ແກ້ງຊັນ ອີກແຫລ່ງທ່ອງທ່ຽວນອດນິຍົມທີ່ຄວນໄປສຳຜັດ

25/04/2024 11:00
Email Print 471
ຂປລ ໃນໄລຍະບຸນປີໃໝ່ລາວ,​ນອກ​ຈາກຊາວລາວ​ແລະ​ນັກທ່ອງທ່ຽວ​ ມັກຫລິ້ນນໍ້າດ້ວຍວິທີຫົດສົງພະທະ​ຮູບ,​ຄູບາອາຈານ,​ພໍ່ແມ່,​ລຸງປ້າ​ອາວອາ​ ແລະ​ ໝູ່ເພື່ອນ​ ເພື່ອສະ​ແດງເຖິງຄວາມກະຕັນຍູຮູ້ບຸນຄຸນ,​ ລ້າງກໍາຈັດປັດເປົ່າສິ່ງບໍ່ດີອອກ​ຈາກຮ່າງ​ແລະ​ຮັບໂຊກຮັບໄຊໃຫຍ່​ຫລວງກວ່າເກົ່າ​ແຕ່ອີກທາງເລືອກ​ໜຶ່ງຄືຄົນເຮົາມັກຊອກຫາແຫລ່ງ​ທ່ອງທ່ຽວເປັນທໍາມະຊາດທ່ີມີນ້ໍາ​ໄຫລເຢັນຕະຫລອດປີເພື່ອ​ ເປັນ​ຂອງຂວັນໃນວັນພັກຜ່ອນດ້ວຍບັນ​ຍາກາດງຽບສະຫງົບ,​ຢູ່ຫ່າງຈາກ​ຜູ້ຄົນ​ແລະ​ລວມທັງມົນລະພິດ.

    *​ໃນໄລຍະບຸນປີໃໝ່ລາວ,​ນອກ​ຈາກຊາວລາວ​ແລະ​ນັກທ່ອງທ່ຽວ​ ມັກຫລິ້ນນໍ້າດ້ວຍວິທີຫົດສົງພະທະ​ຮູບ,​ຄູບາອາຈານ,​ພໍ່ແມ່,​ລຸງປ້າ​ອາວອາ​ ແລະ​ ໝູ່ເພື່ອນ​ ເພື່ອສະ​ແດງເຖິງຄວາມກະຕັນຍູຮູ້ບຸນຄຸນ,​ ລ້າງກໍາຈັດປັດເປົ່າສິ່ງບໍ່ດີອອກ​ຈາກຮ່າງ​ແລະ​ຮັບໂຊກຮັບໄຊໃຫຍ່​ຫລວງກວ່າເກົ່າ​ແຕ່ອີກທາງເລືອກ​ໜຶ່ງຄືຄົນເຮົາມັກຊອກຫາແຫລ່ງ​ທ່ອງທ່ຽວເປັນທໍາມະຊາດທ່ີມີນ້ໍາ​ໄຫລເຢັນຕະຫລອດປີເພື່ອ​ ເປັນ​ຂອງຂວັນໃນວັນພັກຜ່ອນດ້ວຍບັນ​ຍາກາດງຽບສະຫງົບ,​ຢູ່ຫ່າງຈາກ​ຜູ້ຄົນ​ແລະ​ລວມທັງມົນລະພິດ.ມື້ນີ້ຜູ້ຂຽນໄດ້ນໍາເອົາບັນຍາກາດ​ດີໆຈາກປີໃໝ່ມາຝາກມາຕ້ອນຄື ລະຫວ່າງວັນທີ​14​-15​ເມສາ​2024 ເຊິ່ງເປັນວັນສັງຂານເນົາ​ຂອງບຸນປີ​ ໃໝ່ລາວ​ພສ​2567​​ປະຊາຊົນສ່ວນ ຫລາຍ​ນອກຈາກສ້າງສັນມ່ວນຊື່ນ​ ຢູ່ກັບບ້ານເຮືອນຂອງຕົນແລ້ວ​ຍັງນິ​ ຍົມໄປທ່ຽວຕາມສະຖານທີ່ທ່ອງ​ທ່ຽວແຫ່ງຕ່າງໆ​ໂດຍສະເພາະສະ​ຖານທີ່ທ່ອງທ່ຽວແກ້ງຊັນຢູ່​ ນະ​ຄອນປາກເຊ​ແຂວງຈຳປາສັກ​ເຊິ່ງ​ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝທີ່ຫາກໍເປີດໃຫ້ມວນຊົນເຂົ້າທ່ຽວຊົມ,​ແຕ່ກໍມີຜູ້ຄົນມາທ່ອງທ່ຽວເປັນ​ຈຳນວນຫລວງຫລາຍ.​

