ສິ່ງທີເປັນຫົວໃຈສຳຄັນ ຂອງສວນອາຫານຫ້ວຍວີ

25/04/2024 11:07
Email Print 466
ຂປລ ​ຫ່າງ​ຫາຍ​ມາ​ດດົນພໍສົມຄວນສໍາ​ລັບກາ​ນນໍາ​ສະ​ເໜີ​ທຸລະ​ກິດກ່ຽວ​ກັບຮ້ານອາຫານ,​ ມື້ນີ້ຄໍ​ລໍາ​ສົ່ງເສີມ​ທຸລະ​ກິດຈະ​ມາຫວນຄືນບັນຍາກາດ​ເກົ່າເກ່ົາ ​ແລະ​​ ພາ​ບັນດາ​ທ່ານມາ​​ຮູ້​ຈັກ​​ ຮ້ານ​ອາຫານສວນອາຫານ​ ຫ້ວຍວີ​ ທີ່​ມີ​ຊື່ສຽງຂອງ​ເມືອງ​ລະ​ມາມ​ ​ແຂວງ​ເຊ​ກອງ.

*​ຫ່າງ​ຫາຍ​ມາ​ດດົນພໍສົມຄວນສໍາ​ລັບກາ​ນນໍາ​ສະ​ເໜີ​ທຸລະ​ກິດກ່ຽວ​ກັບຮ້ານອາຫານ,​ ມື້ນີ້ຄໍ​ລໍາ​ສົ່ງເສີມ​ທຸລະ​ກິດຈະ​ມາຫວນຄືນບັນຍາກາດ​ເກົ່າເກ່ົາ​ ແລ ະ​​ພາ​ບັນດາ​ທ່ານມາ​​ຮູ້​ຈັກ​​ ຮ້ານ​ອາຫານສວນອາຫານ​ ຫ້ວຍວີ​ ທີ່​ມີ​ຊື່ສຽງຂອງ​ເມືອງ​ລະ​ມາມ​ ​ແຂວງ​ເຊ​ກອງ​ ເຊິ່ງເປັນອີກ​ສະຖານທີ່ໜຶ່ງໜ້າທ່ຽວຊົມດ້ວຍ​ທິວທັດທໍາມະຊາ,​ ມີນໍ້າຕົກຕາດ​ອ້ອມຮອບໄປດ້ວຍຕົ້ນໄມ້ນ້ອຍໃຫຍ່​ ແລະ​ ຕູບໄມ້ມຸງດ້ວຍຫຍ້າກາງ​ນໍ້າ​ໄວ້ຄອຍບໍລິການລູກຄ້າ​ແລະ​ເສີບ​ອາຫານລົດເລີດແບບລາວໆ​ເຂົ້າກັບ​ບັນຍາກາດຫລາຍ​ ເມື່ອໄດ້ໄປນັ່ງ​ຕູບກິນອາຫານແຊບໆ​ເບິ່ງນໍ້າຕົກ​ຕາດໄປພ້ອມແລ້ວ​ຮູ້ສຶກສະບາຍໃຈ​ປານໄດ້ໄປຫລິ້ນຕາດ​ ຫລື​ ໄປກິນ​ເຂົ້າປ່າກໍ່ວ່າໄດ້​.

  

  ທ່ານ ​ພູນຊັບ​ ແກ້ວມະນີວົງ ​ຜູ້ບໍ​ລິຫານສວນອາຫານຫ້ວຍວີ​ ໄດ້ຮູ້ວ່າ:​ ສວນອາຫານຫ້ວຍວີ​ ຕັ້ງຢູ່ບ້ານໂພນ​ເມືອງລະມາມ​ແຄມເສັ້ນ​ທາງໃຫຍ່​(ເຊກອງ-ເມືອງກະລຶມ)​ ຫ່າງຈາກເທສະບານແຂວງ​ ປະ​ມານ​10​ກິໂລແມັດ​ໄດ້ເລີ່ມລົງມື​ພັດທະນາ​ ແລະ​ ເປີດໃຫ້ບໍລິການນັບ​ ແຕ່ປີ​2014​ເປັນຕົ້ນມາ,​ເປັນສວນ​ອາຫານທີ່ມີຄວາມແຕກຕ່າງຈາກ​ສວນອາຫານທົ່ວໄປ​ ໂດຍເນັ້ນ​ຄວາມເປັນທຳມະຊາດ,​ ສະອາດ,​ ອາຫານແຊບ,​ບັນຍາກາດດີເນື່ອງ​ຈາກວ່າໄດ້ອອກແບບຮ້ານຕິດພັນ​ກັບທຳມະຊາດ​ແລະ​ສິ່ງແວດລ້ອມ.​

   

