ສະຫວັນນະເຂດ ເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານສະຫວັນສຸກສັນຫັນສາ

12/03/2024 09:35
Email Print 2274
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ເປີດປີທ່ອງທ່ຽວລາວ 2024 ທີ່ຕິດພັນກັບງານສະຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວ-ທ່ອງທ່ຽວ ແຂວງສະຫວັນນະເຂດ ປອດໄພ, ມ່ວນຊື່ນ-ຊື່ນໃຈ ໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ໃນຕອນແລງວັນທີ 10 ມີນາ 2024 ທີ່ເທສະບານຕົວເມືອງເກົ່າ ນະຄອນໄກສອນພົມວິຫານ



ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ເປີດປີທ່ອງທ່ຽວລາວ
2024 ທີ່ຕິດພັນກັບງານສະຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນທີ່ວ່າ: ທ່ອງທ່ຽວລາວ-ທ່ອງທ່ຽວ ແຂວງສະຫວັນນະເຂດ ປອດໄພ, ມ່ວນຊື່ນ-ຊື່ນໃຈ ໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດໃນຕອນແລງວັນທີ 10 ມີນາ 2024 ທີ່ເທສະບານຕົວເມືອງເກົ່າ ນະຄອນໄກສອນພົມວິຫານ ໂດຍ​ເປັນກຽດເຂົ້າຮ່ວມຂອງ ທ່ານ  ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ, ພ້ອມດ້ວຍການນໍາພັກ-ລັດຈາກສູນກາງ ແລະ ມວນຊົນພາຍ​ໃນແຂວງສະຫວັນນະເຂດ ​ເຂົ້າ​ຮ່ວມ.


ງານ​ດັ່ງກ່າວ, ​ແມ່ນ​ຈັດ​ຂຶ້ນແຕ່ວັນທີ
10-17 ມີນາ 2024 ​ໂດຍ​ມີກິດຈະກໍາທີ່ສໍາຄັນຄື: ງານຕະຫລາດນັດວາງສະແດງຈໍາໜ່າຍສິນຄ້າ ແລະ ເທສະການອາຫານ, ການໃສ່ບາດພະສົງ 108 ອົງຢູ່ແຄມນໍ້າຂອງໃນແຕ່ລະເຊົ້າ, ຊົມການສະແດງສິລະປະ ແລະ ວັດທະນະທໍາ ຈາກພາກສ່ວນຕ່າງໆ ໃນແຕ່ລະຄໍ່າຄືນ, ການປະກວດຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ, ແຂ່ງຂັນການເປົ່າແຄນ, ການສະແດງ ລົງຄວ່າງເຂັນຝ້າຍ ວິຖີຊີວິດຂອງຊົນເຜົ່າຜູ້ໄທ, ແຂ່ງຂັນອາຫານພື້ນບ້ານ ເປັນຕົ້ນ ປີ້ງໄກ່ແຊບເຊໂນ, ຕໍາໝາກຮຸ່ງ-ໝາກຖົ່ວ ແລະ ອາຫານອື່ນໆ, ຖະໜົນຄົນຍ່າງຂອງພີ່ນ້ອງສະມາຄົມຊາວຫວຽດນາມ ແລະ ສະມາຄົມຊາວຈີນ ເພື່ອຈໍາໜ່າຍ-ບໍລິການອາຫານ ທີ່ເປັນເອກະລັກສະເພາະຕົວ ຂອງຊາວຫວຽດກຽວ ແລະ ຊາວຈີນ. ນອກຈາກນັ້ນ, ຍັງຈະມີການຈັດສໍາມະນາໃນຫົວຂໍ້ ການພັດທະນາ ການທ່ອງທ່ຽວຂອງແຂວງ”, ສໍາມະນາໃນຫົວຂໍ້ ຜ້າຝ້າຍງາມແທ້ເຮີ້ຍ”, ກິດຈະກໍາຫລິ້ນເກມ ຝຶກທັກສະສໍາລັບເດັກນ້ອຍ, ກິດຈະກໍາງານວາງສະ​ແດງ ພາຫະນະເກົ່າຍ້ອນຍຸກຂອງທິມງານລົດເກົ່າ, ການສະແດງ ເຈັດສະກີໃນແມ່ນໍ້າຂອງ”, ການວາງສະແດງຮູບແຕ້ມ ຂອງກຸ່ມສິລະປິນແຕ້ມຮູບ ທີ່ມີຊື່ສຽງພາຍໃນ ແລະ ຕ່າງປະເທດ, ມີການເດີນແບບການກຸສົນ, ການນຸ່ງເຄື່ອງຍ້ອນຍຸກ ທົດສະວັດທີ 70-80 ແລະ ປະມູນເຄື່ອງໃຊ້ສອຍ, ຟ້ອນລໍາວົງສາມັກຄີມ່ວນຊື່ນ ແລະ ອື່ນໆ.



ໃນໂອກາດກ່າວ
, ທ່ານ ບຸນໂຈມ ອຸບົນປະເສີດ  ເຈົ້າແຂວງສະຫວັນນະເຂດ ​ໄດ້ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຮ່ວມແຮງຮ່ວມໃຈກັນ ເປັນເຈົ້າພາບທີ່ດີຮັບແຂກບ້ານ-ແຂກເມືອງ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໂອບເອື້ອອາລີ, ມີນ້ຳໃຈໄມຕີຈິດມິດຕະພາບ, ມີນ້ຳໃຈນອບນ້ອມຕາມປະເພນີອັນດີງາມ ຂອງແຂວງສະຫວັນນະເຂດ ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກອົບອຸ່ນ ມີຄວາມສຸກກາຍສະບາຍໃຈ, ມີຄວາມປອດໄພ, ມີຄວາມຮູ້ສຶກຄື​ກັບຢູ່ບ້ານຢູ່ເຮືອນຂອງຕົນເອງ, ສ້າງຄວາມປະທັບໃຈ ມາທ່ຽວແລ້ວຢາກມາທ່ຽວອີກ ເພື່ອ​ເຮັດໃຫ້ແຂວງສະຫວັນນະເຂດ ພັດທະນາຢ່າງຍືນຍົ.



ປັດຈຸບັນ, ທົ່ວແຂວງສະຫວັນນະເຂດ  ມີແຫລ່ງທ່ອງທ່ຽວທັງໝົດ
116 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວທໍາມະຊາດ 74 ແຫ່ງ, ປະຫວັດສາດ 13 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງດ້ານວັດທະນະທໍາ 29 ແຫ່ງ, ມີຫົວໜ່ວຍທຸລະກິດໂຮງ ແຮມ 47 ແຫ່ງ, ເຮືອນພັກ 167 ແຫ່ງ, ຣີສອດ 2 ແຫ່ງ, ຮ້ານອາຫານ ແລະ ຮ້ານກິນດື່ມ 258 ແຫ່ງ, ພັດຕະຄານ 4 ແຫ່ງ ແລະ ມີບໍລິສັດທ່ອງທ່ຽວ 12 ແຫ່ງ.

KPL

ຂ່າວອື່ນໆ

ads
ads

Top