   ທ່ານ​ ສຸບິນ​ ໂພສາງ​ ຜູ້ພັດທະ​ນາແຫລ່ງທ່ອງທ່ຽວ​ແກ້ງຊັນ​ບ້ານ​ ແກ້ງຊັນ​ ນະຄອນປາກເຊ​ ໃຫ້ສຳ​ພາດວ່າ:​ແຫລ່ງທ່ອງທ່ຽວແກ້ງຊັນ​ຫ່າງຈາກຕົວເມືອງປາກເຊ​ພຽງ​7​ ກິໂລແມັດ,​ ເລີ່ມເປີດໃຫ້ແຂກເຂົ້າ​ໄປທ່ອງທ່ຽວໃນວັນແມ່ຍິງສາກົນ​ທີ​ 8​ ມີນາ​2024​ຜ່ານມາ​ແລະ​ໄດ້​ ເປັນທີ່ຮູ້ຈັກກັນຫລາຍຂຶ້ນ​ເຮັດໃຫ້ບຸນ​ປີໃໝ່ປີນ້ີ​ ໄດ້ມີຄົນມາທ່ຽວຫລາຍ​ເປັນພິເສດ.​ແຫລ່ງທ່ອງທ່ຽວແກ້ງ​ຊັນເປັນສະຖານທີ່ໃໝ່ຂອງນະຄອນ​ປາກເຊ​ ແຕ່ເຫັນວ່ານັບແຕ່ມື້ເປີດ​ມາຮອດປັດຈຸບັນແມ່ນມີການຕອບຮັບຈາກຜູ້ມາທ່ຽວເປັນຢ່າງດີ​ໂດຍ​ສະ ເພາະໃນເທສະການຕ່າງໆຄື:​ ວັນແມ່ຍິງ​ແລະ​ບຸນປີໃໝ່ລາວ,​ຂ້າ​ພະເຈົ້າຮູ້ສຶກດີໃຈ​ແລະ​ຂອບໃຈທີ່​ທຸກຄົນໃຫ້ຄວາມສົນໃຈມາທ່ຽວ​ສະຖານທີ່ແຫ່ງນ້ີ​ແລະ​ຂໍເຊີນຊວນ​ທຸກທ່ານທັງພາຍໃນ​ແລະ​ຕ່າງປະ​ເທດເຂົ້າມາທ່ຽວຊົມ,​ຫລິ້ນນ້ຳເຢັນໆ​ຈາກທຳມະຊາດສາຍນ້ໍາເຊໂດນ​ ຊຶ່ງຈະເຮັດໃຫ້ທ່ານມີຄວາມສຸກ,​ ຄວາມປອດໄພຢ່າງແນ່ນອນ.​ພ້ອມ​ດຽວກັນນີ້ສະຖານທີ່ທ່ອງທ່ຽວ​ແກ້ງຊັນ​ບໍ່ໄດ້ເກັບຄ່າເຂົ້າທ່ຽວຊົມ,​ ເກັບແຕ່ຄ່າບໍລິການຝາກລົດ,​ ຄ່າ​ເຊົ່າຕູບ.​  ນອກຈາກນີ້,​ຍັງມີເຄື່ອງ​ດື່ມ,​ອາຫານຄອຍບໍລິການຕ້ອນຮັບ​ພິເສດໄລຍະບຸນປີໃໝ່ກໍມີວົງດົນຕີນັກຮ້ອງ,​ ໝໍລຳ​ມາສ້າງສັນບັນ​ຍາກາດໃຫ້ຟົດຟື້ນມ່ວນຊື່ນຕະ​ຫລອດງານ.

   ຂໍ້ມູນສຳລັບຜູ້ທີ່ສົນໃຈຢາກ​ມາທ່ຽວແຫລ່ງທ່ອງທ່ຽວແກ້ງຊັນ​ ສາມາດຈອງຕູບ​ໄດ້ທີ່ເບີໂທລະສັບ​ 020​ 5656 8789​​ ຄ່າເຊົ່າຕູບ​​50​ ພັນກີບ​ຕໍ່ຕູບ​​ລາຄາຝາກລົດກໍເປັນ​ກັນເອງ.

ໂດຍ:​ປະພິດ ພາບ:​ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top