  ນອກນັ້ນ,​ ຍັງມີອາຫານຫລາກ​ ຫລາຍລາຍການໄວ້ບໍລິການແກ່ລູກ​ຄ້າ​ ເຊັ່ນ:​ ພັນປາ,​ ປາລາດພິກ,​ປາໜຶ້ງ​ໝາກນາວ,​ ຕຳເຂົ້າປຸ້ນ,​ ຕຳໝີ່,​ ຕໍາ ​ໝາກຮຸ່ງ- ໝາກແຕງ,​ ປີ້ງກຸ້ງ-ປາ​ມຶກ,​ ອາຫານປະເພດຍ່ຳ,​ ຜັດ,​ ດາດ-​ ຈຸ່ມ,​ລວກ-ທອດ​ ແລະ​ ອື່ນໆ​ທີ່ເປັນ​ສູດສະເພາະຂອງຮ້ານໃນລາຄາ​ ເລີ່ມຕົ້ນ​30​ຫາ​120​ພັນກີບ.​ ສວນ​ຫ້ວຍວີ​ ນອກຈາກເນ້ັນ​ຄວາມເປັນທຳມະຊາດແລ້ວ​ ຍັງ​ເນັ້ນການບໍລິການທີ່ດີຕໍ່ລູກຄ້າ,​ ມີຕູບ,​ມີສິ່ງອຳນວຍຄວາມສະດວກ​ ແລະ​ ມີສະຖານທີ່ຈອດລົດກວ້າງ​ຂວາງ​ໄວ້ບໍລິການແກ່ລູກຄ້າ,​ສາ​ມາດຮອງຮັບລູກຄ້າໄດ້ຫລາຍກວ່າ​300​ຄົນ ​ເຊິ່ງໃນປັດຈຸບັນສາມາດ​ດຶງດູດລູກຄ້າ​ໄດ້ດີພໍສົມຄວນ​ໂດຍ​ສະເພາະວັນພັກຜ່ອນ,​ ບຸນປະເພນີ ແລະ​ ວັນບຸນສໍາຄັນຈະມີແຂກເຂົ້າ​ມາໃຊ້ບໍລິການເປັນຈຳນວນຫລາຍ. ທ່ານ​ພູນຊັບ​ຍັງໃຫ້ຮູ້ອີກວ່າ:​ໃນ​ຕໍ່ໜ້າ​ໂດຍສະເພາະໃນປີ​2024​ນີ້​ ເປັນປີທ່ອງທ່ຽວລາວ​ສວນອາຫານ​ ຈະໄດ້ມີການປັບປຸງ​ແລະ​ພັດທະນາ​ ເພື່ອຮອງຮັບນັກທ່ອງທ່ຽວ​ເປັນຕົ້ນ​ຈະໄດ້ມີການປັບປຸງໜອງປາ,​ປັບປຸງພື້ນທີ່ສວນ,​ເພີ່ມເຄື່ອງຫລິ້ນສໍາ​ລັບເດັກນ້ອຍໃຫ້ຫລາກຫລາຍ ​ແລະ​ ປັບປຸງການບໍລິການຕ່າງໆ.​

   ສະນັ້ນ,​ ສຳລັບທ່ານໃດທີ່ຍັງຊອກຫາບ່ອນ​ ພັກຜ່ອນທີ່ມີອາກາດດີ​ເຢັນສະບາຍ​ ຄືໄດ້ຢູ່ກັບທຳມະຊາດ​ ກໍສາມາດ​ ມາແວ່ຫລິ້ນຢູ່ສວນອາຫານຫ້ວຍວີ​ ໄດ້​ຫລື​ສາມາດໂທສອບຖາມຂໍ້ມູນ​ ໄດ້ທີ່​ເບີໂທ:​020​54​375​242.

​​ໂດຍ:​​ມາລີ​ດາ​

KPL

ຂ່າວອື່ນໆ

    • ຄາດວ່ານັກທ່ອງທ່ຽວ ຈະເຂົ້າຊົມຖໍ້າກອງລໍ ຢ່າງໜ້ອຍ 6 ພັນຄົນ ໃນປີ 2024 ນີ້ທ່ອງທ່ຽວ

      ຄາດວ່ານັກທ່ອງທ່ຽວ ຈະເຂົ້າຊົມຖໍ້າກອງລໍ ຢ່າງໜ້ອຍ 6 ພັນຄົນ ໃນປີ 2024 ນີ້

      5/2/2024 10:13:43 AM

      ນັກທ່ອງທ່ຽວພາຍໃນ​ ແລະ​ ຕ່າງປະເທດຫລາຍຮ້ອຍຄົນຕໍ່ມ້ື ຫລັງໄຫລເຂົ້າທ່ຽວຊົມສະຖານ​ທ່ອງທ່ຽວຖໍ້າກອງລໍຢູ່ເມືອງຄູນຄໍາ​ ແຂວງຄໍາມ່ວນ​ ແລະ​ ຄາດວ່າປີ 2024​ ຈະສາມາດຶງດູດນັກທ່ອງ​ທ່ຽວໄດ້ຢ່າງໜ້ອຍ​6-8​ພັນກວ່າຄົນ.

