ສຳເລັດການຍົກລະດັບຄວາມຮຸ້ທິດສະດີການເມືອງຂັ້ນຕົ້ນຊຸດທີ II

29/02/2024 13:22
Email Print 898
ຂປລ ຂປລ. ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ຂອງຫ້ອງວ່າການສູນກາງພັກ ຈັດຂຶ້ນໃນວັນທີ 29 ທັນວາ 2023 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II



ຂປລ. ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ
II ຂອງຫ້ອງວ່າການສູນກາງພັກ ຈັດຂຶ້ນໃນວັນທີ 29 ທັນວາ 2023 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ແລະ ທ່ານ ນາງ ຄໍາຫລ້າ ແກ້ວອຸ່ນເຮືອນ ກໍາມະການຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ໂອກາດນີ້
, ທ່ານ ຄຳພອນ ສຸວັນນະແສງ ກຳມະການຄະນະພັກ, ຫົວໜ້າກົມຈັດຈັດຕັ້ງ-ພະນັກງານ  ໄດ້ ຜ່ານບົດສະຫລຸບຊຸດຮຽນທິດສະດີການເມືອງ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນສາມາດຖອດຖອນໄດ້.  ການຍົກລະດັບຄວາມຮຸ້ທິດສະດີການເມືອງຂັ້ນຕົ້ນ ຄັ້ງນີ້, ແນໃສ່ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕໍ່ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ສ້າງທັດສະນະຫລັກໝັ້ນທາງດ້ານ ການເມືອງໃຫ້ສະມາຊິກພັກ, ມະຫາຊົນ ກໍຄື ພະນັກ ງານ-ລັດຖະກອນ ໃຫ້ມີຄວາມຮູ້ພື້ນຖານທາງດ້ານການເມືອງ.

ໂອກາດດຽວກັນ,  ທ່ານ ຄຳຜາ ພິມມະສອນ ໄດ້ຍ້ອງຍໍຊົມເຊີຍນັກຝຶກອົບຮົມ ທີ່ໄດ້ເຫັນຄວາມສໍາຄັນ ໄດ້ເອົາໃຈໃສ່ບຸກບືນສູ້ຊົນ ໃນການຝຶກຝົນຫລໍ່ຫລອມຕົນເອງ, ມີຄວາມຕັ້ງໃຈຮໍ່າຮຽນ ພ້ອມທັງເນັ້ນໃຫ້ນັກຮຽນທິດສະດີການເມືອງຄັ້ງນີ້, ໃຫ້ນໍາເອົາຄວາມຮູ້ ແລະ ບົດຮຽນທີ່ບັນດາຄູ-ອາຈານສົ່ງໃຫ້ໄປໝູນໃຊ້ໃນວຽກງານຕົວຈິງຂອງຕົນເອງໃຫ້ເກີດຜົນປະໂຫຍດຫລາຍທີ່ສຸດ. ນອກຈາກນັ້ນ, ຍັງເນັ້ນໃຫ້ສຳມະນາກອນ ເອົາໃຈໃສ່ສືບຕໍ່ຜັນຂະ ຫຍາຍຄວາມຮູ້, ຄວາມສາມາດ ທີ່ຕົນເອງໄດ້ຮຽນມາຈາກຄູ-ອາຈານ ໃຫ້ນໍາໃຊ້ໃນແນວທາງທີ່ຖືກຕ້ອງ, ສອດຄ່ອງຢ່າງປະດິດສ້າງ ແລະ ສາມາດມານຳໃຊ້ ໃນການປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ.

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025

      2/4/2025 10:11:45 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 3 ກຸມພາ ແລະ ອັດລົງໃນຕອນແລງວັນທີ 4 ກຸມພາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາ ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບ ຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.

    • ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ IIIການເມືອງ

      ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ III

      2/4/2025 10:05:11 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ III ສະມາຊິກພັກຂອງໜ່ວຍພັກຮາກຖານ ພະແນກການຕ່າງປະເທດ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ວົງໄຊ ພົມມີໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດ ນວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງ ນວ, ສະຫາຍ ຄຳມາ ແສງມີໄຊ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນວ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

    • ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024ການເມືອງ

      ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

      2/4/2025 9:52:47 PM

      ຂປລ. ວັນທີ 3 ກຸມພາ 2025 ນີ້, ຄະນະສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ປະຈໍາເຂດເລືອກຕັ້ງເມືອງຫາດຊາຍຟອງ ຈັດກອງປະຊຸມປະຈໍາປີ 2024 ເພື່ອເປັນການສະຫລຸບລາຍງານ ການເຄື່ອນ ໄຫວວຽກງານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍການເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານ ສະພາປະຊາຊົນ ນວ, ມີບັນດາຄະນະປະຈໍາ ສະພາປະຊາຊົນ ນວ, ສະມາຊິກ ສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງ ເມືອງຫາດຊາຍຟອງ ເຂົ້າຮ່ວມ.

    • ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງການເມືອງ

      ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      2/4/2025 9:44:43 PM

      ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກຳ ແລະ ປ່າໄມ້ ກໍຄື ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ, ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດເຂົ້າ, ການຜະລິດພືດ ສະບຽງອາຫານ, ການລ້ຽງສັດ-ການປະມົງ ແລະ ອື່ນໆ ເຊິ່ງປະກອບສ່ວນເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 4,1% (ລື່ນ ແຜນການ 1,5%) ກວມເອົາ 18,90% ຂອງ GDP.

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ອາເມລິກາ ປະຈໍາ ລາວການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ອາເມລິກາ ປະຈໍາ ລາວ

      2/4/2025 1:17:06 PM

      ຂປລ. ໃນວັນທີ 3 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ads
ads

Top