິບັດ ແຜນຍຸດທະສາດດັ່ງກ່າວ ໃນໄລຍະຜ່ານມາ (2016-2025) ເຫັນວ່າການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ສຳເລັດ 99% ແລະ ຍັງມີບາງກິດຈະກໍາ ທີ່ຍັງບໍ່ທັນສາມາດບັນລຸ ປະມານ 2-3%. ໃນນັ້ນ, ວຽກງານທີ່ພົ້ນເດັ່ນ ແມ່ນຂົງເຂດວັດທະນະທໍາ ໂດຍໄດ້ມີການຮ່ວມມືຈັດຕັ້ງ ບັນດາກິດຈະກໍາຕ່າງໆ ໃຫ້ບັນ ດາປະເທດອາຊຽນ ແລະ ນອກຈາກ ອາຊຽນ,  ຍັງມີປະເທດຄູ່ຮ່ວມພັດທະນາ ຄູ່ຮ່ວມເຈລະຈາ ເປັນຕົ້ນ ອາຊຽນ ບວກສາມ. ສ່ວນບັນດາກິດຈະກໍາ ທາງດ້ານວັດທະນະທໍາ ແມ່ນມີຫລາຍກິດຈະກໍາ ທີ່ສາມາດຍາດແຍ່ງມາຈັດຕັ້ງປະຕິບັດໄດ້ ເປັນຕົ້ນ ຫາລື ສ້າງບຸກຄະລາກອນໜຸ່ມ ໃນດ້ານວິຈິດສິນ, ດ້ານສິລະປະ ແລະ ອື່ນໆ ເພື່ອແລກປ່ຽນ ກັບບັນດາປະເທດຄູ່ຮ່ວມເຈລະຈາ.




ທ່ານ ຄຳພູ ເພັຍສັກຂາ ຍັງໃຫ້ຮູ້ອີກວ່າ: ໃນປີ 2024 ນີ້
, ພວກເຮົາຈະຊຸກຍູ້ການເສີມຂະຫຍາຍ ການເຊື່ອມຕໍ່ ເພື່ອສົ່ງເສີມບົດບາດຂອງວັດທະນະທໍາ ແລະ ສິລະປະຂອງອາຊຽນ ໃຫ້ມີຄວາມຍືນຍົງ, ພ້ອມທັງເພີ່ມທະວີການເສີມຂະຫຍາຍຄວາມຢືດຍຸ່ນ ໂດຍຜ່ານການຊຸກຍູ້ການຮ່ວມມື ດ້ານສິ່ງແວດລ້ອມ ກໍຄື ຕ້ານການປ່ຽນແປງດິນຟ້າອາກາດ, ສົ່ງເສີມບົດບາດ ຂອງແມ່ຍິງ ແລະ ​ເດັກນ້ອຍ​ ກ້າວ​ໄປ​ສູ່​ການ​ຫັນປ່ຽນ​ພຶດຕິ​ກຳ​ໃນ​ອາ​ຊຽນ ​ແລະ ຫັນ​ການ​ພັດທະນາ ​ດ້ານ​ສຸຂະພາບ​ຂອງ​ອາ​ຊຽນ​ ໃນ​ສະພາບ​ການ​ໃໝ່. ພ້ອມທັງ ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ ຂອງ​ການ​ຊຸກຍູ້ ການ​ເຄື່ອນ​ໄຫວ​ສີມື​ແຮງ​ງານ, ການ​ຮັບ​ຮູ້ ​ແລະ ການ​ພັດທະນາ​ຂອງ​ຄົນ​ງານ​ເຄື່ອນຍ້າຍ.

ພ້ອມນີ້, ທ່ານ ຄຳພູ ເພັຍສັກຂາ ຍັງໄດ້ສະແດງຄວາມຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອຮັດແໜ້ນການຮ່ວມມື ໃນການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top