    • ຫາດຫົົກ ຍັງລໍຄອຍໄປສຳພັດທ່ອງທ່ຽວ

      ຫາດຫົົກ ຍັງລໍຄອຍໄປສຳພັດ

      4/30/2024 10:57:14 AM

      ຄິດວ່າ​ຫລາຍທ່ານຄົງໄດ້ສະເຫລີມສະຫລອງບຸນປີໃໝ່ລາວຢ່າງ​ເບີກບານມ່ວນຊື່ນ​ ທັງໄດ້ໄປທ່ອງ​ທ່ຽວຕາມຈຸດປະສົງຂອງໃຜລາວ,​ ບ່ໍວ່າການທ່ອງທ່ຽວທາງທຳມະ​ຊາດ,​ປະຫວັດສາດ ​ແລະ​ ທຳມະ​ຊາດມາແລ້ວ.​

    • ຜູ້ປະກອບການລາວ ຫວັງວ່າຄວ້າລາງວັນທ່ອງທ່ຽວອາຊຽນແບບຍືນຍົງທ່ອງທ່ຽວ

      ຜູ້ປະກອບການລາວ ຫວັງວ່າຄວ້າລາງວັນທ່ອງທ່ຽວອາຊຽນແບບຍືນຍົງ

      4/29/2024 9:16:48 AM

      ຜູ້ປະກອບທຸລະກິດໂຮງແຮມ,ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວອື່ນໆຫວັງຈະຄວ້າລາງວັນທ່ອງທ່ຽວອາຊຽນໃນປີຕໍ່ໜ້າ ຂະນະທີ່ 10 ປະເທດສະມາຊິກອາຊຽນຍັງເນັ້ນການພັດທະນາທ່ອງທ່ຽວແບບຍືນຍົງ ຕິດພັນກັບທໍາມະຊາດ, ວັດທະນະທໍາຮີດຄອງປະເພນີອັນດີງາມ, ປະຫວັດສາດ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ອື່ນໆ.

    • ແກ້ງຊັນ ອີກແຫລ່ງທ່ອງທ່ຽວນອດນິຍົມທີ່ຄວນໄປສຳຜັດທ່ອງທ່ຽວ

      ແກ້ງຊັນ ອີກແຫລ່ງທ່ອງທ່ຽວນອດນິຍົມທີ່ຄວນໄປສຳຜັດ

      4/25/2024 11:00:53 AM

      ໃນໄລຍະບຸນປີໃໝ່ລາວ,​ນອກ​ຈາກຊາວລາວ​ແລະ​ນັກທ່ອງທ່ຽວ​ ມັກຫລິ້ນນໍ້າດ້ວຍວິທີຫົດສົງພະທະ​ຮູບ,​ຄູບາອາຈານ,​ພໍ່ແມ່,​ລຸງປ້າ​ອາວອາ​ ແລະ​ ໝູ່ເພື່ອນ​ ເພື່ອສະ​ແດງເຖິງຄວາມກະຕັນຍູຮູ້ບຸນຄຸນ,​ ລ້າງກໍາຈັດປັດເປົ່າສິ່ງບໍ່ດີອອກ​ຈາກຮ່າງ​ແລະ​ຮັບໂຊກຮັບໄຊໃຫຍ່​ຫລວງກວ່າເກົ່າ​ແຕ່ອີກທາງເລືອກ​ໜຶ່ງຄືຄົນເຮົາມັກຊອກຫາແຫລ່ງ​ທ່ອງທ່ຽວເປັນທໍາມະຊາດທ່ີມີນ້ໍາ​ໄຫລເຢັນຕະຫລອດປີເພື່ອ​ ເປັນ​ຂອງຂວັນໃນວັນພັກຜ່ອນດ້ວຍບັນ​ຍາກາດງຽບສະຫງົບ,​ຢູ່ຫ່າງຈາກ​ຜູ້ຄົນ​ແລະ​ລວມທັງມົນລະພິດ.

    • ຫລວງພະບາງຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ລ້ານກວ່າຄົນຕໍ່ປີທ່ອງທ່ຽວ

      ຫລວງພະບາງຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 1 ລ້ານກວ່າຄົນຕໍ່ປີ

      4/23/2024 9:46:49 AM

      ນະຄອນຫລວງພະບາງປັບລະດັບຕົວເລກນັກທ່ອງທ່ຽວເຂົ້າມາຢ້ຽມ ຢາມເມືອງມໍລະດົກຄາດວ່າຈະເພີ່ມ 1 ລ້ານ 7 ແສນກວ່າຄົນພາຍໃນປີ 2024 ນີ້.

ads
ads

Top